ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
໒໙໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ອັກຄິເວສະນະ ! ໃນກາລໃດ ພິກຂຸນັ້ນ ເປັນຜູ້ຕາມປະກອບໃນທັມເປັນເຄື່ອງຕື່ນ ໆລໆ ແລ້ວ, ຕະຖາຄົຕ ກໍແນະນໍາໃຫ້ຍິ່ງຂຶ້ນໄປວ່າ “ແນ່ພິກຂຸ ! ເຈົ້າຈົ່ງມາ, ເຈົ້າຈົ່ງເປັນຜູ້ ປະກອບພ້ອມດ້ວຍສະຕິສັມປະຊັນຍະ, ຈັກຮູ້ໂຕຮອບຄອບໃນການກ້າວໄປເບື້ອງໜ້າ ການຖອຍກັບໄປທາງຫຼັງ, ການແລເບິ່ງ ການຫຼຽວເບິ່ງ, ການຄູ້ ການຢຽດ, ການຊົງສັງຄາຕິ ບາຕ ຈີວອນ, ການສັນ ການດື່ມ ການຄ້ຽວ ການຊີມ, ການຖ່າຍອຸດຈາຣະ ປັດສາວະ, ການໄປ ການຢຸດ, ການນັ່ງ ການນອນ, ການຫລັບ ການຕື່ນ, ການເວົ້າ ການນິ້ງ” ດັ່ງນີ້.
ອັກຄິເວສະນະ ! ໃນກາລໃດແລ ພິກຂຸນັ້ນ ເປັນຜູ້ປະກອບພ້ອມດ້ວຍສະຕິ ສັມປະຊັນຍະ ໆລໆ ແລ້ວ, ຕະຖາຄົຕ ກໍແນະນໍາໃຫ້ຍິ່ງຂຶ້ນໄປວ່າ “ແນ່ພິກຂຸ ! ເຈົ້າຈົ່ງມາ, ເຈົ້າຈົ່ງ ເສບເສນາສະນະອັນງຽບສະງົບ ຄືປ່າເຫຼົ່າ ເຫງົ້າໄມ້ ພູເຂົາ ຮ່ອມຫ້ວຍ ພື້ນຖໍ້າ ປ່າຊ້າ ປ່າຮົກ ທີ່ແຈ້ງ ກອງເຟືອງ. ໃນກາລເປັນປັດສາພັຕ ກັບຈາກບິນທະບາຕແລ້ວ ນັ່ງຄູ້ບັນລັງ ຕັ້ງກາຍຊື່ຕົງ ມີສະຕິສະເພາະໜ້າ, ລະອະພິຊຊາໃນໂລກ ມີຈິຕປາສະຈາກອະພິຊຊາ ຄອຍຊໍາຣະຈິຕ ຈາກອະພິຊຊາ, ລະພະຍາບາດ ມີຈິຕປາສະຈາກພະຍາບາດ ເປັນຜູ້ກະຣຸນາມີຈິຕຫວັງເພື່ອເກື້ອກູນໃນສັຕ ທ. ຄອຍ ຊໍາຣະຈິຕຈາກພະຍາບາດ ; ລະຖີນະມິດທະ ມຸ່ງຢູ່ແຕ່ຄວາມສະຫວ່າງໃນໃຈ ມີຈິຕປາສະຈາກຖີນະມິດທະ ມີສະຕິສັມປະຊັນຍະຮູ້ສຶກໂຕ ຄອຍຊໍາຣະຈິຕຈາກຖີນະມິດທະ ; ລະອຸດທັດຈະກຸກກຸດຈະ ບໍ່ຟຸ້ງຊ້ານ ມີຈິຕສະງົບຢູ່ໃນພາຍໃນ ຄອຍຊໍາຣະຈິຕຈາກອຸດທັດຈະກຸກກຸດຈະ ; ລະວິຈິກິຈສາ ຂ້າມພົ້ນວິຈິກິຈສາເສຍໄດ້ ບໍ່ຕ້ອງກ່າວວ່າ ‘ນີ້ອັນໃດ ນີ້ແນວໃດ’ ໃນກຸສົລທັມທັງຫຼາຍ ຄອຍຊໍາຣະຈິຕຈາກວິຈິກິຈສາ” ດັ່ງນີ້.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໙໕
ອັກຄິເວສະນະ ! ໃນກາລໃດ ພິກຂຸນັ້ນ ລະນິວອນຫ້າ ຢ່າງ ອັນເປັນເຄື່ອງເສົ້າໝອງຈິຕ ເຮັດປັນຍາໃຫ້ຖອຍກໍາລັງເຫຼົ່ານີ້ໄດ້ແລ້ວ ເປັນຜູ້ມີປົກກະຕິ ເຫັນກາຍໃນກາຍ, ...ເຫັນເວທະນາໃນເວທະນາ ທ., ...ເຫັນຈິຕໃນຈິຕ, ...ເຫັນທັມໃນທັມ ທ. ມີຄວາມພຽນເຜົາບາບ ຮູ້ໂຕທົ່ວພ້ອມ ມີສະຕິ ນໍາ ອະພິຊຊາແລະໂທມະນັສໃນໂລກອອກໄດ້ ; ໃນກາລນັ້ນ ປຽບເໝືອນຄົນຜູ້ຝຶກຊ້າງ ຝັງເສົາໃຫຍ່ລົງໃນແຜ່ນດິນແລ້ວ ຜູກຊ້າງປ່າເຂົ້າທີ່ຄໍ ເພື່ອຢໍ່າຢີກໍາຈັດເສຍຊຶ່ງປົກກະຕິນິໄສທີ່ເປັນປ່າເຖື່ອນ, ແລະຄວາມກະວົນກະວາຍດິ້ນລົນຮີບຮ້ອນ ຢ່າງນິໄສປ່າເຖື່ອນນັ້ນເສຍ ; ເພື່ອໃຫ້ຍິນດີຕໍ່ບ້ານ ຊວນໃຫ້ຄຸ້ນເຄີຍໃນປົກກະຕິນິໄສ ອັນເປັນທີ່ພໍໃຈຂອງມະນຸສ ; ນີ້ເຊັ່ນໃດ ; ອັກຄິເວສະນະ ! ສະຕິປັຕຖານທັງສີ່ນີ້ ກໍເປັນທີ່ເຂົ້າໄປຜູກແຫ່ງໃຈຂອງອະຣິຍະສາວົກ ເພື່ອຢໍ່າຢີກໍາຈັດເສຍຊຶ່ງປົກກະຕິນິໄສຢ່າງບ້ານໆ ເຮືອນໆ ແລະຄວາມກະວົນກະວາຍດິ້ນລົນຮີບຮ້ອນຢ່າງບ້ານໆ ເຮືອນໆ ນັ້ນເສຍ ; ເພື່ອໃຫ້ເຖິງທັບ ຍາຢະທັມ ເພື່ອເຮັດນິບພານໃຫ້ແຈ້ງ ເຊັ່ນນັ້ນເໝືອນກັນ.
(ຕໍ່ຈາກນີ້ທົງກ່າວເຖິງການທີ່ສາວົກນັ້ນ ຈະຕ້ອງບໍ່ມີວິຕົກທີ່ເຂົ້າໄປຜູກພັນກັບ ກາຍ ເວທະນາ ຈິຕ ທັມ ແລ້ວບັນລຸຊານທັງສີ່ ແລະວິຊຊາສາມຢ່າງ ຍືດຍາວໂດຍນັຍດັ່ງທີ່ກ່າວໄວ້ແລ້ວ ໃນເລື່ອງການຕຣັສຮູ້ຂອງພຣະອົງເອງ ຈົ່ງເບິ່ງໃນບ່ອນນັ້ນ ຈະໄດ້ກ່າວເນື້ອຄວາມອື່ນ ທີ່ສືບຕໍ່ຈາກນັ້ນໄປ).
...ໆລໆ... ພິກຂຸນັ້ນ ຮູ້ແຈ້ງຄັກວ່າຊາດດັບສິ້ນແລ້ວ ພຣົມມະຈັນຢູ່ຈົບແລ້ວ ກິດຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ.
໒໙໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔








