ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ອັກຄິເວສະນະ ! ອັນນີ້ກໍເຊັ່ນນັ້ນ : ຕະຖາຄົຕເກີດຂຶ້ນໃນໂລກນີ້ ເປັນພຣະອໍຣະ ຫັນຕ໌ຕຣັສຮູ້ຊອບເອງ ສົມບູນດ້ວຍວິຊຊາແລະຈະຣະນະ ດໍາເນີນໄປດີ ຮູ້ແຈ້ງໂລກ ເປັນສາຣະຖີຝຶກຄົນຄວນຝຶກບໍ່ມີໃຜຍິ່ງໄປກວ່າ ເປັນຄູຂອງເທວະດາແລະມະນຸສ ເປັນຜູ້ເບີກບານແລ້ວ ຈໍາແນກທັມອອກສອນສັຕ. ຕະຖາຄົຕນັ້ນເຮັດໃຫ້ແຈ້ງຊຶ່ງໂລກນີ້ ກັບທັງເທວະດາ ມາຣ ພຣົມ ໝູ່ສັຕພ້ອມທັງສະມະນະພຣາມ ເທວະດາພ້ອມທັງມະນຸສ ດ້ວຍປັນຍາອັນຍິ່ງເອງແລ້ວ ສອນຜູ້ອື່ນໃຫ້ຮູ້ແຈ້ງຕາມ. ຕະຖາຄົຕນັ້ນສະແດງທັມ ງົດງາມໃນເບືອງຕົ້ນ ທ່າມກາງ ທີ່ສຸດ, ປະກາດພຣົມມະຈັນພ້ອມທັງອັດຖະແລະພະຍັນຊະນະ ບໍຣິສຸດບໍຣິບູນສິ້ນເຊີງ. ຄະຫະບໍດີຫຼືບຸຕຄະຫະບໍດີ ຫຼືຜູ້ເກີດໃນຕະກູນໃດຕະກູນໜຶ່ງໃນພາຍຫຼັງກໍດີ ໄດ້ຟັງທັມ ນັ້ນແລ້ວ ເກີດສັດທາໃນຕະຖາຄົຕ. ເຂົາຜູ້ປະກອບດ້ວຍສັດທາ ຍ່ອມ ພິຈາຣະນາເຫັນ ວ່າ “ຄະຣາວາສຄັບແຄບ ເປັນທາງມາແຫ່ງທຸລີ, ບັນພະຊາເປັນໂອກາດ (ຄືທີ່ໂລ່ງເບົາ) ອັນຍິ່ງ ; ການທີ່ຄົນຢູ່ຄອງເຮືອນ ຈະປະພຶດພຣົມມະຈັນໃຫ້ບໍຣິສຸດບໍຣິບູນໂດຍສ່ວນດຽວ ເໝືອນສັງທີ່ເຂົາຂັດດີແລ້ວນັ້ນ ບໍ່ເຮັດໄດ້ໂດຍງ່າຍ. ຖ້າຈັ່ງໃດ ເຮົາຈະໂກນຜົມແລະໜວດ ຄອງຜ້າກາສາຍະອອກຈາກເຮືອນ ບວດເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນເຖີ້ນ”, ດັ່ງນີ້.
ໂດຍສະໄໝອື່ນຕໍ່ມາ ເຂົາ ລະກອງສົມບັດ ນ້ອຍໃຫຍ່ ແລະວົງຍາດນ້ອຍໃຫຍ່ ໂກນຜົມແລະໜວດ ອອກຈາກເຮືອນບວດ ເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນແລ້ວ. ອັກຄິເວສະນະ ! ພຽງເທົ່ານີ້ ຍ່ອມຊື່ວ່າ ເຂົາ ໄດ້ໄປເຖິງບ່ອນທີ່ໂລ່ງແຈ້ງ ແລ້ວ, (ດຸດດັ່ງຊ້າງທີ່ເອົາອອກມາຈາກປ່າແລ້ວ).
ອັກຄິເວສະນະ ! ກໍເທວະດາແລະມະນຸສ ທ. ມີເຄື່ອງຍົວະຍວນຄື ກາມະຄຸນຫ້າ. ຕະຖາຄົຕຈຶ່ງແນະນໍາກຸລະບຸຕຜູ້ບວດແລ້ວນັ້ນໃຫ້ຍິ່ງຂຶ້ນວ່າ “ແນ່ພິກຂຸ ! ເຈົ້າຈົ່ງມາ, ເຈົ້າຈົ່ງ ເປັນຜູ້ມີສີລ ສັງລວມດ້ວຍດີໃນປາຕິໂມກ ເຖິງພ້ອມດ້ວຍມາຣະຍາດແລະໂຄຈອນ ເຫັນເປັນພັຍໃນໂທດແມ່ນວ່າເລັກນ້ອຍ ຈົ່ງສະມາທານສຶກສາໃນສິກຂາບົດທັງຫຼາຍ”.
ໂຜດປັນຈະວັຄຄີແລ້ວ - ໃກ້ຈະປະຣິນິພພານ ໒໙໓
ອັກຄິເວສະນະ ! ໃນກາລໃດ ພິກຂຸນັ້ນເປັນຜູ້ມີສີລ ໆລໆ໑ ແລ້ວ ຕະຖາຄົຕຈຶ່ງແນະນໍາໃຫ້ຍິ່ງຂຶ້ນວ່າ “ແນ່ພິກຂຸ ! ເຈົ້າຈົ່ງມາ, ເຈົ້າຈົ່ງເປັນຜູ້ ສັງລວມທະວາຣໃນອິນຊີ ທ. ໄດ້ເຫັນຮູບດ້ວຍຕາແລ້ວ ຈະບໍ່ຖືເອົາໂດຍນິມິຕ ໂດຍອະນຸພະຍັນ ຊະນະ ບາບອະກຸສົລ ຄືອະພິຊຊາແລະໂທມະນັສ ມັກໄຫຼໄປຕາມ ເພາະການບໍ່ສັງລວມຈັກຂຸອິນຊີໃດເປັນເຫດ ເຮົາຈະປິດກັ້ນອິນຊີນັ້ນໄວ້ ເປັນຜູ້ຮັກສາສັງລວມຈັກຂຸອິນຊີ. (ໃນ ຫູ ດັງ ລີ້ນ ກາຍ ໃຈ ກໍມີນັຍດັ່ງດຽວກັນ)”.
ອັກຄິເວສະນະ ! ໃນກາລໃດ ພິກຂຸນັ້ນເປັນຜູ້ສັງລວມທະວາຣໃນອິນຊີ ທ. ໆລໆ ແລ້ວ, ຕະຖາຄົຕຈຶ່ງແນະນໍາໃຫ້ຍິ່ງຂຶ້ນວ່າ “ແນ່ພິກຂຸ ! ເຈົ້າຈົ່ງມາ, ເຈົ້າຈົ່ງເປັນ ຜູ້ຮູ້ປະມານໃນໂພຊະນະ ຢູ່ສະເໝີ, ຈະພິຈາຣະນາໂດຍລະອຽດ ແລ້ວຈຶ່ງສັນ ບໍ່ສັນເພື່ອຫຼິ້ນ ເພື່ອມົວເມົາ ເພື່ອປະດັບຕົກແຕ່ງ ແຕ່ສັນພຽງເພື່ອໃຫ້ກາຍນີ້ຕັ້ງຢູ່ໄດ້ ເພື່ອໃຫ້ຊີວິຕເປັນໄປ ເພື່ອປ້ອງກັນຄວາມລໍາບາກ ເພື່ອອະນຸເຄາະພຣົມມະຈັນ, ໂດຍຄິດວ່າເຮົາຈະກໍາຈັດເວທະນາເກົ່າ (ຄືຄວາມຫິວ) ເສຍ ແລ້ວບໍ່ສ້າງເວທະນາໃໝ່ (ອີ່ມຈົນອຶດອັດ) ໃຫ້ເກີດຂຶ້ນ. ຄວາມທີ່ອາຍຸດໍາເນີນໄປໄດ້ ຄວາມບໍ່ມີໂທດເພາະອາຫາຣ ແລະຄວາມຢູ່ຜາສຸກສໍາລານ ຈະມີແກ່ເຮົາ” ດັ່ງນີ້.
ອັກຄິເວສະນະ ! ໃນກາລໃດ ພິກຂຸນັ້ນ ເປັນຜູ້ຮູ້ປະມານໃນໂພຊະນະ ໆລໆ ແລ້ວ, ຕະຖາຄົຕ ກໍແນະນໍາໃຫ້ຍິ່ງຂຶ້ນໄປວ່າ “ແນ່ພິກຂຸ ! ເຈົ້າຈົ່ງມາ, ເຈົ້າຈົ່ງຕາມປະກອບໃນ ທັມເປັນເຄື່ອງຕື່ນ, ຈັກຊໍາຣະຈິຕໃຫ້ປອດກ້ຽງສິ້ນເຊີງ ຈາກອາວະຣະນິຢະທັມ ດ້ວຍການຍ່າງ ການນັ່ງ ຕະຫຼອດວັນຈົນຄໍ່າ ຈົນໝົດຍາມຕົ້ນແຫ່ງຣາຕຣີ, ຄັນຍາມກາງແຫ່ງຣາຕຣີ ນອນຢ່າງຣາຊສີ (ຄື) ຕະແຄງຂວາ ບາທາເຫຼື່ອມບາທາ, ມີສະຕິສັມປະຊັນຍະໃນການລຸກຂຶ້ນ, ຄັນເຖິງຍາມທ້າຍແຫ່ງຣາຕຣີ ລຸກຂຶ້ນແລ້ວ ຊໍາຣະຈິຕໃຫ້ປອດກ້ຽງຈາກອາວະຣະນິຢະທັມ ດ້ວຍການຈົງກົມ ແລະການນັ່ງອີກ” ດັ້ງນີ້.
໑. ທີ່ລະເຄື່ອງໝາຍບ່ອນນີ້ ແລະຕໍ່ໆໄປ ໝາຍຄວາມວ່າຊໍ້າກັນກັບເບື້ອງເທິງ ອ່ານຜ່ານກາຍໄປກໍໄດ້.








