ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸນັ້ນ ຄັນລະນິວອນຫ້າປະການ ອັນເປັນເຄື່ອງເສົ້າໝອງຈິຕ ເຮັດປັນຍາໃຫ້ຖອຍກໍາລັງເຫຼົ່ານີ້ ໄດ້ແລ້ວ, ເພາະສະງັດຈາກກາມແລະສະງັດຈາກອະກຸສົລທັມທັງຫຼາຍ ຈຶ່ງ ບັນລຸຊານທີ ໑ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກແລ້ວແລຢູ່. ເພາະສະງົບວິຕົກວິຈາຣເສຍໄດ້ ຈຶ່ງ ບັນລຸຊານທີ ໒ ເປັນເຄື່ອງຜ່ອງໃສໃນພາຍໃນ ເປັນບ່ອນເກີດສະມາທິແຫ່ງໃຈ ບໍ່ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ສະມາທິຢູ່. ເພາະຄວາມຈາງໄປແຫ່ງປີຕິ ຍ່ອມຢູ່ອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍນາມກາຍ ບັນລຸຊານທີ ໓ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ ຜູ້ໄດ້ຊານນີ້ ເປັນຜູ້ຢູ່ອຸເປກຂາ ມີສະຕິຢູ່ເປັນສຸຂ. ແລະເພາະລະສຸຂແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປແຫ່ງໂສມະນັດສະ ແລະໂທມະນັດສະໃນກາລກ່ອນ ຈຶ່ງໄດ້ ບັນລຸຊານທີ ໔ ອັນບໍ່ທຸກຂ໌ບໍ່ສຸຂ ມີແຕ່ຄວາມທີ່ມີສະຕິເປັນທໍາມະຊາດບໍຣິສຸດ ເພາະອຸເປກຂາ ແລ້ວແລຢູ່.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໙໑

ພຣາມເອີຍ ! ພິກຂຸເຫຼົ່າໃດທີ່ ຍັງເປັນເສຂະ (ຄືຍັງຕ້ອງຝຶກຕໍ່ໄປ) ຍັງບໍ່ບັນລຸອໍຣະຫັຕຕະມັຄ ຍັງປາຖນານິບພານອັນເປັນທີ່ກະເສມຈາກໂຢຄະ ບໍ່ມີສິ່ງອື່ນຍິ່ງໄປກວ່າຢູ່, ຄໍາສອນ ທີ່ກ່າວມານີ້ແຫຼະ ເປັນຄໍາສອນສໍາລັບພິກຂຸທັງຫຼາຍເຫຼົ່ານັ້ນ. ສ່ວນພິກຂຸເຫຼົ່າໃດ ເປັນ ອໍຣະຫັນຕ໌ໝົດອາສະວະ ແລ້ວ ຈົບພຣົມມະຈັນແລ້ວ ເຮັດກິດທີ່ຕ້ອງເຮັດສໍາເລັດແລ້ວ ມີພາຣະອັນປົງໄດ້ແລ້ວ ມີປະໂຍຊນ໌ຕົນອັນໄດ້ບັນລຸເຖິງແລ້ວ ມີສັງໂຍຊນ໌ໃນພົບດັບສິ້ນໄປຮອບແລ້ວ ຫຼຸດພົ້ນແລ້ວ ເພາະຮູ້ໂດຍຖືກຕ້ອງແລ້ວ, ທັມທັງຫຼາຍ (ໃນຄໍາສອນ) ເຫຼົ່ານີ້ ເປັນໄປເພື່ອຄວາມຢູ່ເປັນສຸຂໃນທິຕຖະທັມ ແລະເພື່ອສະຕິສັມປະຊັນຍະ ແກ່ພິກຂຸທັງຫຼາຍເຫຼົ່ານີ້ດ້ວຍ.

ທົງຝຶກສາວົກເປັນລໍາດັບໆ ໑

ອັກຄິເວສະນະ ! ເມື່ອໃດ໒ ຊ້າງທີ່ຖືກຝຶກຮູ້ຈັກເຮັດຕາມຄໍາຂອງຄົນຝຶກໃນການລຸກຂຶ້ນແລະການຊຸດລົງແລ້ວ ຕໍ່ຈາກນັ້ນຜູ້ຝຶກກໍຝຶກໃຫ້ຮູ້ຈັກອາການທີ່ເອີ້ນວ່າ ອາເນນຊະ (ບໍ່ຫວັ່ນໄຫວ) ເຂົາຜູກໂລ່ໄວ້ທີ່ງວງ ມີຜູ້ຖືຫອກຊັດ ນັ່ງເທິງຄໍຄົນໜຶ່ງ ແລະຫຼາຍຄົນລ້ອມຮອບໆ ຄົນຝຶກຖືຫອກຂະໜາດຍາວຢືນໜ້າຊ້າງນັ້ນ ແລະສອນໃຫ້ເຮັດການທີ່ເອີ້ນວ່າ ອາເນນຊະ, ຊ້າງນັ້ນບໍ່ໄດ້ຍັບຕີນໜ້າໃຫ້ໄຫວ ບໍ່ໄດ້ເຮັດຕີນຫຼັງ ກາຍຕອນໜ້າ, ກາຍຕອນຫຼັງ, ຫົວ, ໃບຫູ, ງາ, ຫາງ, ງວງ, ໃຫ້ໄຫວເລີຍ ເປັນຊ້າງຄູ່ຄວນທົງສໍາລັບພຣະຣາຊາ, ຍ່ອມທົນການປະຫານດ້ວຍຫອກ, ດາບ, ລູກສອນ, ການປະຫານຂອງຂ້າເສິກ, ທົນຕໍ່ສຽງບັນລືລັ່ນຂອງກອງ ບັນເທາະ ສັງຂ໌ ແລະ ເປິ່ງມ້າງທັງຫຼາຍ, ມີຄວາມບິດເບືອນ ດຸຮ້າຍ ເມົາມັນ ອັນດັບສິ້ນແລ້ວ ຄູ່ຄວນແກ່ພຣະຣາຊາ ເປັນຂອງໃຊ້ສອຍຂອງພຣະຣາຊາ ເອີ້ນໄດ້ວ່າເປັນອົງອະວັຍຍະວະຂອງພຣະຣາຊາ ດັ່ງນີ້, ນີ້ເຊັ່ນໃດ ;

໑. ບາລີ ທັນຕະພູມິສູຕ ອຸປຣິ. ມ. ໑໔/໒໖໖/໓໙໕. ຕຣັດແກ່ສາມະເນຣ ອະຈີຣະວະຕະ ຜູ້ອັກຄິເວສະນະໂຄຕ

ທີ່ສວນໄຜ່ ໃກ້ເມືອງຣາຊະຄຶ.

໒. ຕຣັດເລື່ອງການຝຶກຊ້າງເປັນລໍາດັບໆມາແລ້ວ ຕັ້ງແຕ່ນໍາອອກຈາກປ່າມາເປັນລໍາດັບເພື່ອປຽບທຽບກັບ

ການຝຶກພິກຂຸ.

໒໙໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ