ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພຣາມ ! ໃນກາລໃດ ພິກຂຸນັ້ນເປັນຜູ້ສັງລວມອິນຊີ (ເຊັ່ນທີ່ກ່າວນັ້ນ) ດີແລ້ວ ຕະຖາຄົຕຍ່ອມແນະນໍາໃຫ້ຍິ່ງຂຶ້ນໄປອີກວ່າ “ມາເຖີ້ນພິກຂຸ ! ເຈົ້າຈົ່ງເປັນຜູ້ຮູ້ປະມານໃນໂພຊະນະຢູ່ສະເໝີ ຈົ່ງພິຈາຣະນາໂດຍລະອຽດຖີ່ຖ້ວນແລ້ວຈຶ່ງສັນ ບໍ່ສັນເພື່ອຫຼິ້ນ ເພື່ອມົວເມົາ ເພື່ອປະດັບຕົກແຕ່ງ, ແຕ່ສັນພຽງເພື່ອໃຫ້ກາຍນີ້ຕັ້ງຢູ່ໄດ້ ເພື່ອໃຫ້ຊີວິຕເປັນໄປ ເພື່ອປ້ອງກັນຄວາມລໍາບາກ ເພື່ອອະນຸເຄາະພຣົມມະຈັນ, ໂດຍຄິດວ່າເຮົາຈັກກໍາຈັດເວທະນາເກົ່າ (ຄືຫິວ) ເສຍ ແລ້ວບໍ່ສ້າງເວທະນາໃໝ່ (ອີ່ມຈົນອຶດອັດ) ໃຫ້ເກີດຂຶ້ນ. ຄວາມທີ່ອາຍຸດໍາເນີນໄປໄດ້ ຄວາມບໍ່ມີໂທດເພາະອາຫາຣ ແລະຄວາມຢູ່ຜາສຸກສໍາລານຈະມີແກ່ເຮົາ” ດັ່ງນີ້.
ພຣາມ ! ໃນກາລໃດ ພິກຂຸນັ້ນເປັນຜູ້ຮູ້ປະມານໃນໂພຊະນະ (ເຊັ່ນທີ່ກ່າວນັ້ນ) ດີແລ້ວ ຕະຖາຄົຕຍ່ອມແນະນໍາໃຫ້ຍິ່ງຂຶ້ນໄປອີກວ່າ “ມາເຖີ້ນພິກຂຸ ! ເຈົ້າຈົ່ງປະກອບຄວາມພຽນໃນທັມເປັນເຄື່ອງຕື່ນ (ບໍ່ຫຼັບ ບໍ່ງ້ວງ ບໍ່ມືນຊາ). ຈົ່ງຊໍາຣະຈິຕໃຫ້ປອດກ້ຽງສິ້ນເຊີງ ຈາກອາວະຣະນິຢະທັມທັງຫຼາຍ ດ້ວຍການຍ່າງ ການນັ່ງ ຕະຫຼອດວັນຈົນຄໍ່າ ໄປຈົນໝົດຍາມຕົ້ນແຫ່ງຣາຕີ. ຄັນຍາມກາງແຫ່ງຣາຕີ ສໍາເລັດການນອນຢ່າງຣາຊະສີ (ຄື) ຕະແຄງຂວາ ບາທາເຫຼື່ອມບາທາ ມີສະຕິ ສັມປະຊັນຍະໃນການລຸກຂຶ້ນ. ຄັນເຖິງຍາມທ້າຍແຫ່ງຣາຕີ ລຸກຂຶ້ນແລ້ວ ຊໍາຣະຈິຕໃຫ້ປອດກ້ຽງຈາກອາວະຣະນິຢະທັມ ດ້ວຍການຍ່າງ ການນັ່ງ ອີກຕໍ່ໄປ” ດັ້ງນີ້.
ພຣາມ ! ໃນກາລໃດ ພິກຂຸນັ້ນເປັນຜູ້ປະກອບຄວາມພຽນໃນທັມເປັນເຄື່ອງຕື່ນ (ເຊັ່ນທີ່ກ່າວນັ້ນ) ດີແລ້ວ ຕະຖາຄົຕຍ່ອມແນະນໍາໃຫ້ຍິ່ງຂຶ້ນໄປອີກວ່າ “ມາເຖີ້ນພິກຂຸ ! ເຈົ້າຈົ່ງເປັນຜູ້ປະກອບພ້ອມດ້ວຍສະຕິສັມປະຊັນຍະ ຮູ້ໂຕທົ່ວພ້ອມໃນການກ້າວໄປເບື້ອງໜ້າ ການຖອຍກັບໄປທາງຫຼັງ, ການແລເບິ່ງ ການຫຼຽວເບິ່ງ, ການຄູ້ ການຢຽດ, ການຊົງສັງຄາຕິ ບາຕ ຈີວອນ, ການສັນ ການດື່ມ ການຄ້ຽວ ການຊີມ, ການຖ່າຍອຸດຈາຣະ ປັດສາວະ, ການໄປ ການຢຸດ, ການນັ່ງ ການນອນ, ການຫລັບ ການຕື່ນ, ການເວົ້າ ການນິ້ງ” ດັ່ງນີ້.
໒໙໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ພຣາມ ! ໃນກາລໃດ ພິກຂຸນັ້ນເປັນຜູ້ປະກອບພ້ອມດ້ວຍສະຕິສັມປະຊັນຍະ (ເຊັ່ນທີ່ກ່າວນັ້ນ) ດີແລ້ວ ຕະຖາຄົຕຍ່ອມແນະນໍາໃຫ້ຍິ່ງຂຶ້ນໄປອີກວ່າ “ມາເຖີ້ນພິກຂຸ ! ເຈົ້າຈົ່ງເສບເສນາສະນະອັນງຽບສະງົບ ຄືປ່າເຫຼົ່າ ເຫງົ້າໄມ້ ພູເຂົາ ຮ່ອມຫ້ວຍ ພື້ນຖໍ້າ ປ່າຊ້າ ປ່າຮົກ ທີ່ແຈ້ງ ກອງເຟືອງ (ເຍື່ອງໃດເຍື່ອງໜຶ່ງ). ໃນກາລເປັນປັດສາພັຕ ກັບຈາກບິນທະບາຕແລ້ວ ນັ່ງຄູ້ບັນລັງ ຕັ້ງກາຍຊື່ຕົງ ມີສະຕິສະເພາະໜ້າ, ລະອະພິຊຊາໃນໂລກ ມີຈິຕປາສະຈາກອະພິຊຊາ ຄອຍຊໍາຣະຈິຕ ຈາກອະພິຊຊາ ; ລະພະຍາບາດ ມີຈິຕປາສະຈາກພະຍາບາດ ເປັນຜູ້ກະຣຸນາ ມີຈິຕຫວັງຄວາມເກື້ອກູນໃນສັຕທັງຫຼາຍ ຄອຍຊໍາຣະຈິຕຈາກພະຍາບາດ ; ລະຖີນະມິດທະ ມຸ່ງຢູ່ແຕ່ຄວາມສະຫວ່າງໃນໃຈ ມີຈິຕປາສະຈາກຖີນະມິດທະ ມີສະຕິສັມປະຊັນຍະ ຮູ້ສຶກໂຕ ຄອຍຊໍາຣະຈິຕຈາກຖີນະມິດທະ ; ລະອຸດທັດຈະກຸກກຸດຈະ ບໍ່ຟຸ້ງຊ້ານ ມີຈິຕສະງົບຢູ່ໃນພາຍໃນ ຄອຍຊໍາຣະຈິຕຈາກອຸດທັດຈະກຸກກຸດຈະ ; ລະວິຈິກິຈສາ ຂ້າມພົ້ນວິຈິກິຈສາເສຍໄດ້ ບໍ່ຕ້ອງກ່າວວ່າ ‘ນີ້ອັນໃດ ນີ້ແນວໃດ’ ໃນກຸສົລທັມທັງຫຼັາຍ (ເພາະຄວາມສົງໄສ) ຄອຍຊໍາຣະຈິຕຈາກວິຈິກິຈສາ” ດັ່ງນີ້.








