ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ໃນກາລກ່ອນກໍຕາມ ໃນບັດນີ້ກໍຕາມ ເຮົາບັນຍັດຂຶ້ນສອນແຕ່ເລື່ອງຄວາມທຸກຂ໌ ແລະຄວາມດັບສະນິດບໍ່ມີເຫຼືອຂອງຄວາມທຸກຂ໌ເຊັ່ນນີ້ ແມ່ນວ່າຈະມີໃຜມາດ່າວ່າຖາກຖາງກະທົບສຽດສີ ຕະຖາຄົຕກໍບໍ່ມີຄວາມໂກດແຄ້ນຂຸ່ນເຄືອງເດືອດຮ້ອນໃຈ ເພາະເຫດນັ້ນແຕ່ປະການໃດ. ພິກຂຸ ທ. ! ໃນເລື່ອງດຽວກັນນັ້ນເອງ ແມ່ນວ່າຈະມີໃຜມາສັກກາຣະເຄົາຣົບສັນລະເສີນບູຊາ, ຕະຖາຄົຕກໍບໍ່ມີຄວາມຮູ້ສຶກເພີດເພີນຊື່ນຊົມ ຫຼືເປີບໃຈໄປຕາມ. ຖ້າມີໃຜມາສັກກາຣະເຄົາຣົບສັນລະເສີນບູຊາ ຕະຖາຄົຕກໍຍ່ອມມີຄວາມຄິດແນວນີ້ວ່າ ກ່ອນໜ້ານີ້ເຮົາມີຄວາມຮູ້ສຶກໂຕທົ່ວເຖິງແນວໃດ ບັດນີ້ເຮົາກໍຕ້ອງເຮັດໃຫ້ມີຄວາມຮູ້ສຶກໂຕທົ່ວເຖິງແນວນັ້ນ, ດັ່ງນີ້.
ຄໍາສອນທີ່ທົງສັ່ງສອນຫຼາຍທີ່ສຸດ ໑
“ພຣະໂຄດົມຜູ້ຈະເຣີນ ທົງນໍາສາວົກທັງຫຼາຍໄປແນວໃດ ? ອັນນຶ່ງ ອະນຸສາສະນີຂອງພຣະໂຄດົມຜູ້ຈະເຣີນ ຍ່ອມເປັນໄປໃນສາວົກທັງຫຼາຍ, ສ່ວນຫຼາຍ ມີສ່ວນຄືການຈໍາແນກແນວໃດ ?”
ອັກຄິເວສສະນະ ! ເຮົາຍ່ອມນໍາສາວົກທັງຫຼາຍໄປແນວນີ້, ອັນນຶ່ງ ອະນຸສາສະນີຂອງເຮົາ ຍ່ອມເປັນໄປໃນສາວົກທັງຫຼາຍ, ສ່ວນຫຼາຍ ມີສ່ວນແຫ່ງການຈໍາແນກແນວນີ້, ວ່າ “ພິກຂຸ ທ. ! ຮູບບໍ່ທ່ຽງ ເວທະນາບໍ່ທ່ຽງ ສັນຍາບໍ່ທ່ຽງ ສັງຂາຣ ທ. ບໍ່ທ່ຽງ ວິນຍານບໍ່ທ່ຽງ. ພິກຂຸ ທ. ! ຮູບບໍ່ແມ່ນຕົວຕົນ ເວທະນາບໍ່ແມ່ນຕົວຕົນ ສັນຍາບໍ່ແມ່ນຕົວຕົນ ສັງຂາຣ ທ. ບໍ່ແມ່ນຕົວຕົນ ວິນຍານບໍ່ແມ່ນຕົວຕົນ ສັງຂາຣ ທ. ທັງປວງບໍ່ທ່ຽງ ; ທັມ ທ. ທັງປວງບໍ່ແມ່ນຕົວຕົນ”. ດັ່ງນີ້.
໑. ບາລີ ຈູລສັຈຈກສູຕ ມູ. ມ. ໑໒/໔໒໖/໓໙໖. ຕຣັດແກ່ສັຈຈະກະນິຄັນຖະບຸຕ ທີ່ກູຕາຄາຣະສາລາ
ປ່າມະຫາວັນ ໃກ້ເມືອງເວສາລີ.
໒໘໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ອັກຄິເວສສະນະ ! ເຮົາຍ່ອມນໍາສາວົກທັງຫຼາຍໄປແນວນີ້ແລ; ອັນນຶ່ງ ອະນຸສາສະນີຂອງເຮົາ ຍ່ອມເປັນໄປໃນສາວົກທັງຫຼາຍ, ສ່ວນຫຼາຍ ມີສ່ວນຄືການຈໍາແນກແນວນີ້ ດັ່ງນີ້.
ທົງມີຫຼັກເກນການຝຶກຕາມລໍາດັບ (ຢ່າງຫຍໍ້) ໑
ດູຣາພຣາມ ! ໃນທັມວິນັຍນີ້ ເຮົາສາມາດບັນຍັດກົດເກນແຫ່ງການສຶກສາຕາມລໍາດັບ ການຝຶກຕາມລໍາດັບ ແລະການປະຕິບັດຕາມລໍາດັບ ໄດ້ຄືກັນ (ກັບທີ່ທ່ານມີວິທີຝຶກສອນສິດຂອງທ່ານໃຫ້ນັບຕາມລໍາດັບ).
ພຣາມ ! ປຽບເໝືອນຜູ້ຊໍານານການຝຶກມ້າ ໄດ້ມ້າຊະນິດທີ່ພໍຝຶກໄດ້ມາແລ້ວ ໃນຂັ້ນທໍາອິດຍ່ອມຝຶກໃຫ້ຮູ້ຈັກການຮັບສວມບັງຫຽນກ່ອນ ແລ້ວຈຶ່ງຝຶກຢ່າງອື່ນໆ ໃຫ້ຍິ່ງຂຶ້ນໄປ ເຊັ່ນໃດ ; ພຣາມເອີຍ ! ຕະຖາຄົຕຄັນໄດ້ບຸຣຸສທີ່ພໍຝຶກໄດ້ມາແລ້ວ ໃນຂັ້ນທໍາອິດຍ່ອມແນະນໍາໃຫ້ແນວນີ້ກ່ອນວ່າ “ມາເຖີ້ນພິກຂຸ ! ເຈົ້າຈົ່ງເປັນຜູ້ມີສີລ ສັງລວມດ້ວຍດີໃນປາຕິໂມກ ເຖິງພ້ອມດ້ວຍມາຣະຍາດ ແລະໂຄຈອນ ມີປົກກະຕິເຫັນເປັນພັຍແມ່ນວ່າໃນໂທດທີ່ເລັກນ້ອຍ ຈົ່ງສະມາທານສຶກສາໃນສິກຂາບົດທັງຫຼາຍເຖີ້ນ” ດັ່ງນີ້.
ພຣາມ ! ໃນກາລໃດ ພິກຂຸນັ້ນເປັນຜູ້ມີສີລ (ເຊັ່ນທີ່ກ່າວແລ້ວ) ດີແລ້ວ ຕະຖາຄົຕຍ່ອມແນະນໍາໃຫ້ຍິ່ງຂຶ້ນໄປວ່າ “ມາເຖີ້ນພິກຂຸ ! ເຈົ້າຈົ່ງເປັນຜູ້ສັງລວມໃນອິນຊີທັງຫຼາຍ : ໄດ້ເຫັນຮູບດ້ວຍຕາແລ້ວ ຈັກບໍ່ຖືເອົາໂດຍນິມິຕ (ຄືຮວບຖືທັງໝົດວ່າງາມຫຼືບໍ່ງາມແລ້ວແຕ່ກໍລະນີ), ຈັກບໍ່ຖືເອົາໂດຍອະນຸພະຍັນຊະນະ (ຄືແຍກຖືເອົາແຕ່ບາງສ່ວນ ວ່າສ່ວນໃດງາມຫຼືບໍ່ງາມແລ້ວແຕ່ກໍລະນີ), ບາບອະກຸສົລ ກ່າວຄືອະພິຊຊາແລະໂທມະນັດ ມັກໄຫຼໄປຕາມອາຣົມ ເພາະການບໍ່ສັງລວມຈັກຂຸອິນຊີ. (ໃນໂສຕິນທະຣີຍະຄືຫູ ຄານິນທະຣີຢະຄືດັງ ຊິວຫິນທະຣີຢະຄືລີ້ນ ກາຍິນທະຣີຢະຄືກາຍ ແລະມະນິນທະຣີຢະຄືໃຈ ກໍມີຂໍ້ຄວາມນັຍແນວດຽວກັນ),” ດັ່ງນີ້.
໑. ບາລີ ຄະນະກະໂມກຄັລລານະສູຕ ອຸປຣິ. ມ. ໑໔/໘໒/໙໔. ຕຣັດແກ່ພຣາມ ຊື່ຄະນະກະໂມກຄັລລານະ
ທີ່ບຸບພາຣາມ ໃກ້ເມືອງສາວັຕຖີ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໘໙








