ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ປຸນນະ ! ...ໃນກໍລະນີ ເຈຕະນາເພື່ອລະເສຍຊຶ່ງ ກັມດໍາ ມີວິບາກດໍາ, ເຈຕະນາເພື່ອລະເສຍຊຶ່ງ ກັມຂາວ ມີວິບາກຂາວ, ເຈຕະນາເພື່ອລະເສຍຊຶ່ງ ກັມທັງດໍາທັງຂາວ ມີວິບາກທັງດໍາທັງຂາວ : ປຸນນະ ! (ສາມຢ່າງ) ນີ້ເອີ້ນວ່າ ກັມບໍ່ດໍາບໍ່ຂາວ ມີວິບາກບໍ່ດໍາບໍ່ຂາວ ເປັນໄປເພື່ອຄວາມດັບສິ້ນກັມ.

ປຸນນະ ! ເຫຼົ່ານີ້ແລ ກັມ ໔ ຢ່າງ ທີ່ເຮົາເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງແລ້ວ ປະກາດໃຫ້ຮູ້ທົ່ວກັນ.

ໝາຍເຫດ : ເລື່ອງກັມ ໔ ນີ້ ມີທີ່ມາໃນບ່ອນອື່ນຫຼາຍແຫ່ງ ມີລາຍລະອຽດຕົງກັນກໍມີ

ຕ່າງກັນກໍມີ : ໃນຈຕຸກກ. ອັງ. ໒໑/໓໑໓/໒໓໒ ແລະ ໒໓໔ ມີຂໍ້ຄວາມຄືກັນກັບຂໍ້ຄວາມ

ຂ້າງເທິງນີ້ທັງ ໔ ກັມ ; ໃນ ຈຕຸກກ. ອັງ. ໒໑/໓໑໘/໒໓໕ ທົງສະແດງກັມດໍາ ດ້ວຍການທຸສີລຫ້າ

ທົງສະແດງກັມຂາວ ດ້ວຍການມີສີລຫ້າ ສ່ວນກັມອີກສອງຢ່າງ ທົງສະແດງຄືກັນ ;

ໃນຈຕຸກກ. ອັງ. ໒໑/໓໑໙/໒໓໖ ທົງສະແດງກັມດໍາ ດ້ວຍອະນັນຕະຣິຍະກັມຫ້າ

ທົງສະແດງກັມຂາວ ດ້ວຍກຸສົລກັມມະບົດສິບ ສ່ວນກັມອີກສອງຢ່າງ ທົງສະແດງຄືກັນ ;

ໃນ ຈຕຸກກ. ອັງ. ໒໑/໓໒໐/໒໓໗ ທົງສະແດງກັມທີ ໑ - ທີ ໒ - ທີ ໓ ຄືກັນ

ທົງສະແດງກັມທີ ໔ ດ້ວຍອັຕຖັງຄິກະມັກຄະ ; ໃນ ຈຕຸກກ. ອັງ. ໒໑/໓໒໑/໒໓໘ ທົງສະແດງກັມທີ ໑

- ທີ ໒ - ທີ ໓ ຄືກັນ ທົງສະແດງກັມທີ ໔ ດ້ວຍສັມໂພຊົງຄ໌ເຈັດ. ຜູ້ຮັບການສະແດງ

ເປັນພິກຂຸແດ່ ເປັນຄົນພວກອື່ນແດ່. - ຜູ້ລວບລວມ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໖໗

ທົງເປັນຍາມເຝົ້າຕະລິ່ງໃຫ້ປວງສັຕ ໑

ພິກຂຸ ທ. ! ປຽບເໝືອນມີບຸຣຸສຜູ້ໜຶ່ງ ລອຍວ່າຍລ່ອງກະແສນໍ້າລົງໄປ ເພາະເຫດຈະໄດ້ ສິ່ງໜ້າຮັກ ໜ້າເພີນໃຈ.

ມີບຸຣຸສບັນດິຕຜູ້ໜຶ່ງ ຢືນຢູ່ເທິງຝັ່ງ ເຫັນບຸຣຸສຜູ້ລອຍນໍ້ານັ້ນແລ້ວ ຮ້ອງບອກໄປວ່າ “ທ່ານຜູ້ຈະເຣີນ ! ທ່ານຍ່ອມລອຍລ່ອງຕາມກະແສນໍ້າ ເພາະເຫດຈະໄດ້ ສິ່ງໜ້າຮັກ ໜ້າເພີນໃຈໂດຍແທ້. ແຕ່ວ່າ ທາງເບື້ອງລຸ່ມນັ້ນ ມີວັງນໍ້າເລິກ ມີຄື້ນ ມີນໍ້າວົນ ມີຍັກ ມີຣາກສົສ (ພາຍນໍ້າ) ເຊິ່ງເມື່ອທ່ານໄປເຖິງທີ່ບ່ອນນັ້ນແລ້ວ ຈັກຕ້ອງຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍ”.

ພິກຂຸ ທ. ! ບຸຣຸສຜູ້ລອຍລ່ອງຕາມກະແສນໍ້າ ນັ້ນ ຄັນໄດ້ຟັງດັ່ງນັ້ນແລ້ວ ກໍພະຍາຍາມລອຍທວນກະແສນໍ້າກັບມາ ດ້ວຍກໍາລັງມືແລະຕີນທັງໝົດຂອງເຂົາ.

ພິກຂຸ ທ. ! ຄໍາອຸປະມານີ້ ຕະຖາຄົຕຜູກຂຶ້ນ ເພື່ອໃຫ້ຮູ້ເນື້ອຄວາມ. ເນື້ອຄວາມໃນເລື່ອງນັ້ນ ດັ່ງນີ້ : ຄໍາວ່າ : ‘ກະແສນໍ້າ’ ເປັນຊື່ແຫ່ງຕັນຫາ. ຄໍາວ່າ : ‘ສິ່ງໜ້າຮັກ ໜ້າເພີນໃຈ’ ເປັນຊື່ແຫ່ງອາຍະຕະນະພາຍໃນຫົກ. ຄໍາວ່າ : ‘ວັງນໍ້າເລິກ’ ເປັນຊື່ແຫ່ງສັນໂຍຊນ໌ເບື້ອງຕໍ່າຫ້າຢ່າງ. ຄໍາວ່າ : ‘ຄື້ນ’ ເປັນຊື່ແຫ່ງຄວາມໂກດ ແລະ ຄວາມຄັບແຄ້ນ. ຄໍາວ່າ : ‘ນໍ້າວົນ’ ເປັນຊື່ແຫ່ງກາມະຄຸນຫ້າ. ຄໍາວ່າ : ‘ຍັກ’ ແລະ ‘ຣາກສົສ (ພາຍນໍ້າ)’ ເປັນຊື່ແຫ່ງເພດກົງຂ້າມ. ຄໍາວ່າ : ‘ລອຍທວນກະແສກັບມາ’ ເປັນຊື່ແຫ່ງເນກຂັມມະ. ຄໍາວ່າ : ‘ພະຍາຍາມດ້ວຍກໍາລັງມືແລະຕີນທັງໝົດ’ ເປັນຊື່ແຫ່ງການປາຣົບຄວາມພຽນ. ຄໍາວ່າ : ‘ບຸຣຸສບັນດິຕ ຜູ້ຢືນຢູ່ເທິງຝັ່ງ’ ເປັນຊື່ແຫ່ງຕະຖາຄົຕ ຜູ້ເປັນພຣະອະຣະຫັນຕະສັມມາສັມພຸດທະເຈົ້າ ນີ້ແລ.

໑. ບາລີ ອະຕິວຸ. ຂຸ. ໒໕/໓໑໖/໒໘໙. ຕຣັດແກ່ພິກຂຸທັງຫຼາຍ.

໒໖໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ທົງປ່ອຍປວງສັຕ ເໝືອນການປ່ອຍຝູງຄະນາເນື້ອ ໑

ພິກຂຸ ທ. ! ປຽບເໝືອນຝູງຄະນາເນື້ອຝູງໃຫຍ່ ເຂົ້າໄປອາໄສຢູ່ທົ່ງຮາບພຽງໃຫຍ່ໃກ້ປ່າກວ້າງ. ເກີດມີບຸຣຸສຄົນໃດຄົນໜຶ່ງ ເຊິ່ງເປັນຜູ້ປາຖນາຄວາມບໍ່ປອດພັຍ ບໍ່ເປັນປະໂຍຊນ໌ເກື້ອກູນແກ່ຝູງຄະນາເນື້ອນັ້ນ. ເຂົາປິດຫົນທາງອັນກະເສມສະດວກ ໄປໄດ້ຕາມພໍໃຈມັກ ຂອງຄະນາເນື້ອເຫຼົ່ານັ້ນເສຍ ; ເປີດທາງອັນຕຣາຍໄວ້ ; ວາງເຫຍື່ອລໍ້ໂຕຜູ້ໄວ້ ; ຕັ້ງເຫຍື່ອລໍ້ໂຕແມ່ໄວ້ : ພິກຂຸ ທ. ! ດ້ວຍການເຮັດດັ່ງນີ້ ຄະນາເນື້ອຝູງໃຫຍ່ນັ້ນ ກໍຖືກຄວາມວິນາດ ຫຼຸດໜ້ອຍລົງ ໃນສະໄໝຕໍ່ມາ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ