ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ເພື່ອ ປິດກັ້ນ ເວຣ ທ. ອັນເກີດຂຶ້ນໃນທັມອັນຕົນເຫັນແລ້ວ ແລະເພື່ອ ກໍາຈັດ ເວຣ ທ. ອັນຈັກເກີດຂຶ້ນໃນທັມ ອັນສັຕຍ່ອມເຖິງໃນເບື້ອງໜ້າ ;

ເພື່ອ ປິດກັ້ນ ໂທດ ທ. ອັນເກີດຂຶ້ນໃນທັມອັນຕົນເຫັນແລ້ວ ແລະເພື່ອ ກໍາຈັດ ໂທດ ທ. ອັນຈັກເກີດຂຶ້ນໃນທັມ ອັນສັຕຍ່ອມເຖິງໃນເບື້ອງໜ້າ ;

ເພື່ອ ປິດກັ້ນ ພັຍ ທ. ອັນເກີດຂຶ້ນໃນທັມອັນຕົນເຫັນແລ້ວ ແລະເພື່ອ ກໍາຈັດ ພັຍ ທ. ອັນຈັກເກີດຂຶ້ນໃນທັມ ອັນສັຕຍ່ອມເຖິງໃນເບື້ອງໜ້າ ;

ເພື່ອ ປິດກັ້ນ ອະກຸສົລທັມ ທ. ອັນເກີດຂຶ້ນໃນທັມອັນຕົນເຫັນແລ້ວ ແລະເພື່ອ ກໍາຈັດ ອະກຸສົລທັມ ທ. ອັນຈັກເກີດຂຶ້ນໃນທັມ ອັນສັຕຍ່ອມເຖິງໃນເບື້ອງໜ້າ ;

ເພື່ອ ຄວາມເອັນດູແກ່ຄະຣືຫັດ ທ. ແລະ ເພື່ອ ຄວາມເຂົ້າໄປຕັດຮອນພິກຂຸ ທ. ຜູ້ມີຄວາມປາຖນາລາມົກ ;

ເພື່ອ ຄວາມເຫຼື້ອມໃສແກ່ບຸກຄົນທີ່ຍັງບໍ່ເຫຼື້ອມໃສ ທ. ແລະ ເພື່ອ ຄວາມເຫຼື້ອມໃສຍິ່ງໆຂຶ້ນໄປ ແກ່ບຸກຄົນຜູ້ເຫຼື້ອມໃສຢູ່ແລ້ວ ທ. ;

ເພື່ອ ຄວາມຕັ້ງໝັ້ນແຫ່ງພຣະສັດທັມ ແລະ ເພື່ອ ອະນຸເຄາະຊຶ່ງວິນັຍ ທ.

ພິກຂຸ ທ. ! ຕະຖາຄົຕບັນຍັດສິກຂາບົດ ແກ່ສາວົກ ທ. ເພາະອາໄສອໍານາດແຫ່ງປະໂຍຊນ໌ ສອງຢ່າງ (ສອງຢ່າງ ໆລໆ) ເຫຼົ່ານີ້ແລ.

(ເທົ່າທີ່ກ່າວມາເບື້ອງເທິງນີ້ ເປັນການທົງສະແດງປະໂຍຊນ໌ໃນການບັນຍັດສິກຂາບົດ ; ຕໍ່ຈາກນີ້ໄປ ທົງສະແດງປະໂຍຊນ໌ທັງ ໑໐ ຄູ່ເບື້ອງເທິງນີ້ ໃນການບັນຍັດລະບົບວິນັຍ ອີກ ໒໙ ລະບົບ ກ່າວຄືໃນການບັນຍັດປາຕິໂມກ... ໃນການບັນຍັດປາຕິໂມກຂຸດເທດ ... ໃນການບັນຍັດປາຕິໂມກຂັຕຖະປະນະ ... ປະວາຣະນາ ... ປະວາຣະນາຕຖະປະນະ ...ຕັຊຊະນິຢະກັມ... ນິຢັສສະກັມ... ປັບພາຊະນິຢະກັມ ... ປະຕິສາຣະນີຢະກັມ... ອຸກເຂປະນີຢະກັມ... ປະຣິວາສະທານະ... ມູລາຢະປະຕິກັສສະນະ... ມານັຕຕະທານະ... ອັບພານະ... ໂອສາຣະນະ... ນິສສາຣະນະ... ອຸປະສັມປະທາ... ຍັຕຕິກັມ... ຍັຕຕິທຸຕິຍະກັມ... ຍັຕຕິຈະຕຸຕຖະກັມ... ສິ່ງຊຶ່ງຍັງບໍ່ທົງບັນຍັດ ... ໃນການບໍ່ຖອນສິ່ງທີ່ທົງບັນຍັດແລ້ວ ... ໃນການບັນຍັດສັມມຸຂາວິນັຍ ... ສະຕິວິນັຍ ... ອະມູລະຫະວິນັຍ... ປະຕິນຍາຕະກະຣະນະ ... ເຢພຸຍຢະສິກາ... ຕັສສະປາປິຢະສິກາ... ໃນການບັນຍັດຕິນວັຕຖາຣະກະ ; ລວມກັນທັງໝົດເປັນລະບົບວິນັຍ ໓໐ ລະບົບ ທີ່ທົງບັນຍັດໂດຍອາໄສປະໂຍຊນ໌ທັງ ໑໐ ຄູ່ນັ້ນ.)

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໖໑

ຫົວໃຈພຣະທັມໃນຄໍາ “ກ່າວຊີ້ໂທດ” ຂອງພຣະອົງຄ໌ ໑

ສຸທິນນ໌ ! ແມ່ນແທ້ບໍ່ ໄດ້ຍິນວ່າເຈົ້າເສບເມຖຸນທັມ ກັບພັນຣະຍາເກົ່າ ?

“ຂ້າແຕ່ພຣະຜູ້ມີພຣະພາຄເຈົ້າ ! ເປັນຄວາມຈິງ ຂ້ານ້ອຍ”

ໂມຄະບຸຣຸສ ! ນັ້ນບໍ່ສົມຄວນ ບໍ່ເໝາະສົມ ບໍ່ເຂົ້າຮູບ ບໍ່ແມ່ນເລື່ອງຂອງສະມະນະ ບໍ່ສໍາເລັດປະໂຍຊນ໌ ບໍ່ໜ້າເຮັດເລີຍ.

ໂມຄະບຸຣຸສ ! ແນວໃດກັນໜໍ ທີ່ເຈົ້າບວດເຂົ້າມາໃນທັມວິນັຍອັນເຮົາກ່າວດີແລ້ວເຊັ່ນນີ້ ບໍ່ສາມາດປະພຶດພຣົມມະຈັນ ໃຫ້ບໍຣິສຸດບໍຣິບູນຈົນຕະຫຼອດຊີວິຕ.

ໂມຄະບຸຣຸສ ! ເຮົາສະແດງທັມແລ້ວໂດຍຫຼາຍແງ່ຫຼາຍມຸມ ເພື່ອຄວາມໜ່າຍ ບໍ່ແມ່ນເພື່ອຄວາມກໍາໜັດເລີຍ, ສະແດງທັມແລ້ວ ໂດຍຫຼາຍແງ່ຫຼາຍມຸມ ເພື່ອຄວາມຄາຍ ບໍ່ແມ່ນເພື່ອຄວາມຜູກມັດເລີຍ, ເຮົາສະແດງທັມແລ້ວ ໂດຍຫຼາຍແງ່ຫຼາຍມຸມ ເພື່ອຄວາມບໍ່ຢຶດຖື ບໍ່ແມ່ນເພື່ອຄວາມຢຶດຖືເລີຍ, ບໍ່ແມ່ນຫຼື. ໂມຄະບຸຣຸສ ! ໃນທັມນີ້ເອງ ເມື່ອເຮົາສະແດງທັມເພື່ອເບື່ອໜ່າຍ ເຈົ້າກໍກັບຄິດໄປໃນທາງກໍາໜັດ, ເມື່ອເຮົາສະແດງທັມເພື່ອຄາຍ ເຈົ້າກໍກັບຄິດໄປໃນທາງຜູກມັດ, ເມື່ອເຮົາສະແດງທັມເພື່ອບໍ່ຢຶດຖື ເຈົ້າກໍກັບຄິດໄປໃນທາງຢຶດຖື.

ໂມຄະບຸຣຸສ ! ເຮົາສະແດງທັມແລ້ວໂດຍຫຼາຍແງ່ຫຼາຍມຸມ ເພື່ອຄວາມໜ່າຍແຫ່ງຣາຄະ ເພື່ອຄວາມຊ່ວງຈາກເມົາຂອງຄວາມເມົາ ເພື່ອດັບເສຍຊຶ່ງຄວາມກະຫາຍ ເພື່ອຖອນເສຍຊຶ່ງຄວາມອາລັຍ ເພື່ອຕັດເສຍຊຶ່ງວົງກົມຄືວັຕຕະ ເພື່ອຄວາມໝົດຕັນຫາ ເພື່ອຄວາມຈາງ ເພື່ອຄວາມດັບ ເພື່ອນິບພານ ບໍ່ແມ່ນບໍ.

໑. ບາລີ ມຫາວິ. ວິ. ໑/໓໕/໒໐. ຕຣັດແກ່ພິກຂຸຊື່ ສຸທິນ ຜູ້ເຮັດຜິດເປັນຄົນທໍາອິດ

ໃນປະຖົມປາຣາຊິກສິກຂາບົດ ທີ່ປ່າມະຫາວັນ ໃກ້ເມືອງເວສາລີ.

໒໖໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ