ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
໑. ບາລີ ມູ. ມ. ໑໒/໒໗໐/໒໘໐. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.
໒໕໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ເທົ່ານັ້ນເອງ, ເຊັ່ນໃດ ; ທັມທີ່ເຮົາສະແດງແລ້ວກໍເພື່ອຮື້ຖອນຕົນອອກຈາກທຸກຂ໌ ບໍ່ແມ່ນເພື່ອໃຫ້ຖືເອົາໄວ້ ປຽບໄດ້ກັບພວງແພ ກໍເຊັ່ນນັ້ນເໝືອນກັນ. ພິກຂຸ ທ. ! ເຈົ້າ ທ. ຜູ້ຮູ້ທົ່ວເຖິງທັມອັນເຮົາສະແດງແລ້ວ ປຽບດ້ວຍພວງແພ ຄວນລະແມ່ນແຕ່ທັມ ທ. ເສຍ ຈະເມື່ອຍກ່າວໄປຫຍັງເຖິງສິ່ງບໍ່ແມ່ນທັມ.
ອາການທີ່ທົງບັນຍັດວິນັຍ ໑
ສາຣີບຸຕ ! ເຈົ້າຈົ່ງລໍກ່ອນ, ຕະຖາຄົຕເອງ ຈັກເປັນຜູ້ຮູ້ເວລາທີ່ຄວນບັນຍັດວິນັຍ.
ສາຣີບຸຕ ! ສາສດາຍ່ອມບໍ່ບັນຍັດສິກຂາບົດ ສະແດງຂຶ້ນຊຶ່ງປາຕິໂມກຂ໌ ແກ່ສາວົກທັງຫຼາຍ ຕະຫຼອດເວລາທີ່ຍັງບໍ່ມີອາສະວະຖານິຢະທັມ໒ ເກີດຂຶ້ນໃນໝູ່ສົງ. ສາຣີບຸຕ ! ເມື່ອໃດ ອາສະວະຖານິຢະທັມບາງເຫຼົ່າ ປາກົດຂຶ້ນໃນໝູ່ສົງ ເມື່ອນັ້ນ ສາສດາຍ່ອມບັນຍັດສິກຂາບົດ ສະແດງປາຕິໂມກຂ໌ແກ່ສາວົກທັງຫຼາຍ ເພື່ອກໍາຈັດເສຍ ຊຶ່ງອາສະວະຖານິຢະທັມເຫຼົ່ານັ້ນ.
ສາຣີບຸຕ ! ອາສະວະຖານິຢະທັມ ຈະຍັງບໍ່ປາກົດຂຶ້ນໃນໝູ່ສົງຕະຫຼອດເວລາທີ່ໝູ່ສົງ ຍັງບໍ່ໃຫຍ່ໂຕເພາະຕັ້ງມາດົນ. ສາຣີບຸຕ ! ເມື່ອໃດ ສົງເປັນໝູ່ໃຫຍ່ໂຕເພາະຕັ້ງມາດົນ ເມື່ອນັ້ນ ອາສະວະຖານິຢະທັມບາງເຫຼົ່າ ຍ່ອມປາກົດຂຶ້ນໃນໝູ່ສົງ, ເມື່ອນັ້ນ ສາສດາຍ່ອມບັນຍັດສິກຂາບົດ ສະແດງປາຕິໂມກຂ໌ແກ່ສາວົກທັງຫຼາຍ ເພື່ອກໍາຈັດເສຍ ຊຶ່ງອາສະວະຖານິຢະທັມເຫຼົ່ານັ້ນ.
ສາຣີບຸຕ ! ອາສະວະຖານິຢະທັມ ຈະຍັງບໍ່ປາກົດຂຶ້ນໃນໝູ່ສົງຕະຫຼອດເວລາທີ່ໝູ່ສົງ ຍັງບໍ່ໃຫຍ່ໂຕເພາະແພ່ໄປເຕັມທີ່. ສາຣີບຸຕ ! ເມື່ອໃດ ສົງເປັນໝູ່ໃຫຍ່ໂຕເພາະແພ່ໄປເຕັມທີ່ ເມື່ອນັ້ນ ອາສະວະຖານິຢະທັມບາງເຫຼົ່າ ຍ່ອມປາກົດຂຶ້ນໃນໝູ່ສົງ, ເມື່ອນັ້ນ ສາສດາຍ່ອມບັນຍັດສິກຂາບົດ ສະແດງປາຕິໂມກຂ໌ແກ່ສາວົກທັງຫຼາຍ ເພື່ອກໍາຈັດເສຍ ຊຶ່ງອາສະວະຖານິຢະທັມເຫຼົ່ານັ້ນ.
໑. ບາລີ ມຫາວິ. ວິ. ໑/໑໕/໘. ຕຣັດແກ່ພຣະສາຣີບຸຕທີ່ເມືອງເນຣັນຊາ.
໒. ອາສະວະຖານິຢະທັມ ຄືທັມເສື່ອມເສຍ, ຫຼືການປະພຶດອັນເປັນທີ່ຕັ້ງແຫ່ງຄວາມເສື່ອມເສຍ.
ໂຜດປັນຈະວັຄຄີແລ້ວ - ໃກ້ຈະປະຣິນິບພານ ໒໕໙
ສາຣີບຸຕ ! ອາສະວະຖານິຢະທັມ ຈະຍັງບໍ່ປາກົດຂຶ້ນໃນໝູ່ສົງຕະຫຼອດເວລາທີ່ໝູ່ສົງ ຍັງບໍ່ໃຫຍ່ໂຕເພາະຈະເຣີນດ້ວຍລາບ. ສາຣີບຸຕ ! ເມື່ອໃດ ສົງເປັນໝູ່ໃຫຍ່ໂຕເພາະຈະເຣີນດ້ວຍລາບ ເມື່ອນັ້ນ ອາສະວະຖານິຢະທັມບາງເຫຼົ່າຍ່ອມປາກົດຂຶ້ນໃນໝູ່ສົງຄ໌, ເມື່ອນັ້ນ ສາສດາຍ່ອມບັນຍັດສິກຂາບົດ ສະແດງປາຕິໂມກຂ໌ແກ່ສາວົກທັງຫຼາຍ ເພື່ອກໍາຈັດເສຍ ຊຶ່ງອາສະວະຖານິຢະທັມເຫຼົ່ານັ້ນ.
ສາຣີບຸຕ ! ກໍສົງຄ໌ໝູ່ນີ້ ຍັງປະກອບດ້ວຍຄຸນອັນສູງ ບໍ່ມີຄວາມຕໍ່າຊາມ ບໍ່ມີຈຸດດໍາ ຍັງບໍຣິສຸດ ຂາວຜ່ອງ ຕັ້ງໝັ້ນຢູ່ໃນສາຣະ. ສາຣີບຸຕ ເອີຍ ! ໃນບັນດາພິກຂຸຫ້າຮ້ອຍອົງຄ໌ເຫຼົ່ານີ້ ອົງຄ໌ທີ່ຫຼ້າຫຼັງໝູ່ທີ່ສຸດ ກໍຍັງເປັນໂສດາບັນ ທ່ຽງແທ້ຕໍ່ການຕຣັສຮູ້ ມີອັນບໍ່ຕົກຕໍ່າເປັນທໍາມະດາ, ດັ່ງນີ້.
ເຫດຜົນທີ່ເຮັດໃຫ້ທົງບັນຍັດລະບົບວິນັຍ ໑
ພິກຂຸ ທ. ! ຕະຖາຄົຕບັນຍັດສິກຂາບົດແກ່ສາວົກ ທ. ເພາະອາໄສອໍານາດແຫ່ງປະໂຍຊນ໌ ສອງຢ່າງ (ສອງຢ່າງ ໆລໆ) ເຫຼົ່ານີ້. (ຕຣັດເທື່ອລະຄູ່ໆເຖິງ ໑໐ ຄັ້ງ, ລວມເປັນ ໑໐ ຄູ່ ; ແຕ່ໃນບ່ອນນີ້ນໍາເອົາມາຕໍ່ທ້າຍກັນທັງ ໑໐ ຄູ່ ໃນຄັ້ງດຽວກັນ, ເພື່ອຄວາມງ່າຍແກ່ການສຶກສາ ດັ່ງຕໍ່ໄປເບື້ອງລຸ່ມນີ້). ສອງຢ່າງ (ສອງຢ່າງ ໆລໆ) ເຫຼົ່ານີ້ ຄືອັນໃດໜໍ ? ຄື :-
ເພື່ອ ຄວາມຕັ້ງຢູ່ດີຂອງໝູ່ສົງຄ໌ ແລະ ເພື່ອຄວາມຢູ່ເປັນຜາສຸກຂອງໝູ່ສົງຄ໌;
ເພື່ອ ຂົ່ມບຸກຄົນດື້ດ້ານແກ້ຍາກ ແລະ ເພື່ອ ຄວາມຢູ່ເປັນຜາສຸກຂອງພິກຂຸ ທ. ຜູ້ມີສີລເປັນທີ່ຮັກ ;
ເພື່ອ ປິດກັ້ນ ອາສະວະ ທ. ອັນເກີດຂຶ້ນໃນທັມອັນຕົນເຫັນແລ້ວ (ກໍາລັງຮູ້ສຶກຢູ່) ແລະ ເພື່ອ ກໍາຈັດ ອາສະວະ ທ. ອັນຈັກເກີດຂຶ້ນໃນທັມ ອັນສັຕຍ່ອມເຖິງໃນເບື້ອງໜ້າ (ທີ່ຈະຮູ້ສຶກໃນກາລຕໍ່ໄປ) ;
໑. ບາລີ ທຸກ. ອັງ. ໒໐/໑໒໓/໔໓໖. ຕຣັດແກ່ພິກຂຸທັງຫຼາຍ.
໒໖໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔








