ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ໂປດຖະປາທະ ! ທັມທີ່ເຮົາສະແດງ ບັນຍັດ ວ່າເປັນເອກັງສິກະ ນັ້ນ ເປັນແນວໃດໜໍ ? ໂປດຖະປາທະ ! ທັມທີ່ເຮົາສະແດງ ບັນຍັດວ່າ ເປັນເອກັງສິກະນັ້ນ ຄືຂໍ້ທີ່ວ່າ “ນີ້ເປັນທຸກຂ໌” ດັ່ງນີ້ແດ່ ; ... “ນີ້ ເປັນເຫດໃຫ້ເກີດທຸກຂ໌” ດັ່ງນີ້ແດ່ ; ... “ນີ້ ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ແດ່ ; ... “ນີ້ ເປັນຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ແດ່ ; ໂປດຖະປາທະ ! ເພາະເຫດໃດໜໍ ເຮົາຈຶ່ງສະແດງບັນຍັດທັມເຫຼົ່ານີ້ ວ່າເປັນເອກັງສິກະ (ທີ່ຄວນສະແດງບັນຍັດໂດຍສ່ວນດຽວ) ? ໂປດຖະປາທະ ! ຂໍ້ນີ້ເພາະວ່າທັມເຫຼົ່ານັ້ນ ປະກອບດ້ວຍອັດຖະ ປະກອບດ້ວຍທັມ ເປັນເບື້ອງຕົ້ນແຫ່ງພຣົມມະຈັນ ເປັນໄປເພື່ອຄວາມໜ່າຍ ເປັນໄປເພື່ອຄວາມຄາຍກໍາໜັດ ເປັນໄປເພື່ອຄວາມດັບ ເປັນໄປເພື່ອຄວາມສງົບລະງັບ ເປັນໄປເພື່ອຄວາມຮູ້ຍິ່ງ ເປັນໄປເພື່ອຄວາມພ້ອມ ເປັນໄປເພື່ອນິບພານ ; ເພາະເຫດນັ້ນ ທັມເຫຼົ່ານັ້ນ ເຮົາຈຶ່ງສະແດງບັນຍັດ ວ່າເປັນເອກັງສິກະທັມ.

ທົງສະແດງທັມດ້ວຍຄວາມລະມັດລະວັງຢ່າງຍິ່ງ ໑

ພິກຂຸ ທ. ! ພະຍາສັຕ ຊື່ ສີຫະ ອອກຈາກຖໍ້າທີ່ອາໄສໃນເວລາແລງ ຢຽດຢືດກາຍ ແລ້ວຫຼຽວເບິ່ງທິສທັງສີ່ໂດຍຮອບ ບັນລືສີຫະນາດສາມຄັ້ງແລ້ວ ກໍທ່ຽວໄປເພື່ອຫາອາຫາຣ. ຣາຊະສີນັ້ນ ເມື່ອຄຸບຊ້າງ ກໍຄຸບດ້ວຍຄວາມລະມັດລະວັງຢ່າງຍິ່ງ ບໍ່ລະຫຼວມ. ເມື່ອຄຸບຄວາຍປ່າ ກໍຄຸບດ້ວຍຄວາມລະມັດລະວັງຢ່າງຍິ່ງ ບໍ່ລະຫຼວມ. ເມື່ອຄຸບງົວ ກໍຄຸບດ້ວຍຄວາມລະມັດລະວັງຢ່າງຍິ່ງ ບໍ່ລະຫຼວມ. ເມື່ອຄຸບເສືອດາວ ກໍຄຸບດ້ວຍຄວາມລະມັດລະວັງຢ່າງຍິ່ງ ບໍ່ລະຫຼວມ. ແມ່ນທີ່ສຸດແຕ່ເມື່ອຄຸບສັຕນ້ອຍໆ ເຊັ່ນ ກະຕ່າຍແລະແມວ ກໍຄຸບດ້ວຍຄວາມລະມັດລະວັງຢ່າງຍິ່ງ ບໍ່ລະຫຼວມ. ເພາະເຫດໃດໜໍ ? ເພາະຣາຊະສີນັ້ນຄິດວ່າ ຫຼ່ຽມຄູຂອງຣາຊະສີ ຢ່າໄດ້ເສື່ອມເສຍໄປເສຍເລີຍ ດັ່ງນີ້. ພິກຂຸ ທ. ! ກໍ ຄໍາວ່າ ຣາຊະສີໆ ນີ້ເປັນຄໍາແທນຊື່ຕະຖາຄົຕຜູ້ອະຣະຫັນຕ໌ຕຣັສຮູ້ຊອບດ້ວຍຕົນເອງ ດ້ວຍເໝືອນກັນ ການ ສະແດງທັມແກ່ບໍຣິສັດນັ້ນແຫຼະ ຄື ການບັນລືສີຫະນາດຂອງຕະຖາຄົຕ.

໑. ບາລີ ປັນຈກ. ອັງ. ໒໒/໑໓໗/໙໙. ຕຣັດແກ່ພິກຂຸທັງຫຼາຍ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໕໗

ພິກຂຸ ທ. ! ເມື່ອຕະຖາຄົຕສະແດງທັມແກ່ພິກຂຸທັງຫຼາຍ ກໍສະແດງດ້ວຍຄວາມລະມັດລະວັງຢ່າງຍິ່ງ ບໍ່ລະຫຼວມ. ເມື່ອສະແດງທັມແກ່ພິກຂຸນີທັງຫຼາຍ ກໍສະແດງດ້ວຍຄວາມລະມັດລະວັງຢ່າງຍິ່ງ ບໍ່ລະຫຼວມ. ເມື່ອສະແດງທັມແກ່ອຸປາສົກທັງຫຼາຍ ກໍສະແດງດ້ວຍຄວາມລະມັດລະວັງຢ່າງຍິ່ງ ບໍ່ລະຫຼວມ. ເມື່ອສະແດງທັມແກ່ອຸປາສິກາທັງຫຼາຍ ກໍສະແດງດ້ວຍຄວາມລະມັດລະວັງຢ່າງຍິ່ງ ບໍ່ລະຫຼວມ. ແມ່ນທີ່ສຸດແຕ່ເມື່ອສະແດງແກ່ປຸຖຸຊົນຊັ້ນຕໍ່າທົ່ວໄປ ເຊັ່ນແກ່ຄົນຂໍທານ ຫຼືພວກນາຍພານທັງຫຼາຍ ກໍຍ່ອມສະແດງດ້ວຍຄວາມລະມັດລະວັງຢ່າງຍິ່ງ ບໍ່ລະຫຼວມ. ເພາະເຫດໃດໜໍ ? ພິກຂຸ ທ. ! ເພາະເຫດວ່າ ຕະຖາຄົຕເປັນຜູ້ໜັກແໜ້ນໃນທັມ ເປັນຜູ້ເຄົາຣົບຕໍ່ທັມ ດັ່ງນີ້.

ທົງສະແດງທັມເພື່ອປ່ອຍວາງທັມ ບໍ່ແມ່ນເພື່ອຢຶດຖື ໑

ພິກຂຸ ທ. ! ປຽບເໝືອນບຸຣຸສເດີນທາງໄກ ໄປພົບແມ່ນໍ້າໃຫຍ່ : ຝັ່ງເບື້ອງນີ້ກໍເຕັມໄປດ້ວຍອັນຕະລາຍ ໜ້າລັງກຽດໜ້າຢ້ານກວາ ຝັ່ງເບື້ອງນັ້ນປອດພັຍ. ແຕ່ເຮືອຫຼືຂົວສໍາລັບຂ້າມບໍ່ມີເພື່ອຈະຂ້າມໄປ. ເຂົາໄຄ່ຄວນເຫັນເຫດນີ້ແລ້ວ ຄິດສືບຕໍ່ໄປວ່າ “ສະນັ້ນເຮົາຈົ່ງລວບລວມຫຍ້າແຫ້ງ ໄມ້ແຫ້ງ ກິ່ງໄມ້ ແລະໃບໄມ້ ມາຜູກເປັນແພ ແລ້ວພະຍາຍາມເອົາດ້ວຍມືແລະຕີນ ກໍຈະຍ່ອມຂ້າມໄປໂດຍສະວັດດີ”. ບຸຣຸສນັ້ນ ຄັນເຮັດແນວນັ້ນ ແລະຂ້າມໄປໂດຍສະຫວັດດີແລ້ວລັງເລວ່າ “ແພນີ້ ມີອຸປະກາຣະ ແກ່ເຮົາຢ່າງມາກລົ້ນ ຖ້າຈັ່ງໃດເຮົາຈັກທູນໄປດ້ວຍຫົວ ຫຼືແບກໄປດ້ວຍບ່າ ພາໄປດ້ວຍກັນ” ດັ່ງນີ້. ພິກຂຸ ທ. ! ພວກເຈົ້າຈະສໍາຄັນຂໍ້ນີ້ວ່າແນວໃດ : ບຸຣຸສນັ້ນ ຈັກເປັນຜູ້ມີກິຈກ່ຽວກັບແພເຖິງສໍ່ານັ້ນດອກຫຼື ? (“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ນັ້ນຫາບໍ່ໄດ້ ຂ້ານ້ອຍ !”) ພິກຂຸ ທ. ! ເຂົາຄວນຈະເຮັດແນວໃດ : ຖ້າຈັ່ງໃດ ເຂົາຄວນຈະລາກມັນຂຶ້ນບົກ ຫຼືປ່ອຍໃຫ້ລອຍຢູ່ໃນນໍ້າ ສ່ວນເຂົາເອງກໍຫຼີກໄປຕາມປາຖນາ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ