ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ພວກເຈົ້າຈົ່ງສະແດງທັມໃຫ້ງົດງາມໃນເບື້ອງຕົ້ນ ໃຫ້ງົດງາມໃນທ່າມກາງ ໃຫ້ງົດງາມໃນທີ່ສຸດ, ຈົ່ງປະກາດພຣົມມະຈັນໃຫ້ເປັນໄປພ້ອມທັງອັດຖະ ທັງພະຍັນຊະນະ ໃຫ້ບໍຣິສຸດບໍຣິບູນສິ້ນເຊີງ : ສັຕທັງຫຼາຍທີ່ເປັນພວກມີຂີ້ຝຸ່ນໃນດວງຕາແຕ່ເລັກນ້ອຍກໍມີຢູ່. ສັຕພວກນີ້ ຍ່ອມເສື່ອມຈາກຄຸນທີ່ຄວນໄດ້ ເພາະບໍ່ໄດ້ຟັງທັມ, ສັຕຜູ້ຮູ້ທົ່ວເຖິງທັມ ຈັກມີເປັນແນ່ແທ້.
ພິກຂຸ ທ. ! ແມ່ນວ່າເຮົາເອງ ກໍຈະໄປສູ່ເຂດອຸຣຸເວລາເສນານິຄົມ ເພື່ອສະແດງທັມ.
ຫຼັກທີ່ທົງໃຊ້ໃນການຕຣັດ ໑
(໖ ຢ່າງ)
ຣາຊະກຸມາຣ ! (໑) ຕະຖາຄົຕຮູ້ຊັດແຈ້ງຊຶ່ງວາຈາໃດ ອັນ ບໍ່ຈິງ ບໍ່ແທ້ ບໍ່ປະກອບ ດ້ວຍປະໂຍຊນ໌ ແລະ ບໍ່ເປັນທີ່ຮັກ ທີ່ພໍໃຈຂອງຜູ້ອື່ນ ຕະຖາຄົຕຍ່ອມ ບໍ່ກ່າວ ວາຈານັ້ນ.
(໒) ຕະຖາຄົຕຮູ້ຊັດແຈ້ງຊຶ່ງວາຈາໃດ ອັນ ຈິງ ອັນ ແທ້ ແຕ່ ບໍ່ປະກອບດ້ວຍປະໂຍຊນ໌ ແລະ ບໍ່ເປັນທີ່ຮັກ ທີ່ພໍໃຈຂອງຜູ້ອື່ນ ຕະຖາຄົຕຍ່ອມ ບໍ່ກ່າວ ວາຈານັ້ນ.
(໓) ຕະຖາຄົຕຮູ້ຊັດແຈ້ງຊຶ່ງວາຈາໃດ ອັນ ຈິງ ອັນ ແທ້ ປະກອບດ້ວຍປະໂຍຊນ໌ ແລະ ບໍ່ເປັນທີ່ຮັກ ທີ່ພໍໃຈຂອງຜູ້ອື່ນ ຕະຖາຄົຕຍ່ອມ ເລືອກໃຫ້ເໝາະກາລະ ເພື່ອກ່າວວາຈານັ້ນ.
(໔) ຕະຖາຄົຕຮູ້ຊັດແຈ້ງຊຶ່ງວາຈາໃດ ອັນ ບໍ່ຈິງ ບໍ່ແທ້ ບໍ່ປະກອບດ້ວຍປະໂຍຊນ໌ ແຕ່ ເປັນທີ່ຮັກ ທີ່ພໍໃຈຂອງຜູ້ອື່ນ ຕະຖາຄົຕຍ່ອມ ບໍ່ກ່າວ ວາຈານັ້ນ.
(໕) ຕະຖາຄົຕຮູ້ຊັດແຈ້ງຊຶ່ງວາຈາໃດ ອັນ ຈິງ ອັນ ແທ້ ແຕ່ ບໍ່ປະກອບດ້ວຍປະໂຍຊນ໌ ແຕ່ກໍ ເປັນທີ່ຮັກ ທີ່ພໍໃຈຂອງຜູ້ອື່ນ ຕະຖາຄົຕຍ່ອມ ບໍ່ກ່າວ ວາຈານັ້ນ.
໑. ບາລີ ມ. ມ. ໑໓/໙໑/໙໔. ຕຣັດແກ່ອະພະຢະຣາຊະກຸມາຣ ທີ່ເວລຸວັນ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໔໕
(໖) ຕະຖາຄົຕຮູ້ແຈ່ມແຈ້ງຊຶ່ງວາຈາໃດ ອັນ ຈິງ ອັນ ແທ້ ແລະ ປະກອບດ້ວຍປະໂຍຊນ໌ ແລະ ເປັນທີ່ຮັກ ທີ່ພໍໃຈຂອງຜູ້ອື່ນ ຕະຖາຄົຕຍ່ອມ ຮູ້ຈັກກາລະທີ່ເໝາະ ເພື່ອກ່າວວາຈານັ້ນ.
ຂໍ້ນີ້ເພາະເຫດໃດໜໍ ? ຣາຊະກຸມາຣ ! ເພາະຕະຖາຄົຕມີຄວາມເອັນດູໃນສັຕທັງຫຼາຍ.
ທົງມີຫຼັກເກນໃນການກ່າວຜິດຈາກຫຼັກເກນຂອງຄົນທົ່ວໄປ ໑
(ວັສສະກາຣະພຣາມ ໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ແລ້ວກາບທູນວ່າ :-)
“ພຣະໂຄດົມຜູ້ຈະເຣີນ ! ພວກຂ້າພະເຈົ້າມີຖ້ອຍຄໍາແລະຄວາມເຫັນດັ່ງນີ້ວ່າ ຜູ້ໃດໄດ້ເວົ້າຕາມທີ່ເຂົາເຫັນມາ ວ່າ ‘ຂ້າພະເຈົ້າໄດ້ເຫັນມາແນວນີ້’ ກໍດີ ; ກ່າວຕາມທີ່ເຂົາຟັງມາ ວ່າ ‘ຂ້າພະເຈົ້າໄດ້ຟັງມາແນວນີ້’ ກໍດີ ; ກ່າວຕາມທີ່ເຂົາກະທົບ (ທາງດັງ ລີ້ນ ກາຍ) ມາ ວ່າ ‘ຂ້າພະເຈົ້າໄດ້ກະທົບມາແນວນີ້’ ກໍດີ ; ກ່າວຕາມທີ່ເຂົາຮູ້ແຈ້ງແກ່ໃຈມາ ວ່າ ‘ຂ້າພະເຈົ້າໄດ້ຮູ້ແຈ້ງແກ່ໃຈມາແນວນີ້’ ກໍດີ ; ໂທດເພາະການກ່າວເຊັ່ນນັ້ນ ຍ່ອມບໍ່ມີແກ່ເຂົາເຫຼົ່ານັ້ນ, ດັ່ງນີ້.”
ພຣາມ ! ເຮົາບໍ່ກ່າວ ສິ່ງທີ່ໄດ້ເຫັນມາ ທຸກສິ່ງ ວ່າເປັນສິ່ງທີ່ຄວນກ່າວ ຫຼືວ່າເປັນສິ່ງທີ່ບໍ່ຄວນກ່າວ ; ເຮົາບໍ່ກ່າວ ສິ່ງທີ່ໄດ້ຟັງມາ ທຸກສິ່ງ ວ່າເປັນສິ່ງທີ່ຄວນກ່າວ ຫຼືວ່າເປັນສິ່ງທີ່ບໍ່ຄວນກ່າວ ; ເຮົາບໍ່ກ່າວ ສິ່ງທີ່ໄດ້ກະທົບມາ ທຸກສິ່ງ ວ່າເປັນສິ່ງທີ່ຄວນກ່າວ ຫຼືວ່າເປັນສິ່ງທີ່ບໍ່ຄວນກ່າວ ; ເຮົາບໍ່ກ່າວ ສິ່ງທີ່ໄດ້ຮູ້ແຈ້ງແກ່ໃຈມາ ທຸກສິ່ງ ວ່າເປັນສິ່ງທີ່ຄວນກ່າວ ຫຼືວ່າເປັນສິ່ງທີ່ບໍ່ຄວນກ່າວ.
ພຣາມ ! ເມື່ອກ່າວສິ່ງໃດທີ່ໄດ້ເຫັນມາ ແລ້ວເຮັດໃຫ້ອະກຸສົລທັມຈະເຣີນ ກຸສົລທັມເສື່ອມ, ເຮົາກ່າວສິ່ງທີ່ໄດ້ເຫັນຊະນິດນັ້ນ ວ່າ ເປັນສິ່ງທີ່ບໍ່ຄວນກ່າວ ; ພຣາມ ! ແຕ່ວ່າ ເມື່ອກ່າວສິ່ງໃດທີ່ໄດ້ເຫັນມາ ແລ້ວເຮັດໃຫ້ອະກຸສົລທັມເສື່ອມ ກຸສົລທັມຈະເຣີນ, ເຮົາກ່າວສິ່ງທີ່ໄດ້ເຫັນຊະນິດນີ້ ວ່າ ເປັນສິ່ງທີ່ຄວນກ່າວ ດັ່ງນີ້.
(ໃນກໍລະນີແຫ່ງ ສິ່ງທີ່ໄດ້ຟັງ ກໍດີ ທີ່ໄດ້ກະທົບ ກໍດີ ທີ່ໄດ້ຮູ້ແຈ້ງແກ່ໃຈ ກໍດີ ກໍຕຣັດໄວ້ດ້ວຍຂໍ້ຄວາມມີລະບຽບອັກສອນເຊັ່ນດຽວກັນກັບ ໃນກໍລະນີແຫ່ງສິ່ງທີ່ໄດ້ເຫັນ ດັ່ງທີ່ໄດ້ກ່າວມາແລ້ວເບື້ອງເທິງທຸກປະການ)
໑. ບາລີ ຈຕຸກກ. ອັງ. ໒໑/໒໓໔/໑໘໓. ຕຣັດແກ່ວັສສະກາຣະພຣາມ ມະຫາອາມາດແຄວ້ນມະຄົດ ທີ່ເວລຸວັນ
ໃກ້ເມືອງຣາຊະຄຶ.
໒໔໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔








