ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ຣາຊະກຸມາຣ ! ຄວາມຄິດຂໍ້ນີ້ໄດ້ມີແກ່ເຮົາວ່າ “ເຮົາຄວນສະແດງທັມແກ່ໃຜກ່ອນໜໍ ? ໃຜຈະຮູ້ທົ່ວເຖິງທັມນີ້ໂດຍໄວໜໍ ?” ຄວາມຮູ້ສຶກໄດ້ເກີດແກ່ເຮົາວ່າ “ອາລາຣະ ຜູ້ກາລາມະໂຄຕນີ້ແລ ເປັນບັນດິຕ ຜູ້ສະຫຼາດ ມີເມທາ ມີຊາດແຫ່ງສັຕຜູ້ມີຂີ້ຝຸ່ນໃນດວງຕາເລັກນ້ອຍມາດົນແລ້ວ, ຖ້າຈັ່ງໃດ ເຮົາຄວນສະແດງທັມແກ່ ອາລາຣະ ຜູ້ກາລາມະໂຄຕ ນີ້ກ່ອນເຖີ້ນ, ເຂົາຈະຮູ້ທົ່ວເຖິງທັມນີ້ເປັນແນ່ແທ້”. ຣາຊະກຸມາຣ ! ຄັ້ງນັ້ນ ເທວະດາໄດ້ເຂົ້າມາກ່າວຄໍານີ້ກັບເຮົາວ່າ “ພຣະອົງຜູ້ຈະເຣີນ ! ອາລາຣະຜູ້ກາລາມະໂຄຕ ໄດ້ກະທໍາກາລະ ໗ ວັນແລ້ວ”. ແລະຄວາມຮູ້ສຶກກໍໄດ້ເກີດແກ່ເຮົາວ່າ “ອາລາຣະ ຜູ້ກາລາມະໂຄຕ ໄດ້ກະທໍາກາລະ ໗ ວັນແລ້ວ ອາລາຣະຜູ້ກາລາມະໂຄຕໄດ້ເສື່ອມຈາກຄຸນອັນໃຫຍ່ເສຍແລ້ວ, ເພາະຫາກວ່າ ຖ້າເຂົາໄດ້ຟັງທັມນີ້ແລ້ວ ຈະຮູ້ທົ່ວເຖິງທັມນີ້ໄດ້ໂດຍໄວ” ດັ່ງນີ້.

ຣາຊະກຸມາຣ ! ຄວາມຄິດຂໍ້ນີ້ໄດ້ເກີດມີແກ່ເຮົາວ່າ “ອຸທະກະ ຜູ້ຣາມະບຸຕນີ້ແລ, ເປັນບັນດິຕຜູ້ສະຫຼາດ ມີເມທາ ມີຊາດແຫ່ງສັຕຜູ້ມີຂີ້ຝຸ່ນໃນດວງຕາແຕ່ເລັກນ້ອຍມາດົນແລ້ວ, ຖ້າຈັ່ງໃດເຮົາຄວນສະແດງທັມແກ່ອຸທະກະຜູ້ຣາມະບຸຕ ນັ້ນກ່ອນ, ເຂົາຈະຮູ້ທົ່ວເຖິງທັມນີ້ເປັນແນ່ແທ້”. ຣາຊະກຸມາຣ ! ເທວະດາໄດ້ເຂົ້າມາກ່າວຄໍານີ້ກັບເຮົາວ່າ “ພຣະອົງຜູ້ຈະເຣີນ ! ອຸທະກະຜູ້ຣາມະບຸຕ ໄດ້ກະທໍາກາລະເສຍເມື່ອຕອນເດິກຄືນນີ້ແລ້ວ”. ແລະຄວາມຮູ້ສຶກອັນນີ້ໄດ້ເກີດແກ່ເຮົາວ່າ “ອຸທະກະຜູ້ຣາມະບຸຕ ໄດ້ກະທໍາກາລະເສຍເມື່ອຕອນເດິກຄືນນີ້ແລ້ວ ອຸທະກະຜູ້ຣາມະບຸຕ ໄດ້ເສື່ອມຈາກຄຸນອັນໃຫຍ່ເສຍແລ້ວ, ເພາະຫາກວ່າ ຖ້າເຂົາໄດ້ຟັງທັມນີ້ແລ້ວ ຈະຮູ້ທົ່ວເຖິງທັມໂດຍໄວແນ່ແທ້ ! ເຮົາຈະສະແດງທັມແກ່ໃຜກ່ອນໜໍ ? ໃຜຈະຮູ້ທົ່ວເຖິງທັມນີ້ໂດຍໄວ ?” ດັ່ງນີ້.

໑. ບາລີ ມ. ມ. ໑໓/໔໖໔/໕໑໒. ຕຣັດແກ່ໂພທິຣາຊະກຸມາຣ, ແລະ ປາສະຣາສິສູຕ ມູ. ມ. ກໍມີ.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໒໗

ຣາຊະກຸມາຣ ! ຄວາມຄິດອັນນີ້ໄດ້ເກີດແກ່ເຮົາວ່າ “ພິກຂຸປັນຈະວັກຄີ ໄດ້ ອຸປັດຖາກເຮົາ ເມື່ອບໍາເພັນຄວາມພຽນ, ຜູ້ມີອຸປະກາຣະຫຼາຍແກ່ເຮົາ, ຖ້າຈັ່ງໃດ ເຮົາຄວນສະແດງທັມແກ່ພິກຂຸປັນຈະວັກຄີກ່ອນເຖີ້ນ”. ຣາຊກຸມາຣ ! ຄວາມສົງໄສເກີດແກ່ເຮົາວ່າ “ບັດນີ້ພິກຂຸປັນຈະວັກຄີຢູ່ບ່ອນໃດໜໍ ?” ດ້ວຍຈັກຂຸເປັນທິບບໍຣິສຸດຂ້າມພົ້ນຈັກຂຸສາມັນມະນຸສ ເຮົາໄດ້ເຫັນພິກຂຸປັນຈະວັກຄີ ຜູ້ຢູ່ແລ້ວທີ່ເມືອງພາຣານະສີ ນະ ປ່າອິສິປະຕະນະມິຄະທາຍະວັນ. ຣາຊະກຸມາຣ ! ຄັ້ງນັ້ນຄັນເຮົາຢູ່ທີ່ເຂດອຸຣຸເວລາ ຕາມພໍໃຈແລ້ວ, ໄດ້ຈາກໄປໂດຍທາງແຫ່ງເມືອງພາຣານະສີ.

ສະເດັດພາຣານະສີ - ພົບພໍ້ອຸປະກາຊີວົກ ໑

ຣາຊະກຸມາຣ ! ເຮົາ ຄັນຢູ່ທີ່ເຂດອຸຣຸເວລາຕາມພໍໃຈແລ້ວ, ໄດ້ຈາກໄປໂດຍທາງແຫ່ງເມືອງພາຣານະສີ. ຣາຊະກຸມາຣ ! ອາຊີວົກຊື່ອຸປະກະ ໄດ້ພົບພໍ້ກັບເຮົາທີ່ລະ ຫວ່າງເຂດຄະຍາແລະໂພທິ. ເຂົາໄດ້ກ່າວຄໍານີ້ກັບເຮົາຜູ້ເດີນທາງໄກມາແລ້ວວ່າ “ຜູ້ມີອາຍຸ ! ອິນຊີຂອງທ່ານຜ່ອງໃສແທ້, ຜິວພັນຂອງທ່ານສົດໃສຂາວຜ່ອງ, ຜູ້ມີອາຍຸ ! ທ່ານບວດເຈາະຈົງກັບໃຜ, ຫຼືວ່າຜູ່ໃດເປັນຄຣູຂອງທ່ານ, ຫຼືວ່າທ່ານພໍໃຈທັມມະຂອງໃຜ ?” ດັ່ງນີ້.

ຣາຊະກຸມາຣ ! ເມື່ອອຸປະກາຊີວົກຖາມແລ້ວດັ່ງນີ້ ເຮົາໄດ້ຕອບອຸປະກາຊີວົກດ້ວຍຄໍາ (ທີ່ຜູກເປັນກາບ ທ.) ວ່າ :-

“ເຮົາເປັນຜູ້ຄອບງໍາໄດ້ໝົດ, ເປັນຜູ້ຮູ້ຈົບໝົດ

ບໍ່ເຂົ້າໄປກ່ຽວຂ້ອງໃນສິ່ງທັງຫຼາຍ, ລະໄດ້ແລ້ວຊຶ່ງສິ່ງທັງປວງ,

ຫຼຸດພົ້ນແລ້ວເພາະທັມເປັນບ່ອນດັບສິ້ນຕັນຫາ, ຮູ້ຍິ່ງເອງແລ້ວ

ຈະຕ້ອງເຈາະຈົງເອົາໃຜໜໍ !

໑. ບາລີ ມ. ມ. ໑໓/໔໖໖/໔໑໒-໓. ແລະປາສະຣາສິສູຕ ກໍມີ.

໒໒໘ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ອາຈາຣຍ໌ຂອງເຮົາບໍ່ມີ, ຜູ້ທີ່ເປັນເໝືອນເຮົາກໍບໍ່ມີ, ຜູ້ຈະປຽບກັບເຮົາກໍບໍ່ມີ

ໃນໂລກແລະທັງເທວະໂລກ. ເຮົາເປັນອະຣະຫັນຕ໌ໃນໂລກ,

ເຮົາເປັນຄູບໍ່ມີໃຜຍິ່ງໄປກວ່າ. ເຮົາຜູ້ດຽວເປັນສັມມາສັມພຸດທະ,

ເຮົາເປັນຜູ້ດັບແລ້ວເຢັນສະນິດ, ຈະໄປສູ່ເມືອງແຫ່ງຊາວກາສີເພື່ອເຜີຍແພ່ທັມມະຈັກ. ໃນເມື່ອໂລກເປັນເໝືອນດັ່ງຕາບອດເຮົາໄດ້ກະໜໍ່າຕີກອງແຫ່ງອະມະຕະທັມແລ້ວ.” ດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ