ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຂອງສັຕບາງພວກ ໑
ພິກຂຸ ທ. ! ບຸກຄົນບາງຄົນໃນໂລກນີ້ ໄດ້ເຫັນຫຼືບໍ່ໄດ້ເຫັນຕະຖາຄົຕກໍຕາມ ໄດ້ຟັງຫຼືບໍ່ໄດ້ຟັງທັມວິນັຍທີ່ຕະຖາຄົຕປະກາດແລ້ວກໍຕາມ ກໍຫາເຂົ້າມາສູ່ຄອງແຫ່ງ ກຸສົລທັມໄດ້ບໍ່. ແຕ່ບຸກຄົນບາງຄົນໃນໂລກນີ້ ໄດ້ເຫັນຫຼືບໍ່ໄດ້ເຫັນຕະຖາຄົຕກໍຕາມ ໄດ້ຟັງຫຼືບໍ່ໄດ້ຟັງທັມວິນັຍທີ່ຕະຖາຄົຕປະກາດແລ້ວກໍຕາມ ຍ່ອມເຂົ້າມາສູ່ຄອງແຫ່ງກຸສົລທັມທັງຫຼາຍໄດ້ໂດຍແທ້. ສ່ວນບຸກຄົນບາງຄົນໃນໂລກນີ້ ຕໍ່ເມື່ອໄດ້ເຫັນຕະຖາຄົຕ ຫຼືໄດ້ຟັງທັມວິນັຍທີ່ຕະຖາຄົຕປະກາດແລ້ວ ຈຶ່ງເຂົ້າມາສູ່ຄອງແຫ່ງກຸສົລທັມທັງຫຼາຍໄດ້ ຖ້າບໍ່ໄດ້ເຫັນຕະຖາຄົຕ ຫຼືບໍ່ໄດ້ຟັງທັມວິນັຍທີ່ຕະຖາຄົຕ ປະກາດແລ້ວ ຍ່ອມບໍ່ອາດເຂົ້າມາສູ່ຄອງແຫ່ງກຸສົລທັມທັງຫຼາຍໄດ້ເລີຍ.
ພິກຂຸ ທ. ! ໃນບຸກຄົນ ໓ ປະເພດນັ້ນ ມີບຸກຄົນຢູ່ປະເພດໜຶ່ງ ຊຶ່ງຕໍ່ເມື່ອໄດ້ເຫັນຕະຖາຄົຕ ຫຼືໄດ້ຟັງທັມວິນັຍທີ່ຕະຖາຄົຕປະກາດແລ້ວ ຈຶ່ງຈະເຂົ້າມາສູ່ຄອງແຫ່ງກຸສົລທັມທັງຫຼາຍໄດ້ ຖ້າບໍ່ໄດ້ເຫັນຕະຖາຄົຕ ຫຼືບໍ່ໄດ້ຟັງທັມວິນັຍທີ່ຕະຖາຄົຕປະກາດແລ້ວ ຍ່ອມບໍ່ອາດເຂົ້າມາສູ່ຄອງແຫ່ງກຸສົລທັມທັງຫຼາຍໄດ້ເລີຍ. ເຮົາເພາະເຫັນແກ່ບຸກຄົນປະເພດນີ້ແຫຼະ ຈຶ່ງອະນຸຍາດໃຫ້ມີການສະແດງທັມ. ແລະເພາະອາໄສບຸກຄົນປະເພດນີ້ເປັນຫຼັກອີກເໝືອນກັນ ຈຶ່ງຈໍາຕ້ອງສະແດງທັມແກ່ບຸກຄົນປະເພດອື່ນດ້ວຍ.
໑. ບາລີ ຕິກ. ອັງ. ໒໐/໑໕໒/໔໖໑. ຕຣັດແກ່ພິກຂຸທັງຫຼາຍ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໒໕
ທົງເຫັນຊ່ອງທາງທີ່ຈະຊ່ວຍເຫຼືອປວງສັຕ ໑
ພິກຂຸ ທ. ! ຄັ້ງໜຶ່ງ ທີ່ເຂດອຸຣຸເວລາ ໃກ້ຝັ່ງແມ່ນໍ້າເນຣັນຊະຣາ, ທີ່ຕົ້ນໄຊເປັນບ່ອນພັກຮ້ອນຂອງເດັກລ້ຽງແບ້ ເມື່ອເຮົາໄດ້ຕຣັສຮູ້ໃໝ່ໆ, ຄວາມປະຣິວິຕົກແຫ່ງໃຈໄດ້ເກີດຂຶ້ນແກ່ເຮົາ ຂະນະເຂົ້າສູ່ທີ່ພັກກໍາບັງຫຼີກງຽບຢູ່, ວ່າ “ນີ້ເປັນຫົນທາງເຄື່ອງໄປທາງດຽວ ເພື່ອຄວາມບໍຣິສຸດປອດກ້ຽງຂອງສັຕທັງຫຼາຍ, ເພື່ອກ້າວຂ້າມພົ້ນເສຍຊຶ່ງຄວາມໂສກແລະປະຣິເທວະ ເພື່ອຄວາມຕັ້ງຢູ່ບໍ່ໄດ້ແຫ່ງທຸກຂ໌ແລະໂທມະນັດສະ ເພື່ອບັນລຸຍາຍະທັມ ເພື່ອເຮັດພຣະນິບພານໃຫ້ແຈ້ງ ທາງນີ້ຄື ສະຕິປັຕຖານສີ່. ສີ່ ເຫຼົ່າໃດໜໍ ? ຄື ພິກຂຸເປັນຜູ້ມີທໍາມະດາຕາມເຫັນກາຍໃນກາຍ, ເຫັນເວທະນາໃນເວທະນາ ທ., ເຫັນຈິຕໃນຈິຕ, ເຫັນທັມໃນທັມ ທ. ຢູ່, ເປັນຜູ້ມີຄວາມພຽນເຜົາບາບ ມີສະຕິ ສັມປະຊັນຍະ ນໍາເອົາອະພິຊຊາແລະໂທມະນັດສະໃນໂລກອອກໄດ້ : ນີ້ແຫຼະທາງທາງດຽວ” ດັ່ງນີ້.
ພິກຂຸ ທ. ! ລໍາດັບນັ້ນ ສະຫັມບໍດີພຣົມຮູ້ປະຣິວິຕົກໃນໃຈຂອງເຮົາ ຈຶ່ງອັນຕະທານຈາກພຣົມມະໂລກ ມາປາກົດຢູ່ສະເພາະໜ້າເຮົາ ເຖິງແລ້ວເທົ່າເວລາທີ່ບຸຣຸສແຂງ ແຮງຢຽດແຂນອອກແລ້ວງໍເຂົ້າເທົ່ານັ້ນ. ຄັ້ງນັ້ນສະຫັມບໍດີພຣົມພາດຜ້າຫົ່ມບ່ຽງບ່ານ້ອມອັນຊະລີເຂົ້າມາຫາເຮົາ ແລ້ວກ່າວກັບເຮົາວ່າ “ເຊັ່ນນັ້ນແລ ພຣະຜູ້ມີພຣະພາຄ ! ເຊັ່ນນັ້ນແລ ພຣະສຸຄົຕ ! ໆລໆ ນັ້ນເປັນທາງທາງດຽວ ເພື່ອຄວາມບໍຣິສຸດປອດກ້ຽງຂອງສັຕທັງຫຼາຍ, ເພື່ອກ້າວຂ້າມພົ້ນເສຍຊຶ່ງຄວາມໂສກແລະປະຣິເທວະ ເພື່ອຄວາມຕັ້ງຢູ່ບໍ່ໄດ້ແຫ່ງທຸກຂ໌ແລະໂທມະນັດສະ ໆລໆ ເພື່ອເຮັດພຣະນິບພານໃຫ້ແຈ້ງ”, ແລ້ວແລະໄດ້ກ່າວຄໍາ (ອັນຜູກເປັນກາບ) ວ່າ :-
“ພຣະສຸຄົຕ ! ຜູ້ມີທໍາມະດາເຫັນທີ່ສຸດຄືຄວາມໝົດສິ້ນໄປແຫ່ງຊາດ ຜູ້ມີພຣະທັຍອະນຸເຄາະສັຕດ້ວຍຄວາມເກື້ອກູນ ຍ່ອມທົງຊາບທາງເອກຊຶ່ງເຫຼົ່າພຣະອະຣະຫັນຕະ ໄດ້ອາໄສຂ້າມແລ້ວໃນກາລກ່ອນ ແລະກໍາລັງຂ້າມຢູ່ແລະຈັກຂ້າມ ຊຶ່ງໂອຄະໄດ້,” ດັ່ງນີ້.
໑. ບາລີ ມຫາວາຣ. ສັງ. ໑໙/໒໔໖-໒໔໘/໘໒໐-໘໒໔. ຕຣັດແກ່ພິກຂຸທັງຫຼາຍ.
໒໒໖ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ທົງລະນຶກຫາຜູ້ຮັບປະຖົມມະເທສນາ ໑








