ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ອັນໜຶ່ງ ເຂົານັ້ນຍ່ອມເຮັດໃຫ້ແຈ້ງໄດ້ ຊຶ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນບໍ່ມີອາສະວະ ເພາະໝົດສິ້ນອາສະວະແລ້ວ ດ້ວຍປັນຍາອັນຍິ່ງເອງ ເຂົ້າເຖິງແລ້ວ ແລະຢູ່ໃນວິຫາຣທັມນັ້ນ ໃນພົບອັນເປັນປັດຈຸບັນນີ້.

ພຣາມ ! ເຮົາບໍ່ອະນຸໂມທະນາຄໍາຂອງທ່ານ, ເຮົາບໍ່ຄັດຄ້ານຄໍາຂອງທ່ານ, ແຕ່ເຮົາບັນຍັດບຸກຄົນທີ່ມີທັມ ໔ ປະການ ວ່າເປັນມະຫາບຸຣຸສ ມະຫາປຣາຊ.

໒໑໔ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ວັດສະກາຣະພຣາມ ໄດ້ອະນຸໂມທະນາ ສັນລະເສີນຄໍາຂອງພຣະຜູ້ມີພຣະພາຄເຈົ້າຢ່າງຫຼວງຫຼາຍ ໃນທີ່ສຸດ ພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັດຄໍານີ້ວ່າ :-

ພຣາມ ! ທ່ານກ່າວຄໍາເອີ່ຍເຖິງເຮົາ. ເອົາເຖີ້ນເຮົາຈະເວົ້າໃຫ້ຊັດເຈນບາດດຽວວ່າ ເຮົາແລ ເປັນຜູ້ປະຕິບັດເກື້ອກູນແກ່ມະຫາຊົນ ເພື່ອຄວາມສຸຂຂອງມະຫາຊົນ ຍັງປະຊຸມຊົນໃຫ້ຕັ້ງຢູ່ໃນອະຣິຍະຍາຍະທັມ ກ່າວຄືຄວາມເປັນຜູ້ມີທັມງາມ ມີທັມເປັນກຸສົລ. ເຮົາແລ ເປັນຜູ້ຈໍານົງຈະຕຶກເລື່ອງໃດ ກໍຕຶກເລື່ອງນັ້ນໄດ້, ບໍ່ຈໍານົງຈະຕຶກເລື່ອງໃດ ກໍບໍ່ຕຶກເລື່ອງນັ້ນໄດ້, ຈໍານົງຈະດໍາຣິເລື່ອງໃດ ກໍຈະດໍາຣິເລື່ອງນັ້ນໄດ້, ບໍ່ຈໍານົງຈະດໍາຣິເລື່ອງໃດ ກໍບໍ່ດໍາຣິເລື່ອງນັ້ນໄດ້ ເພາະເຮົາເປັນຜູ້ມີອໍານາດເໜືອຈິຕ ໃນຄອງແຫ່ງຄວາມຕຶກທັງຫຼາຍ. ເຮົາແລ ເປັນຜູ້ໄດ້ຕາມຕ້ອງການ ໄດ້ໂດຍບໍ່ຍາກ ໄດ້ໂດຍບໍ່ລໍາບາກຊຶ່ງຊານທັງ ໔ ອັນເປັນທັມເຄື່ອງຢູ່ເປັນສຸຂໃນພົບປັດຈຸບັນນີ້ ອັນເປັນທັມເປັນໄປໃນທາງຈິຕຂັ້ນສູງ. ເຮົາແລ ເປັນຜູ້ເຮັດໃຫ້ແຈ້ງໄດ້ ຊຶ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນບໍ່ມີອາສະວະ ເພາະໝົດສິ້ນອາສະວະແລ້ວ ດ້ວຍປັນຍາອັນຍິ່ງເອງ ເຂົ້າເຖິງແລ້ວແລະຢູ່ໃນວິຫາຣທັມນັ້ນ ໃນພົບອັນເປັນປັດຈຸບັນນີ້ ດັ່ງນີ້.

ທົງຢູ່ໃນຖານະທີ່ໃຜໆຍອມຮັບວ່າເລີດກວ່າສັບພະສັຕ ໑

ພິກຂຸ ທ. ! ສັຕ ທ. ທີ່ບໍ່ມີຂາ ຫຼືມີ ໒ ຂາກໍດີ ມີ ໔ ຂາ ຫຼືມີຫຼາຍຂາກໍດີ ມີຮູບ ຫຼືບໍ່ມີຮູບກໍດີ ມີສັນຍາ ຫຼືບໍ່ມີສັນຍາກໍດີ ມີສັນຍາກໍບໍ່ແມ່ນ ບໍ່ມີສັນຍາກໍບໍ່ແມ່ນກໍດີ, ມີປະມານເທົ່າໃດ ; ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ ອັນໃຜໆ ຍ່ອມກ່າວວ່າ ເປັນຜູ້ເລີດກວ່າສັຕ ທ. ເຫຼົ່ານັ້ນ.

ພິກຂຸ ທ. ! ຊົນເຫຼົ່າໃດ ເຫຼື້ອມໃສແລ້ວ ໃນພຣະພຸດທະເຈົ້າ ; ຊົນເຫຼົ່ານັ້ນຊື່ວ່າເປັນຜູ້ເຫຼື້ອມໃສໃນບຸກຄົນທີ່ເລີດ. ເມື່ອເຫຼື້ອມໃສໃນສິ່ງທີ່ເລີດ ວິບາກກໍເປັນວິບາກທີ່ເລີດ ແລ.

໑. ບາລີ ຈຕຸກກ. ອັງ. ໒໑/໔໔/໓໔; ອິຕິວຸ. ຂຸ. ໒໕/໒໙໘/໒໗໐. ຕຣັດແກ່ພິກຂຸ ທ.

ແລະ ປັນຈກ. ອັງ. ໒໒/໓໗/໓໒.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໑໕

ບໍ່ມີໃຜປຽບສະເໝີເໝືອນ ໑

ພິກຂຸ ທ. ! ບຸກຄົນເອກ ເມື່ອເກີດຂຶ້ນມາໃນໂລກ ຍ່ອມເກີດຂຶ້ນ ເປັນຜູ້ເຊິ່ງບໍ່ມີໃຜຊໍ້າສອງ ບໍ່ມີໃຜຮ່ວມເປັນສະຫາຍດ້ວຍໄດ້ ບໍ່ມີຄູ່ປຽບ ບໍ່ມີຜູ້ເທົ່າທຽມ ບໍ່ມີຜູ້ຄ້າຍຄືດ້ວຍ ບໍ່ມີຄົນທຽບໄດ້ ບໍ່ມີຜູ້ສະເໝີໄດ້ ບໍ່ມີໃຜຈະປຽບໃຫ້ເໝືອນໄດ້ ແລະ ເປັນຜູ້ເລີດກວ່າບັນດາສັຕ ໒ ຂາທັງຫຼາຍແລ. ໃຜກັນໜໍເປັນບຸກຄົນເອກ ? ຕະຖາຄົຕ ຜູ້ເປັນອະຣະຫັນຕະ ຕຣັສຮູ້ຊອບເອງ ນີ້ແລເປັນບຸກຄົນເອກ.

ພິກຂຸ ທ. ! ນີ້ແລ ບຸກຄົນເອກ ຊຶ່ງເມື່ອເກີດຂຶ້ນມາໃນໂລກ ຍ່ອມເກີດຂຶ້ນເປັນຜູ້ຊຶ່ງບໍ່ມີໃຜຊໍ້າສອງ ບໍ່ມີໃຜຮ່ວມເປັນສະຫາຍດ້ວຍໄດ້ ບໍ່ມີຄູ່ປຽບ ບໍ່ມີຜູ້ເທົ່າທຽມ ບໍ່ມີຜູ້ຄ້າຍຄືດ້ວຍ ບໍ່ມີຄົນທຽບໄດ້ ບໍ່ມີຜູ້ສະເໝີໄດ້ ບໍ່ມີໃຜຈະປຽບໃຫ້ເໝືອນໄດ້ ແລະ ເປັນຜູ້ເລີດກວ່າບັນດາສັຕ ໒ ຂາທັງຫຼາຍ ແລ.

ບໍ່ທົງອະພິວາດຜູ້ໃດ ໒

ພຣາມ ! ໃນໂລກນີ້ ກັບທັງເທວະໂລກ ມາຣໂລກ ພຣົມມະໂລກ, ໃນໝູ່ສັຕ ພ້ອມທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸສ, ເຮົາຫຼິງບໍ່ເຫັນໃຜທີ່ເຮົາຄວນອະພິວາດ ຄວນລຸກຂຶ້ນຢືນຮັບ ຄວນຕ້ອນຮັບດ້ວຍການຕັ້ງອາສະນະໃຫ້ ເພາະວ່າ ຕະຖາຄົຕອະພິວາດ ລຸກຮັບ ຕັ້ງອາສະນະໃຫ້ຜູ້ໃດ ຫົວຂອງຜູ້ນັ້ນຈະຕ້ອງແຕກກະຈາຍອອກ.໓

໑. ບາລີ ເອກ. ອັງ. ໒໐/໒໙/໑໔໓. ຕຣັດແກ່ພິກຂຸທັງຫຼາຍ.

໒. ບາລີ ອັຕຖກ. ອັງ. ໒໓/໑໗໔/໑໐໑. ຕຣັດແກ່ເວຣັນຊະພຣາມ ທີ່ເຫງົ້າຕົ້ນກະເດົາຊື່ນະເລຣຸ

ເມືອງເວຣັນຊາ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ