ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ວັດສະ ! ພວກຊົນເຫຼົ່າໃດ ທີ່ກ່າວວ່າ “ພຣະສະມະນະໂຄດົມ ເປັນສັບພັນຍູ ຮູ້ສິ່ງທັງປວງຢູ່ ສະເໝີເປັນທໍາມະດາ ເປັນຜູ້ສັບພະທັດສາວີ ເຫັນສິ່ງທັງປວງຢູ່ສະເໝີເປັນທໍາມະດາ ແລະປະຕິນຍາ ຄວາມຮູ້ຄວາມເຫັນທົ່ວທຸກກາລ ບໍ່ມີສ່ວນເຫຼືອວ່າ ເມື່ອເຮົາທ່ຽວໄປໆກໍດີ ຢຸດຢູ່ກໍດີ ຄວາມຮູ້ ຄວາມເຫັນນັ້ນ ຍ່ອມປາກົດແກ່ເຮົາຕໍ່ເນື່ອງກັນຢູ່ສະເໝີ” ດັ່ງນີ້ ຊົນພວກນັ້ນບໍ່ໄດ້ກ່າວຕົງຕາມທີ່ເຮົາກ່າວ, ແຕ່ເຂົາກ່າວຕູ່ເຮົາດ້ວຍຄໍາອັນບໍ່ມີຈິງ ບໍ່ເປັນຈິງ.
໑. ບາລີ ມ. ມ. ໑໓/໒໓໗/໒໔໑. ຕຣັດແກ່ວັດສະໂຄຕປະຣິບພາຊົກ ທີ່ອາຣາມເອກະບຸນທະຣິກະ.
໒໑໒ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ວັດສະ ! ເມື່ອເຮົາຕ້ອງການຈະນ້ອມຈິຕໄປສະເພາະ ເພື່ອປຸບເພນິວາສານຸສສະຕິຍານ ເຮົາຈຶ່ງຕາມລະລຶກເຖິງຂັນທ໌ທີ່ເຄີຍຢູ່ອາໄສໃນພົບກ່ອນ ...ໆລໆ໑..., ເມື່ອເຮົາຕ້ອງການຈະນ້ອມຈິຕໄປສະເພາະ ເພື່ອທິບພະຈັກຂຸຍານ ເຮົາຈຶ່ງນ້ອມຈິຕໄປເພື່ອທິບພະຈັກຂຸຍານ...ໆລໆ... ເຮົາເຮັດໃຫ້ແຈ້ງເຈໂຕວິມຸດຕິ ປັນຍາວິມຸດຕິ ໆລໆ ແລ້ວແລຢູ່.
ວັດສະ ! ເມື່ອຜູ່ໃດກ່າວໃຫ້ແຈ່ມແຈ້ງວ່າ “ພຣະສະມະນະໂຄດົມ ມີວິຊຊາສາມ” ດັ່ງນີ້ ຈຶ່ງຈະຊື່ວ່າ ບໍ່ກ່າວຕູ່ເຮົາດ້ວຍຄໍາບໍ່ຈິງ, ເປັນການກ່າວຖືກຕ້ອງຕາມທັມ ແລະຜູ້ທີ່ກ່າວຕາມເຂົາຕໍ່ໆໄປ ກໍຈະບໍ່ຕົກໄປໃນຖານະອັນໃຜຈະຍ່ອມຕິຕຽນໄດ້.
ທົງຢືນຢັນຄວາມເປັນມະຫາບຸຣຸສ ໒
ວັດສະກາຣະພຣາມ ໄດ້ເຂົ້າເຝົ້າພຣະຜູ້ມີພຣະພາຄເຈົ້າທູນວ່າ :-
“ພຣະໂຄດົມຜູ້ຈະເຣີນ ! ພວກຂ້າພະເຈົ້າຍ່ອມບັນຍັດບຸກຄົນທີ່ມີທັມ ໔ ປະການ ວ່າເປັນມະຫາບຸຣຸສ ມະຫາປຣາຊ. ທັມ ໔ ປະການເຫຼົ່າໃດແດ່ ?
“ພຣະໂຄດົມຜູ້ຈະເຣີນ ! ຄືຄົນໃນໂລກນີ້ ເປັນພະຫຸສູຕ ມີເລື່ອງທີ່ຄວນສະດັບອັນຕົນໄດ້ສະດັບແລ້ວຫຼາຍ, ເປັນຄົນຮູ້ເນື້ອຄວາມແຫ່ງຂໍ້ຄວາມທີ່ມີຜູ້ກ່າວແລ້ວນັ້ນໆ ວ່ານີ້ເປັນ ຄວາມໝາຍແຫ່ງພາສິຕນີ້, ເປັນຄົນມີສະຕິລະນຶກສືບສາວການທີ່ກະທໍາ ຄໍາເວົ້າແລ້ວແມ່ນແຕ່ດົນນານໄດ້, ແລະເປັນຄົນສະຫຼາດໃນກິດຈະການຂອງຄະຣືຫັດທີ່ຕ້ອງຈັດຕ້ອງເຮັດ ຂະຫຍັນບໍ່ກຽດຄ້ານໃນກິດຈະການເຫຼົ່ານັ້ນ ມີປັນຍາພິຈາຣະນາສອບສວນອັນເປັນອຸບາຍວິທີທີ່ຈະໃຫ້ກິດຈະການນັ້ນສໍາເລັດໄດ້ດ້ວຍດີ ສາມາດເຮັດເອງ ແລະສາມາດທີ່ຈະຈັດໃຫ້ຜູ້ອື່ນເຮັດ ໃນກິດຈະການເຫຼົ່ານັ້ນ, ພຣະໂຄດົມຜູ້ຈະເຣີນ ! ພວກຂ້າພະເຈົ້າບັນຍັດບຸກຄົນຜູ້ມີທັມ ໔ ປະການເຫຼົ່ານີ້ແລ ວ່າເປັນມະຫາບຸຣຸສ ມະຫາປຣາຊ. ຖ້າຄໍາຂອງຂ້າພະເຈົ້າຄວນອະນຸໂມທະນາ ກໍຂໍຈົ່ງອະນຸໂມທະນາ, ຖ້າຄວນຄັດຄ້ານ ກໍຂໍຈົ່ງຄັດຄ້ານເຖີ້ນ”.
໑. ຄໍາທີ່ລະ ....ໆລໆ.... ຫາເບິ່ງທີ່ສົມບູນໄດ້ບ່ອນທີ່ໃນຕອນຕຣັສຮູ້ ວິຊຊາສາມ, ໃນພາກ ໒.
໒. ບາລີ ຈຕຸກກ. ອັງ. ໒໑/໔໕/໓໕. ຕຣັດແກ່ວັດສະກາຣະພຣາມທີ່ເວລຸວັນ ໃກ້ເມືອງຣາຊະຄຶ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໑໓
ພຣະຜູ້ມີພຣະພາຄເຈົ້າໄດ້ຕຣັດຕອບວ່າ :-
ພຣາມ ! ເຮົາບໍ່ອະນຸໂມທະນາຄໍາຂອງທ່ານ, ເຮົາບໍ່ຄັດຄ້ານຄໍາຂອງທ່ານ, ເຮົາເອງກໍບັນຍັດບຸກຄົນທີ່ມີທັມມະ ໔ ປະການ ວ່າເປັນມະຫາບຸຣຸສ ມະຫາປຣາຊ. ທັມມະ ໔ ປະການເຫຼົ່າໃດໜໍ ?
ພຣາມ ! ຄືຄົນໃນໂລກນີ້ ເປັນຜູ້ປະຕິບັດເກື້ອກູນແກ່ມະຫາຊົນ ເພື່ອຄວາມສຸຂຂອງມະຫາຊົນ ຍັງປະຊຸມຊົນສ່ວນຫຼາຍ ໃຫ້ປະດິດສະຖານຢູ່ໃນອະຣິຍະຍາຍະທັມ ຄືຄວາມເປັນຜູ້ມີທັມງາມ ມີທັມເປັນກຸສົລ.
ອັນໜຶ່ງ ເຂົາເປັນຜູ້ຈໍານົງຈະຕຶກເລື່ອງໃດ ກໍຕຶກເລື່ອງນັ້ນໄດ້, ບໍ່ຈໍານົງຈະຕຶກເລື່ອງໃດ ກໍບໍ່ຕຶກເລື່ອງນັ້ນໄດ້, ຈໍານົງຈະດໍາຣິເລື່ອງໃດ ກໍຈະດໍາຣິເລື່ອງນັ້ນໄດ້, ບໍ່ຈໍານົງຈະດໍາຣິເລື່ອງໃດ ກໍບໍ່ດໍາຣິເລື່ອງນັ້ນໄດ້ ເພາະເຂົາເປັນຜູ້ມີອໍານາດເໜືອຈິຕ ໃນຄອງແຫ່ງຄວາມຕຶກທັງຫຼາຍ.
ອັນໜຶ່ງ ເຂົາເປັນຜູ້ໄດ້ຕາມຕ້ອງການ ໄດ້ໂດຍບໍ່ຍາກ ໄດ້ໂດຍບໍ່ລໍາບາກຊຶ່ງຊານທັງ ໔ ອັນເປັນທັມເຄື່ອງຢູ່ເປັນສຸຂໃນພົບປັດຈຸບັນນີ້ ອັນເປັນທັມເປັນໄປໃນທາງຈິຕຂັ້ນສູງ.








