ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ເກວັຕຕະ ! ມີປາຕິຫາຣສາມຢ່າງ ທີ່ເຮົາໄດ້ເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ແລ້ວປະກາດໃຫ້ຜູ້ອື່ນຮູ້ໄດ້. ສາມຢ່າງ ອັນໃດໜໍ ? ສາມຢ່າງ ຄື ອິດທິປາຕິຫາຣ ອາເທສນາປາຕິຫາຣ ແລະ ອະນຸສາສນີປາຕິຫາຣ.
(໑) ເກວັຕຕະ ! ອິດທິປາຕິຫາຣ ນັ້ນ ເປັນແນວໃດໜໍ ? ເກວັຕຕະ ! ພິກຂຸໃນສາສນານີ້ ສະແດງອິດທິວິທີມີຢ່າງຕ່າງໆ : ຜູ້ດຽວແປງຮູບເປັນຫຼາຍຄົນ, ຫຼາຍຄົນເປັນຄົນດຽວ, ເຮັດທີ່ກໍາບັງໃຫ້ເປັນທີ່ແຈ້ງ ເຮັດທີ່ແຈ້ງໃຫ້ເປັນທີ່ກໍາບັງ, ໄປໄດ້ບໍ່ຂັດຂ້ອງ ຜ່ານທະລຸຝາ ທະລຸກໍາແພງ ທະລຸພູເຂົາ ດຸດດັ່ງໄປໃນອາກາດວ່າງໆ, ຜຸດຂຶ້ນແລະດໍາລົງໃນແຜ່ນດິນໄດ້ເໝືອນໃນນໍ້າ, ໄຕ່ໄດ້ເທິງນໍ້າເໝືອນຍ່າງເທິງແຜ່ນດິນ, ໄປໄດ້ໃນອາກາດເໝືອນນົກມີປີກ ທັງທີ່ນັ່ງຂັດສະມາທິຄູ້ບັນລັງ. ລູບຄໍາດວງຈັນແລະດວງອາທິຕ ອັນມີຣິດອານຸພາບຫຼາຍໄດ້ດ້ວຍຝ່າມື. ແລະສະແດງອໍານາດດ້ວຍກາຍ ເປັນໄປຕະຫຼອດເຖິງພຣົມມະໂລກໄດ້. ເກວັຕຕະ ! ກຸລະບຸຕຜູ້ມີສັດທາເຫຼື້ອມໃສໄດ້ເຫັນການສະແດງນັ້ນແລ້ວ ເຂົາບອກເລົ່າແກ່ກຸລະບຸຕອື່ນບາງຄົນ ທີ່ບໍ່ສັດທາເຫຼື້ອມໃສ ວ່າໜ້າອັດສະຈັນແທ້. ກຸລະບຸຕຜູ້ບໍ່ມີສັດທາເຫຼື້ອມໃສນັ້ນ ກໍຈະຍ່ອມຕອບວ່າ ວິຊາຊື່ ຄັນທາຣີ໒ ມີຢູ່ ພິກຂຸນັ້ນສະແດງອິດທິວິທີດ້ວຍວິຊານັ້ນເທົ່ານັ້ນ (ບໍ່ແມ່ນມີປາຕິຫາຣ), ເກວັຕຕະ ! ທ່ານຈະເຂົ້າໃຈວ່າແນວໃດ : ກໍຄົນບໍ່ເຊື່ອ ບໍ່ເຫຼື້ອມໃສ ຍ່ອມກ່າວຕອບຜູ້ເຊື່ອຜູ້ເຫຼື້ອມໃສໄດ້ເຊັ່ນນັ້ນ ບໍ່ແມ່ນຫຼື ?.
“ຍ່ອມຕອບໄດ້, ພຣະອົງ !”
ເກວັຕຕະ ! ເຮົາເຫັນໂທດ ໃນການສະແດງອິດທິປາຕິຫາຣດັ່ງນີ້ແລ ຈຶ່ງອຶດອັດ ຂະຍະຂະແຫຍງ ເປີດນ່າຍ ຕໍ່ອິດທິປາຕິຫາຣ.
໑. ບາລີ ສີ. ທີ. ໙/໒໗໓/໓໓໙, ຕຣັດແກ່ເກວັຕຕະຄະຫະບໍດີ ທີ່ປາວາຣິກັມພະວັນ ເມືອງນາລັນທາ.
໒. ຄັນທາຣີ ຊື່ມົນ ແຕ່ງໂດຍຣືສີມີນາມ ຄັນດະຣະ, ອີກຢ່າງໜຶ່ງວ່າໃນແຄວ້ນຄັນດະຣະ.
໑໙໘ ພຸດທະປະວັດຈາກພຣະໂອຖະ - ພາກ ໓
(໒) ເກວັຕຕະ ! ອາເທສນາປາຕິຫາຣ ນັ້ນ ເປັນແນວໃດໜໍ ? ເກວັຕຕະ ! ພິກຂຸໃນສາສນານີ້ ຍ່ອມທວາຍຈິຕ ທວາຍຄວາມຮູ້ສຶກຂອງຈິຕ ທວາຍຄວາມຕຶກທວາຍຄວາມຕອງ ຂອງສັຕເຫຼົ່າອື່ນ ຂອງບຸກຄົນເຫຼົ່າອື່ນໄດ້ ວ່າ ໃຈຂອງທ່ານເຊັ່ນນີ້ ໃຈຂອງທ່ານມີປະການນີ້ ໃຈຂອງທ່ານມີດ້ວຍອາການເຊັ່ນນີ້. ...ໆລໆ... ກຸລະບຸຕຜູ້ບໍ່ເຊື່ອ ບໍ່ເຫຼື້ອມໃສ ຍ່ອມຄັດຄ້ານກຸລະບຸຕຜູ້ເຊື່ອຜູ້ເຫຼື້ອມໃສວ່າ ວິຊາ ຊື່ ມະນິກາ ມີຢູ່ ພິກຂຸນັ້ນ ກ່າວທວາຍໃຈໄດ້ເຊັ່ນນັ້ນໆ ກໍດ້ວຍວິຊານັ້ນ (ຫາກແມ່ນມີປາຕິຫາຣກໍບໍ່), ເກວັຕຕະ ! ທ່ານຈະເຂົ້າໃຈວ່າແນວໃດ : ກໍຄົນບໍ່ເຊື່ອ ບໍ່ເຫຼື້ອມໃສ ຍ່ອມກ່າວຕອບຜູ້ເຊື່ອ ຜູ້ເຫຼື້ອມໃສ ໄດ້ເຊັ່ນນັ້ນ ບໍ່ແມ່ນຫຼື ?
“ຍ່ອມຕອບໄດ້, ພຣະອົງ !”
ເກວັຕຕະ ! ເຮົາເຫັນໂທດໃນການສະແດງອາເທສນາປາຕິຫາຣ ດັ່ງນີ້ແລ ຈຶ່ງອຶດອັດ ຂະຍະຂະແຫຍງ ເປີດນ່າຍ ຕໍ່ອາເທສນາປາຕິຫາຣ.
(໓) ເກວັຕຕະ ! ອະນຸສາສນີປາຕິຫາຣ ນັ້ນ ເປັນແນວໃດໜໍ ? ເກວັຕຕະ ! ພິກຂຸໃນສາສນານີ້ ຍ່ອມສັ່ງສອນວ່າ ທ່ານຈົ່ງຕຶກແນວນີ້ ຢ່າຕຶກແນວນັ້ນໆເລີຍ, ຈົ່ງເຮັດໄວ້ໃນໃຈແບບນີ້ໆ ຢ່າເຮັດໄວ້ໃນໃຈແບບນັ້ນໆ, ຈົ່ງລະສິ່ງນີ້ໆເສຍ, ຈົ່ງເຂົ້າເຖິງສິ່ງນີ້ໆ ແລ້ວແລຢູ່ ດັ່ງນີ້ ນີ້ເຮົາເອີ້ນວ່າ ອະນຸສາສນີປາຕິຫາຣ.
ເກວັຕຕະ ! ...ໆລໆ...໑ ເຫຼົ່ານີ້ແລ ເປັນປາຕິຫາຣ ໓ ຢ່າງ ທີ່ເຮົາໄດ້ເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ແລ້ວປະກາດໃຫ້ຜູ້ອື່ນຮູ້ຕາມດ້ວຍ.
ເຫດທີ່ເຮັດໃຫ້ໄດ້ທົງພຣະນາມວ່າ “ຕະຖາຄົຕ” ສີ່ ໒
ພິກຂຸ ທ. ! ໂລກ໓ ເປັນສະພາບທີ່ຕະຖາຄົຕໄດ້ຮູ້ພ້ອມສະເພາະແລ້ວ ຕະຖາຄົຕຈຶ່ງເປັນຜູ້ຖອນຕົນຈາກໂລກໄດ້ແລ້ວ. ເຫດໃຫ້ເກີດໂລກ ເປັນສະພາບທີ່ຕະຖາຄົຕ
໑. ລະຫວ່າງນີ້ ຊົງສະແດງຂໍ້ປະຕິບັດ ເລື່ອງສີລ ສັນໂດດ ສະຕິ ສັມປະຊັນຍະ ໆລໆ ວ່າເປັນອະນຸສາສນີ
ປາຕິຫາຣຂອງພຣະອົງ ອັນໜຶ່ງໆທຸກອັນ.
໒. ບາລີ ອິຕິວຸ. ຂຸ. ໒໕/໓໒໑/໒໙໓, ແລະ ຈຕຸກກ. ອັງ. ໒໑/໓໐/໒໓. ຕຣັດແກ່ພິກຂຸທັງຫຼາຍ.
໓. ໂລກ ໃນບ່ອນນີ້ຄືທຸກຂ໌.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັຄຄີ ໑໙໙








