ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ໂມຄະບຸຣຸສ ! ເມື່ອເປັນເຊັ່ນນັ້ນ ໃຜມີຢູ່ (ໃນຖານະເປັນຄູ່ສັນຍາ), ເຈົ້າຈະບອກຄືນກັບໃຜ. ສຸນັກຂັຕຕະ ! ເຈົ້າຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ອິດທິປາຕິຫາຣທີ່ຍິ່ງກວ່າທໍາມະດາແຫ່ງມະນຸສ ຈະເປັນສິ່ງທີ່ເຮົາສະແດງແລ້ວຫຼືບໍ່ໄດ້ສະແດງກໍຕາມ ; ທັມທີ່ເຮົາສະແດງແລ້ວ ເພື່ອປະໂຍຊນ໌ແກ່ການໝົດທຸກຂ໌ໂດຍຊອບໃດ ທັມນັ້ນ ຈະນໍາຜູ້ປະຕິບັດຕາມ ເພື່ອຄວາມໝົດທຸກຂ໌ໂດຍຊອບ ຫຼືບໍ່ ? “ຂ້າແຕ່ພຣະອົງຜູ້ຈະເຣີນ ! ອິດທິປາຕິຫາຣທີ່ຍິ່ງກວ່າທໍາມະດາແຫ່ງມະນຸສ ຈະເປັນສິ່ງທີ່ພຣະຜູ້ມີພຣະພາຄສະແດງແລ້ວຫຼືບໍ່ໄດ້ສະແດງກໍຕາມ ; ທັມທີ່ພຣະຜູ້ມີພຣະພາຄສະແດງແລ້ວ ເພື່ອປະໂຍຊນ໌ແກ່ການໝົດທຸກຂ໌ໂດຍຊອບໃດ ທັມນັ້ນກໍຍັງຄົງນໍາຜູ້ປະຕິບັດຕາມເພື່ອຄວາມໝົດທຸກຂ໌ໂດຍຊອບ, ຂ້ານ້ອຍ”.
ສຸນັກຂັຕຕະ ! ເມື່ອຟັງໄດ້ແນວນີ້, ໃນເລື່ອງນັ້ນ ໃຜຈະສະແດງອິດທິປາຕິຫາຣ ທີ່ຍິ່ງກວ່າທໍາມະດາແຫ່ງມະນຸສໄປເຮັດຫຍັງ. ໂມຄະບຸຣຸສ ! ເຈົ້າຈົ່ງເຫັນຕາມທີ່ມັນເປັນຄວາມຜິດຂອງເຈົ້າເອງສໍ່າໃດ.
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ກໍພຣະຜູ້ມີພຣະພາຄບໍ່ໄດ້ທົງບັນຍັດສິ່ງທີ່ຄົນ ທ. ສົມມຸດກັນວ່າເລີດ ແກ່ຂ້ານ້ອຍເລີຍ.”
ສຸນັກຂັຕຕະ ! ເຮົາໄດ້ກ່າວເຊັ່ນນີ້ກັບເຈົ້າແດ່ຫຼືວ່າ “ສຸນັກຂັຕຕະ ! ເຈົ້າຈົ່ງມາຢູ່ກັບເຮົາ, ເຮົາຈະບັນຍັດສິ່ງທີ່ຄົນ ທ. ສົມມຸດກັນວ່າເລີດແກ່ເຈົ້າ” ດັ່ງນີ້ ? “ຫາມິໄດ້ ຂ້ານ້ອຍ !” ຫຼືວ່າເຈົ້າໄດ້ກ່າວກັບເຮົາເຊັ່ນນີ້ວ່າ “ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍຈະຢູ່ກັບພຣະຜູ້ມີພຣະພາຄ, ພຣະຜູ້ມີພຣະພາຄຈະບັນຍັດສິ່ງທີ່ຄົນ ທ. ສົມມຸດກັນວ່າເລີດແກ່ຂ້ານ້ອຍ” ດັ່ງນີ້ ? “ຫາມິໄດ້ ຂ້ານ້ອຍ !”...
໑໙໖ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ໂມຄະບຸຣຸສ ! ເມື່ອເປັນດັ່ງນັ້ນ ໃຜມີຢູ່ (ໃນຖານະເປັນຄູ່ສັນຍາ), ເຈົ້າຈະບອກຄືນກັບໃຜ. ສຸນັກຂັຕຕະ ! ເຈົ້າຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ສິ່ງທີ່ຄົນ ທ. ສົມມຸດກັນວ່າເລີດ ຈະເປັນສິ່ງທີ່ເຮົາບັນຍັດແລ້ວຫຼືບໍ່ໄດ້ບັນຍັດກໍຕາມ ; ທັມທີ່ເຮົາສະແດງແລ້ວ ເພື່ອປະໂຍຊນ໌ແກ່ການໝົດທຸກຂ໌ໂດຍຊອບໃດ ທັມນັ້ນຈະນໍາຜູ້ປະຕິບັດຕາມ ເພື່ອຄວາມໝົດທຸກຂ໌ໂດຍຊອບ ຫຼືບໍ່ ? “ຂ້າແຕ່ພຣະອົງຜູ້ຂະເຣີນ ! ສິ່ງທີ່ຄົນ ທ. ສົມມຸດກັນວ່າເລີດ ຈະເປັນສິ່ງທີ່ພຣະຜູ້ມີພຣະພາຄບັນຍັດແລ້ວຫຼືບໍ່ໄດ້ບັນຍັດກໍຕາມ ; ທັມທີ່ພຣະຜູ້ມີພຣະພາຄສະແດງແລ້ວ ເພື່ອປະໂຍຊນ໌ແກ່ການໝົດທຸກຂ໌ໂດຍຊອບໃດ ທັມນັ້ນ ກໍຍັງຄົງນໍາຜູ້ປະຕິບັດຕາມເພື່ອຄວາມໝົດທຸກຂ໌ໂດຍຊອບ, ຂ້ານ້ອຍ”.
ສຸນັກຂັຕຕະ ! ເມື່ອຟັງໄດ້ແນວນີ້, ໃນເລື່ອງນັ້ນ ໃຜຈະຕັ້ງການບັນຍັດ ສິ່ງທີ່ຄົນ ທ. ສົມມຸດກັນວ່າເລີດ ໄປເຮັດຫຍັງ. ໂມຄະບຸຣຸສ ! ເຈົ້າຈົ່ງເຫັນຕາມທີ່ມັນເປັນຄວາມຜິດຂອງເຈົ້າເອງສໍ່າໃດ.
ໝາຍເຫດ : ຈາກການໂຕ້ຕອບກັນສອງຄັ້ງນີ້ ມີການສະແດງໃຫ້ເຫັນຢູແລ້ວວ່າ ມີປາຕິຫາຣຢ່າງສູງສຸດ ຢູ່ໃນທັມທີ່ພຣະອົງທົງສະແດງແລ້ວ ; ກ່າວຄືຈະມີການສະແດງປາຕິຫາຣໃນຮູບແບບອື່ນໆອີກຫຼືບໍ່ກໍຕາມ ທັມມະຍ່ອມດັບທຸກຂ໌ໄດ້ຢູ່ຕະຫຼອດເວລາ. ພວກຄົນໂງ່ມອງບໍ່ເຫັນວ່າ ພາວະການເຊັ່ນນີ້ເປັນປາຕິຫາຣອັນສູງສຸດ ກັບຕ້ອງການຈະໃຫ້ທົງສະແດງປາຕິຫາຣຊະນິດທີ່ຄວນຈະເອີ້ນວ່າ “ຂອງແປກປະຫຼາດສໍາລັບຄົນໂງ່” ເໝືອນກັບຄົນທົ່ວໄປເຂົາມັກມອງກັນ. ແມ່ນວ່າດັ່ງນັ້ນພຣະອົງກໍຍັງທົງມີການສະແດງປາຕິຫາຣໃນລະດັບນັ້ນດ້ວຍຄືກັນ ດັ່ງທີ່ໄດ້ທົງທວງໃຫ້ສຸນັກຂັຕຕະລິດສະວີບຸຕ ລະລຶກເຖິງເລື່ອງບາງເລື່ອງ ທີ່ໄດ້ເປັນໄປແລ້ວຢ່າງລັກສະນະຂອງປາຕິຫາຣ ເຊັ່ນເລື່ອງກຸກກຸຣະວັຕຕິກະອະເຈລະກະໄດ້ຕາຍລົງໄປແທ້ພາຍໃນ ໗ ວັນ ດັ່ງທີ່ພຣະອົງທົງພະຍາກອນ ; ແລະເລື່ອງກະລາຣະມັຊຊະກະອະເຈລະກະ ຜູ້ສະແດງການປະພຶດວັຕຢ່າງເຄັ່ງຄັດ ຈົນຄົນທັງຫຼາຍຖືກັນວ່າເປັນພຣະອະຣະຫັນຕ໌, ແຕ່ໃນທີ່ສຸດກໍສິກອອກໄປມີພັນຣະຍາ ດັ່ງທີ່ພຣະອົງທົງພະຍາກອນໄວ້, ສຸນັກຂັຕຕະລິດສະວີບຸຕ ກໍຈໍານົນຕໍ່ຖ້ອຍຄໍາຂອງຕົນເອງ ໃນການທີ່ກ່າວຕໍານິພຣະອົງວ່າ ບໍ່ທົງສະແດງປາຕິຫາຣເສຍເລີຍ. - ຜູ້ລວບລວມ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໙໗
ທົງມີປາຕິຫາຣສາມຢ່າງ ໑








