ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ອານົນທ໌ ! ອິດທິບາດສີ່ປະການ ອັນບຸກຄົນໃດຈະເຣີນ ຝຶກໃຫ້ຫຼາຍ ເຮັດໃຫ້ເປັນດັ່ງຍານ ເຮັດໃຫ້ເປັນດັ່ງບ່ອນຮອງຮັບ ໃຫ້ເກີດຂຶ້ນໝັ້ນຄົງແລ້ວ ອົບຮົມທົ່ວເຖິງດີແລ້ວ ປາຣົບໜັກແໜ້ນແລ້ວ. ເມື່ອບຸກຄົນນັ້ນປາຖນາ ເຂົາກໍຍ່ອມຕັ້ງຢູ່ໄດ້ກັບໜຶ່ງ ຫຼື ຍິ່ງຂຶ້ນໄປກວ່າກັບ.

ອານົນທ໌ ! ອິດທິບາດສີ່ປະການນັ້ນ ອັນຕະຖາຄົຕນີ້ແລ ໄດ້ຈະເຣີນ ຝຶກໃຫ້ຫຼາຍ ເຮັດໃຫ້ເປັນດັ່ງຍານ ເຮັດໃຫ້ເປັນດັ່ງບ່ອນຮອງຮັບ ໃຫ້ເກີດຂຶ້ນໝັ້ນຄົງແລ້ວ ອົບຮົມທົ່ວເຖິງດີແລ້ວ ປາຣົບໜັກແໜ້ນແລ້ວ. ຖ້າຕະຖາຄົຕປາຖນາ ຕະຖາຄົຕກໍຍ່ອມຕັ້ງຢູ່ໄດ້ກັບໜຶ່ງ ຫຼື ຍິ່ງຂຶ້ນໄປກວ່າກັບ ດັ່ງນີ້.

ທົງເປັ່ງສຽງຄັ້ງດຽວ ໄດ້ຍິນຕະຫຼອດ

ທຸກໂລກະທາດ ໒

ອານົນທ໌ ! ດວງຈັນດວງອາທິຕແຜ່ຣັສສະໝີສ່ອງແສງໃຫ້ສະຫວ່າງໄປທົ່ວທິສ ກິນເນື້ອທີ່ປະມານເທົ່າໃດ ໂລກມີເນື້ອທີ່ເທົ່ານັ້ນ ມີຈໍານວນພັນໜຶ່ງ. ໃນພັນໂລກນັ້ນ ມີດວງຈັນພັນດວງ ດວງອາທິຕພັນດວງ ພູເຂົາສິເນຣຸພັນໜ່ວຍ ຊົມພູທະວີບພັນທະວີບ ອະມະຣະໂຄຍານພັນທະວີບ ອຸຕະຣະກຸຣຸພັນທະວີບ ປຸບພະວິເທຫະພັນທະວີບ ມະຫາສະມຸດສີ່ພັນ ມະຫາຣາຊສີ່ພັນ ຈາຕຸມມະຫາຣາຊພັນໜຶ່ງ ດາວະດຶງພັນໜຶ່ງ ຍາມະພັນໜຶ່ງ ດຸສິຕພັນໜຶ່ງ ນິມມານະຣະດີພັນໜຶ່ງ ປະຣະນິມມິຕະວະສະວັຕຕິພັນໜຶ່ງ ນີ້ເອີ້ນວ່າ ສະຫັສສີຈູລະນິກາໂລກະທາດ.

໑. ບາລີ ອາຢຸສະມະໂອສັຊຊະສູຕ ອຸ. ຂຸ. ໒໕/໑໗໐/໑໒໗. ຕຣັດແກ່ພຣະອານົນທ໌ ທີ່ປາວາລເຈດີ

ເມືອງເວສາລີ.

໒. ບາລີ ຕິກ. ອັງ. ໒໐/໒໙໒/໕໒໐. ຕຣັດແກ່ພຣະອານົນທ໌.

໑໙໔ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ສະຫັສສີຈູລະນິກາໂລກະທາດມີຂະໜາດເທົ່າໃດ ໂລກະທາດຂະໜາດເທົ່ານັ້ນ ຄໍານວນທະວີຂຶ້ນໂດຍສ່ວນພັນ ນັ້ນເອີ້ນວ່າ ທະວິສະຫັສສີມັຊຊິມິກາໂລກະທາດ.

ທະວິສະຫັສສີມັຊຊິມິກາໂລກະທາດມີຂະໜາດເທົ່າໃດ ໂລກະທາດຂະໜາດເທົ່ານັ້ນ ຄໍານວນທະວີຂຶ້ນໂດຍສ່ວນພັນ ນັ້ນເອີ້ນວ່າ ຕິສະຫັສສີມະຫາສະຫັສສີໂລກະທາດ.

ອານົນທ໌ ! ຕະຖາຄົຕ ເມື່ອມີຄວາມຈໍານົງ ກໍຍ່ອມເວົ້າໃຫ້ ຕິສະຫັສສີມະຫາສະຫັສສີໂລກະທາດ ໄດ້ຍິນສຽງທົ່ວກັນໄດ້, ຫຼືວ່າຈໍານົງໃຫ້ໄດ້ຍິນພຽງເທົ່າໃດກໍໄດ້.

“ຂ້າແຕ່ພຣະຜູ້ມີພຣະພາຄເຈົ້າ ! ເປັນໄປໄດ້ດ້ວຍວິທີແນວໃດ ຂ້ານ້ອຍ ?”

ອານົນທ໌ ! ຕະຖາຄົຕຢູ່ບ່ອນນີ້ ຈະຍ່ອມແຜ່ຣັສສະໝີ ມີແສງຮຸ່ງສະຫວ່າງໄປທົ່ວຕິສະຫັສສີມະຫາສະຫັສສີໂລກະທາດ ເສຍກ່ອນ, ເມື່ອສັຕເຫຼົ່ານັ້ນ ຮູ້ສຶກຕໍ່ແສງສະຫວ່າງອັນນັ້ນແລ້ວ ຕະຖາຄົຕກໍຈະບັນລືສຽງ ໃຫ້ສັຕເຫຼົ່ານັ້ນໄດ້ຍິນ. ເຊັ່ນນີ້ແລ ອານົນທ໌ ! ຕະຖາຄົຕຈະເວົ້າໃຫ້ຕິສະຫັສສີມະຫາສະຫັສສີໂລກະທາດ ໄດ້ຍິນສຽງທົ່ວກັນໄດ້, ຫຼືວ່າຈໍານົງໃຫ້ໄດ້ຍິນພຽງເທົ່າໃດກໍໄດ້.

ທົງມີປາຕິຫາຣຊະນິດທີ່ຄົນໂງ່ມອງບໍ່ເຫັນວ່າເປັນປາຕິຫາຣ ໑

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ກໍພຣະຜູ້ມີພຣະພາຄບໍ່ໄດ້ທົງສະແດງອິດທິປາຕິຫາຣທີ່ຍິ່ງກວ່າທໍາມະດາແຫ່ງມະນຸສ ແກ່ຂ້ານ້ອຍເລີຍ.”

ສຸນັກຂັຕຕະ ! ເຮົາໄດ້ກ່າວເຊັ່ນນີ້ກັບເຈົ້າແດ່ບໍວ່າ “ສຸນັກຂັຕຕະ ! ເຈົ້າຈົ່ງມາຢູ່ກັບເຮົາ, ເຮົາຈະສະແດງອິດທິປາຕິຫາຣທີ່ຍິ່ງກວ່າທໍາມະດາແຫ່ງມະນຸສແກ່ເຈົ້າ” ດັ່ງນີ້ ? “ຫາມິໄດ້ ຂ້ານ້ອຍ !” ຫຼືວ່າ ເຈົ້າໄດ້ກ່າວກັບເຮົາເຊັ່ນນີ້ວ່າ “ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍຈະຢູ່ກັບພຣະຜູ້ມີພຣະພາຄ, ພຣະຜູ້ມີພຣະພາຄຈະສະແດງ ອິດທິປາຕິຫາຣ ທີ່ຍິ່ງກວ່າທໍາມະດາແຫ່ງມະນຸສແກ່ຂ້ານ້ອຍ” ດັ່ງນີ້ ? “ຫາມິໄດ້ ຂ້ານ້ອຍ !”...

໑. ບາລີ ປາຕິກະສູຕ ປາ. ທີ. ໑໑/໓/໒. ເປັນຖ້ອຍຄໍາໃນເລື່ອງທີ່ຕຣັດເລົ່າແກ່ພະວັກຄະວະໂຄຕປະຣິບພາຊົກ

ທີ່ອາຣາມຂອງເຂົາ.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໙໕

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ