ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ສາຣີບຸຕ ! ເຮົາຍ່ອມຮູ້ຈັກມະນຸສ ຮູ້ຈັກທາງໄປສູ່ມະນຸສໂລກ ຮູ້ຈັກຂໍ້ປະຕິບັດທີ່ເຮັດບຸກຄົນໃຫ້ໄປສູ່ມະນຸສໂລກ ແລະຮູ້ຈັກບຸກຄົນຜູ້ປະຕິບັດແລ້ວແນວໃດ ຈຶ່ງເມື່ອສະໄໝອື່ນຈາກການຕາຍ ເພາະການແຕກທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງມະນຸສໂລກ.
ສາຣີບຸຕ ! ເຮົາຍ່ອມຮູ້ຈັກພວກເທບ, ຮູ້ຈັກທາງໄປສູ່ເທວະໂລກ ຮູ້ຈັກຂໍ້ປະຕິບັດທີ່ເຮັດບຸກຄົນໃຫ້ໄປສູ່ເທວະໂລກ ແລະຮູ້ຈັກບຸກຄົນຜູ້ປະຕິບັດແລ້ວແນວໃດ ຈຶ່ງເມື່ອສະໄໝອື່ນຈາກການຕາຍ ເພາະການແຕກທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ.
ສາຣີບຸຕ ! ເຮົາຍ່ອມຮູ້ຈັກນິບພານ ຮູ້ຈັກທາງໄປສູ່ນິບພານ ຮູ້ຈັກຂໍ້ປະຕິບັດທີ່ເຮັດບຸກຄົນໃຫ້ໄປສູ່ນິບພານ ແລະຮູ້ຈັກໂຕບຸກຄົນຜູ້ປະຕິບັດແລ້ວແນວໃດ ຈຶ່ງເຮັດໃຫ້ແຈ້ງໄດ້ດ້ວຍປັນຍາອັນຍິ່ງເອງ ຊຶ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນບໍ່ມີ ອາສະວະ ເພາະຄວາມດັບສິ້ນໄປອາສະວະທັງຫຼາຍ, ໃນທັມອັນຕົນເຫັນແລ້ວ (ຄືປັດຈຸບັນນີ້) ເຂົ້າເຖິງແລ້ວແລຢູ່.
ທົງສະແດງຣິດໄດ້ ເພາະອິດທິບາດສີ່ ໑
ພິກຂຸ ທ. ! ພວກເຈົ້າຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ຄື ເພາະໄດ້ຈະເຣີນ ຫຼືຝຶກໃຫ້ຫຼາຍຊຶ່ງທັມເຫຼົ່າໃດໜໍ ຕະຖາຄົຕຈຶ່ງເປັນຜູ້ມີຣິດຫຼາຍແບບນີ້ ມີອານຸພາບແຮງຫຼາຍເຊັ່ນນີ້ ?
໑. ບາລີ ມຫາວາຣ. ສັງ. ໑໙/໓໗໒/໑໒໔໕. ຕຣັດແກ່ພິກຂຸທັງຫຼາຍ.
໑໙໐ ພຸດທະປະວັດຈາກພຣະໂອຖະ - ພາກ ໓
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍທັງຫຼາຍມີພຣະຜູ້ມີພຣະພາຄເປັນມູນ ມີພຣະຜູ້ມີພຣະພາຄເປັນຜູ້ນໍາ ຂໍພຣະຜູ້ມີພຣະພາຄຈົ່ງທົງສະແດງເນື້ອຄວາມນັ້ນເຖີ້ນ, ພິກຂຸທັງຫຼາຍ ຈັກໄດ້ທົງຈໍາໄວ້” ພິກຂຸທັງຫຼາຍ ທູນຕອບ.
ພິກຂຸ ທ. ! ເພາະໄດ້ຈະເຣີນ ແລະຝຶກໃຫ້ຫຼາຍຊຶ່ງອິດທິບາດສີ່ປະການ, ຕະຖາຄົຕຈຶ່ງເປັນຜູ້ມີຣິດຫຼາຍເຊັ່ນນີ້ ມີອານຸພາບແຮງຫຼາຍເຊັ່ນນີ້. ອິດທິບາດສີ່ປະການ ແນວໃດໜໍ ? ພິກຂຸ ທ. ! ໃນເລື່ອງນີ້ ຕະຖາຄົຕຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມເຄື່ອງປຸງແຕ່ງ ຊຶ່ງມີສະມາທິອາໄສ ສັນທະ ເປັນປະທານກິຈວ່າດ້ວຍອາການເຊັ່ນນີ້, ສັນທະຂອງເຮົາຍ່ອມມີໃນລັກສະນະທີ່ຈັກບໍ່ຫຍໍ້ຢ່ອນ, ທີ່ຈັກບໍ່ເຂັ້ມງວດເກີນ, ທີ່ຈັກບໍ່ສະຢົບຢູ່ໃນພາຍໃນ, ທີ່ຈັກບໍ່ຊ່ານໄປໃນພາຍນອກ ; ຕະຖາຄົຕຍ່ອມເປັນຜູ້ມີຄວາມຮູ້ສຶກທັງໃນສ່ວນທີ່ຈະມີມາ ແລະສ່ວນທີ່ລ່ວງລັບໄປແລ້ວແຕ່ກາລກ່ອນ : ກາລກ່ອນກໍເໝືອນພາຍຫຼັງ ພາຍຫຼັງກໍເໝືອນກາລກ່ອນ, ເບື້ອງລ່າງກໍເໝືອນເບື້ອງເທິງ ເບື້ອງເທິງກໍເໝືອນເບື້ອງລ່າງ, ກາງເວັນເໝືອນກາງຄືນ ກາງຄືນເໝືອນກາງເວັນ. ຍ່ອມຈະເຣີນຈິຕອັນປະກອບດ້ວຍແສງສະຫວ່າງ ດ້ວຍຈິຕອັນຕົນເປີດແລ້ວ ດ້ວຍອາການດັ່ງນີ້ ບໍ່ມີອັນໃດຫຸ້ມຫໍ່.
(ຕໍ່ໄປນີ້ທົງສະແດງດ້ວຍສະມາທິອັນອາໄສ ວິຣິຢະ...ຈິຕຕະ...ວິມັງສາ ເປັນປະທານກິຈ ໂດຍເນື້ອຄວາມແນວດຽວກັນ ຕ່າງກັນແຕ່ຊື່ຂອງອິດທິບາດ, ຈົນຄົບທັງ ໔ ຢ່າງ).
ພິກຂຸ ທ. ! ເພາະຈະເຣີນຝຶກໃຫ້ຫຼາຍຊຶ່ງອິດທິບາດສີ່ຢ່າງເຫຼົ່ານີ້ແລ ຕະຖາຄົຕຈຶ່ງເປັນຜູ້ມີຣິດຫຼາຍເຊັ່ນນີ້ ມີອານຸພາບແຮງຫຼາຍເຊັ່ນນີ້. ຕະຖາຄົຕຍ່ອມສະແດງ ອິດທິວິທີ ມີຢ່າງຕ່າງໆໄດ້ : ຜູ້ດຽວແປງຮູບເປັນຫຼາຍຄົນ, ຫຼາຍຄົນເປັນຄົນດຽວ, ເຮັດທີ່ກໍາບັງໃຫ້ເປັນທີ່ແຈ້ງ ເຮັດທີ່ແຈ້ງໃຫ້ເປັນທີ່ກໍາບັງ, ໄປໄດ້ບໍ່ຂັດຂ້ອງຜ່ານທະລຸຝາ ທະລຸກໍາແພງ ທະລຸພູເຂົາ ດຸດດັ່ງໄປໃນອາກາດວ່າງໆ, ຜຸດຂຶ້ນແລະດໍາລົງໃນແຜ່ນດິນໄດ້ເໝືອນໃນນໍ້າ, ຍ່າງໄດ້ເທິງໜ້ານໍ້າ ເໝືອນຍ່າງເທິງແຜ່ນດິນ, ໄປໄດ້ໃນອາກາດເໝືອນນົກມີປີກ ທັງທີ່ນັ່ງຂັດສະມາທິຄູ້ບັນລັງ, ລູບຄໍາດວງຈັນແລະດວງອາທິຕ ອັນມີຣິດອານຸພາບຫຼາຍໄດ້ດ້ວຍຝ່າມື ແລະສະແດງອໍານາດດ້ວຍກາຍ ເປັນໄປຕະຫຼອດເຖິງພຣົມມະໂລກໄດ້.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໙໑
ທົງມີຍານໃນອິດທິບາດສີ່ ໂດຍປະຣິວັຕສາມ ອາການສິບສອງ ໑








