ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ວາເສຕຖະ ! ຖ້າເຊັ່ນນັ້ນ ທ່ານຈົ່ງຟັງ ຈົ່ງຕັ້ງໃນໃຈໃຫ້ດີ ເຮົາຈັກກ່າວ. ວາເສຕຖະ ! ຕະຖາຄົຕເກີດຂຶ້ນໃນໂລກ ເປັນອະຣະຫັນຕະສັມມາສັມພຸດທະ ໆລໆ໑ ສະແດງທັມງົດງາມໃນເບື້ອງຕົ້ນ-ທ່າມກາງ-ເບື້ອງປາຍ, ປະກາດພຣົມມະຈັນພ້ອມທັງອັຕຖະພະຍັນຊະນະ ບໍຣິສຸດ ບໍຣິບູນສິ້ນເຊີງ. ຄະຫະບໍດີ ຫຼືບຸຕຄະຫະບໍດີ ໆລໆ ໄດ້ຟັງທັມນັ້ນແລ້ວ ໆລໆ ອອກຈາກເຮືອນບວດເປັນຄົນບໍ່ມີເຮືອນ ໆລໆ ເຂົາເຖິງພ້ອມດ້ວຍສີລ ໆລໆ ມີທະວາຣອັນສັງລວມແລ້ວໃນອິນຊີທັງຫຼາຍ ໆລໆ ມີສະຕິສັມປະຊັນຍະ ໆລໆ ເປັນຜູ້ສັນໂດດ ໆລໆ ເສບເສນາສະນະອັນສະງົບງຽບ ລະນິວອນ. ເມື່ອເຂົາພິຈາຣະນາເຫັນນິວອນທັງຫ້າ ອັນຕົນລະໄດ້ແລ້ວດ້ວຍຕົນ ກໍເກີດປາໂມຊ, ເມື່ອປາໂມຊຍ່ອມເກີດປີຕິ, ເມື່ອໃຈມີປີຕິ ກາຍກໍສະງົບ, ມີກາຍສະງົບ ຍ່ອມສະເຫວີຍສຸຂະເວທະນາ, ຜູ້ສະເຫວີຍສຸຂະເວທະນາ ຍ່ອມຍັງຈິຕໃຫ້ຕັ້ງໝັ້ນໄດ້. ເຂົານັ້ນ ດ້ວຍຈິຕອັນເປັນໄປດ້ວຍ ເມຕຕາ ຍ່ອມແຜ່ໄປສູ່ທິສ (ທີ) ໜຶ່ງ ແລະທິສທີສອງ ທີສາມ ທີສີ່ ກໍເໝືອນເຊັ່ນນັ້ນ, ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງ ທັງເບື້ອງເທິງເບື້ອງຕໍ່າແລະເບື້ອງຂວາງ ດ້ວຍຈິຕອັນເປັນໄປດ້ວຍເມຕຕາ ເປັນຈິຕບໍ່ມີເວຣ ບໍ່ມີພະຍາບາດ ກວ້າງຂວາງ ປະກອບດ້ວຍຄຸນອັນໃຫຍ່ຫຼວງ ບໍ່ມີຂີດຈໍາກັດ ແລ້ວແລຢູ່. ວາເສຕຖະ ! ຄົນເປົ່າສັງທີ່ແຂງແຮງ ອາດເປົ່າສັງໃຫ້ໄດ້ຍິນໄດ້ທັງສີ່ທິສໂດຍບໍ່ຍາກ ເຊັ່ນໃດ ;

໑. ທີ່ລະ ໆລໆ ເຊັ່ນນີ້ ຄືມີເນື້ອຄວາມພິສະດານກວ່ານີ້ ແຕ່ໄດ້ຕັດມາແຕ່ພໍສົມຄວນ ເພາະບໍ່ແມ່ນຕອນ

ສໍາຄັນຂອງເລື່ອງໃນບ່ອນນີ້. ຜູ້ປາຖນາຢາກຮູ້ພິສະດານ ຫາເບິ່ງໄດ້ໃນສາມັນຍະຜະລະສູຕ. ໜັງສືພິມ

ພຸດທະສາສນາ ເຫຼັ້ມ ໑ ປີທີ ໑ ພາກສົ່ງເສີມ (ບຸບພະພາກຂອງການຕາມຮອຍພຣະອະຣະຫັນຕ໌).

໑໘໘ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ໃນເມຕຕາເຈໂຕວິມຸດ໑ ທີ່ຈະເຣີນແລ້ວດັ່ງ (ຂ້າງເທິງ) ນີ້ ກັມຊະນິດທີ່ສ້າງຢ່າງມີຂີດຈໍາກັດ໒ ຍ່ອມບໍ່ມີເຫຼືອຢູ່ ບໍ່ຕັ້ງຢູ່ໃນ (ເມຕຕາເຈໂຕວິມຸດອັນເປັນກັມທີ່ບໍ່ມີຂີດຈໍາກັດ) ນັ້ນ, ກໍເຊັ່ນນັ້ນ. ວາເສຕຖະ ! ນີ້ແລ ເປັນຫົນທາງເພື່ອຄວາມເປັນຜູ້ຢູ່ຮ່ວມກັບພຣົມ ທ.

(ຕໍ່ໄປນີ້ ທົງສະແດງຂໍ້ ກະຣຸນາ, ມຸທິຕາ, ອຸເປກຂາ, ອີກ ໂດຍເນື້ອຄວາມແນວດຽວກັນ. ທຸກໆຂໍ້ເປັນຫົນທາງເໝືອນກັນ ໂດຍພຣະບາລີວ່າ ເຖິງແມ່ນວ່ານີ້ໆ ກໍເປັນຫົນທາງເພື່ອຄວາມຢູ່ຮ່ວມກັບພຣົມ ທ.)

ທົງຊາບຄະຕິຫ້າ ແລະ ນິບພານ ໓

ສາຣີບຸຕ ! ເຫຼົ່ານີ້ເປັນຄະຕິ (ຄືທີ່ເປັນທີ່ໄປ) ຫ້າຢ່າງ. ຄື ນະຣົກ ກໍາເນີດເດຣັດສານ ເປຕວິສັຍ ມະນຸສ ເທບ.

ສາຣີບຸຕ ! ເຮົາຍ່ອມຮູ້ຈັກນະຣົກ ຮູ້ຈັກທາງໄປສູ່ນະຣົກ໔ ຮູ້ຈັກຂໍ້ປະຕິບັດທີ່ເຮັດບຸກຄົນໃຫ້ໄປສູ່ນະຣົກ ແລະ ຮູ້ຈັກບຸກຄົນຜູ້ປະຕິບັດແລ້ວແນວໃດ ຈຶ່ງເມື່ອສະໄໝອື່ນຈາກການຕາຍ ເພາະການແຕກທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.

ສາຣີບຸຕ ! ເຮົາຍ່ອມຮູ້ຈັກກໍາເນີດເດຍຣັດສານ ຮູ້ຈັກທາງໄປສູ່ກໍາເນີດເດຍຣັດສານ ຮູ້ຈັກຂໍ້ປະຕິບັດທີ່ເຮັດບຸກຄົນໃຫ້ໄປສູ່ກໍາເນີດເດຍຣັດສານ ແລະຮູ້ຈັກບຸກຄົນຜູ້ປະຕິບັດແລ້ວແນວໃດ ຈຶ່ງເມື່ອສະໄໝອື່ນຈາກການຕາຍ ເພາະການແຕກທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງກໍາເນີດເດຍຣັດສານ.

໑. ເມຕຕາເຈໂຕວິມຸດ ຄືອັບປະນາສະມາທິ ທີ່ປະກອບດ້ວຍເມຕຕາ.

໒. ທີ່ມີຂີດຈໍາກັດ ໝາຍເອົາເມຕຕາທີ່ຈໍາກັດທີ່, ແລະຍັງເປັນກາມາວະຈະຣະກຸສົລ, ຍັງບໍ່ເປັນ

ຣູປາວະຈະຣະກຸສົລ ເໝືອນທີ່ກ່າວມາ ສຸມັງ. ໑/໔໖໓.

໓. ບາລີ ມຫາສີຫະນາທສູຕ ມູ. ມ. ໑໒/໑໔໘/໑໗໐. ຕຣັດແກ່ພຣະສາຣີບຸຕ ທີ່ເຂຕປ່ານອກເມືອງເວສາລີ.

໔. ນະຣົກ ຫຼືເປຕເປັນຕົ້ນນັ້ນ ຈະເປັນໂລກອື່ນຈາກມະນຸສ ຫຼືເປັນແຕ່ຊັ້ນເຊີງຫຼືສະຖານະ (condition)

ພວກໜຶ່ງໆ ໃນໂລກມະນຸສເທົ່ານັ້ນ ໜ້າຄິດຢູ່.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໘໙

ສາຣີບຸຕ ! ເຮົາຍ່ອມຮູ້ຈັກເປຕະວິສັຍ ຮູ້ຈັກທາງໄປສູ່ເປຕະວິສັຍ ຮູ້ຈັກຂໍ້ປະຕິບັດທີ່ເຮັດບຸກຄົນໃຫ້ໄປສູ່ເປຕະວິສັຍ ແລະຮູ້ຈັກບຸກຄົນຜູ້ປະຕິບັດແລ້ວແນວໃດ ຈຶ່ງເມື່ອສະໄໝອື່ນຈາກການຕາຍ ເພາະການແຕກທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງເປຕະວິສັຍ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ