ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ນະຣົກ ຊື່ວ່າ ຜັສສາຢະຕະນິກະ (ເປັນໄປທາງອາຍະຕະນະແຫ່ງການສັມຜັສ) ໖ ຂຸມ ເຮົາໄດ້ເຫັນແລ້ວ. ໃນບັນດານະຣົກເຫຼົ່ານັ້ນ ບຸກຄົນເຫັນຮູບໃດໆ ດ້ວຍຕາ ຍ່ອມເຫັນແຕ່ຮູບທີ່ບໍ່ໜ້າປາຖນາເທົ່ານັ້ນ ບໍ່ເຫັນຮູບທີ່ໜ້າປາຖນາ, ເຫັນແຕ່ຮູບທີ່ບໍ່ໜ້າຮັກໃຄ່ເທົ່ານັ້ນ ບໍ່ເຫັນຮູບທີ່ໜ້າຮັກໃຄ່, ເຫັນແຕ່ຮູບທີ່ບໍ່ໜ້າພໍໃຈເທົ່ານັ້ນ ບໍ່ເຫັນຮູບທີ່ໜ້າພໍໃຈເລີຍ. (ໃນກໍລະນີແຫ່ງການຟັງສຽງດ້ວຍ ຫູ, ດົມກິ່ນດ້ວຍ ດັງ, ຊີມຣົສດ້ວຍ ລີ້ນ, ຖືກຕ້ອງໂຜຕຖັບພະດ້ວຍ ຜິວກາຍ, ແລະຮູ້ແຈ້ງທັມມາຣົມດ້ວຍ ໃຈ, ກໍມີຂໍ້ຄວາມທີ່ຕຣັດໄວ້ ໂດຍຫຼັກເກນແນວດຽວກັນກັບໃນກໍລະນີແຫ່ງການເຫັນຮູບດ້ວຍຕາ ທີ່ກ່າວແລ້ວ).

ພິກຂຸ ທ. ! ລາບຂອງເຈົ້າທັງຫຼາຍ ພິກຂຸ ທ. ! ເປັນການໄດ້ທີ່ີດີຂອງເຈົ້າ ທ. ແລ້ວ. ພິກຂຸ ທ. ! ຂະນະສໍາລັບການປະພຶດພຣົມມະຈັນ ພວກເຈົ້າກໍໄດ້ໂດຍສະເພາະແລ້ວ.

ພິກຂຸ ທ. ! ສະຫວັນ ຊື່ວ່າ ຜັສສາຢະຕະນິກະ ໖ ຊັ້ນ ເຮົາໄດ້ເຫັນແລ້ວ. ໃນບັນດາສະຫວັນເຫຼົ່ານັ້ນ ບຸກຄົນເຫັນຮູບໃດໆ ດ້ວຍຕາ ຍ່ອມເຫັນແຕ່ຮູບທີ່ໜ້າປາຖນາເທົ່ານັ້ນ ບໍ່ເຫັນຮູບທີ່ບໍ່ໜ້າປາຖນາ, ເຫັນແຕ່ຮູບທີ່ໜ້າຮັກໃຄ່ເທົ່ານັ້ນ ບໍ່ເຫັນຮູບທີ່ບໍ່ໜ້າຮັກໃຄ່, ເຫັນແຕ່ຮູບທີ່ໜ້າພໍໃຈເທົ່ານັ້ນ ບໍ່ເຫັນຮູບທີ່ບໍ່ໜ້າພໍໃຈເລີຍ. (ໃນກໍລະນີແຫ່ງການຟັງສຽງດ້ວຍ ຫູ, ດົມກິ່ນດ້ວຍ ດັງ, ຊີມຣົສດ້ວຍ ລີ້ນ, ຖືກຕ້ອງໂຜຕຖັບພະດ້ວຍ ຜິວກາຍ, ແລະຮູ້ແຈ້ງທັມມາຣົມດ້ວຍ ໃຈ, ກໍມີຂໍ້ຄວາມທີ່ຕຣັດໄວ້ ໂດຍຫຼັກເກນແນວດຽວກັນກັບໃນກໍລະນີແຫ່ງການເຫັນຮູບດ້ວຍຕາ ທີ່ກ່າວແລ້ວ).

໑. ບາລີ ສລາ. ສັງ. ໑໘/໑໕໘,໑໕໙/໒໑໔,໒໑໕. ຕຣັດແກ່ພິກຂຸ ທ.

໑໘໖ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ພິກຂຸ ທ. ! ລາບຂອງເຈົ້າທັງຫຼາຍ ພິກຂຸ ທ. ! ເປັນການໄດ້ທີ່ີດີຂອງເຈົ້າ ທ. ແລ້ວ. ພິກຂຸ ທ. ! ຂະນະສໍາລັບການປະພຶດພຣົມມະຈັນ ພວກເຈົ້າກໍໄດ້ໂດຍສະເພາະແລ້ວ ດັ່ງນີ້ແລ.

ໝາຍເຫດ : ຂໍ້ຄວາມເຫຼົ່ານີ້ ພຣະອັຕຖະກະຖາຈາຣຍ໌ອະທິບາຍວ່າ ນະຣົກຊື່ນັ້ນກໍຢູ່ໃຕ້ດິນ

ລວມຢູ່ກັບນະຣົກ ທ. ດັ່ງທີ່ເຄີຍໄດ້ຟັງກັນຢູ່ທົ່ວໄປ ສະຫວັນຊື່ນັ້ນ ກໍຢູ່ເທິງຟ້າ ລວມຢູ່ກັບສະຫວັນ ທ.

ດັ່ງທີ່ເຄີຍໄດ້ຟັງກັນຢູ່ທົ່ວໄປ ແຕ່ຂ້າພະເຈົ້າເຫັນວ່າ ບໍ່ເປັນເຊັ່ນນັ້ນ ກ່າວຄື ເປັນໄປທາງອາຍະຕະນະ

ທັງ ໖ ຂອງບຸກຄົນທີ່ຍັງມີຊີວິຕຢູ່ທີ່ນີ້ ຊຶ່ງສາມາດຄວບຄຸມ ຫຼື ປະຕິບັດຕໍ່ໄດ້ ຕາມທີ່ຕົນຕ້ອງການ

ພຣະອົງຄ໌ຈຶ່ງຕຣັດວ່າເປັນລາບ ເປັນຂະນະແຫ່ງການປະພຶດພຣົມຈັນ. -- ຜູ້ລວບລວມ.

ທົງຊາບພຣົມມະໂລກ ໑

ວາເສຕຖະ ! ບຸຣຸສທີ່ເກີດແລ້ວແລະຈະເຣີນແລ້ວ ໃນບ້ານມະນະສາກະຕະຄາມນີ້ ເມື່ອຖືກຖາມເຖິງຫົນທາງຂອງບ້ານມະນະສາກະຕະຄາມ ບາງຄັ້ງອາການອຶກອັກຕອບໄດ້ຊ້າ ຫຼືຕອບບໍ່ຮູ້ເລື່ອງກໍຍັງມີໄດ້ແດ່ ; ສ່ວນເຮົາເມື່ອຖືກໃຜຖາມເຖິງພຣົມມະໂລກ ຫຼືປະຕິປະທາເຄື່ອງນໍາຜູ້ປະຕິບັດໃຫ້ເຖິງພຣົມມະໂລກ ກໍບໍ່ມີອາການອຶກອັກ ຫຼືຕອບບໍ່ໄດ້ເລື່ອງເຊັ່ນນັ້ນເລີຍ. ວາເສຕຖະ ! ເຮົາຮູ້ຈັກພວກພຣົມ ຮູ້ຈັກພຣົມມະໂລກ ແລະຮູ້ຈັກປະຕິປະທາເຄື່ອງນໍາບຸກຄົນຜູ້ປະຕິບັດຕາມ ໃຫ້ເຂົ້າເຖິງພຣົມມະໂລກນັ້ນ.

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຂ້າພະເຈົ້າໄດ້ຟັງແລ້ວວ່າ ພຣະສະມະນະໂຄດົມ ສະແດງຫົນທາງເພື່ອຄວາມເປັນຜູ້ຢູ່ຮ່ວມກັບພວກພຣົມ ທ. ໄດ້. ດັ່ງຂ້າພະເຈົ້າຂໍໂອກາດ, ຂໍພຣະໂຄດົມຜູ້ຈະເຣີນ ຈົ່ງສະແດງຫົນທາງເພື່ອຄວາມເປັນຜູ້ຢູ່ຮ່ວມກັບພວກພຣົມ ທ. ນັ້ນ. ຂໍພຣະໂຄດົມຜູ້ຈະເຣີນ ຊ່ວຍຍົກຖານະຊົນຊາດພຣາມ” ວາເສຕຖະມານົບ ທູນຂໍ.

໑. ບາລີ ສີ. ທີ. ໙/໓໐໙/໓໘໒. ຕຣັດແກ່ວາເສຕຖະມານົບ ທີ່ບ້ານມະນະສາກະຕະຄາມ. ໃນບາລີແຫ່ງອື່ນ

ມີການກ່າວເຖິງການທົງສະແດງພຣົມມະໂລກ ແລະທາງໄປສູ່ພຣົມມະໂລກ ໂດຍຮູບແບບດຽວກັບສູຕນີ້

ຫາກແຕ່ທົງສະແດງໂດຍຫຍໍ້ ບໍ່ມີການສະແດງການປະຕິບັດທີ່ເປັນບຸບພະພາກຕາມລໍາດັບ

ແຕ່ທົງສະແດງໂຕພຣົມມະທັມຫຼືອັບປະມັນຍາພຣົມມະວິຫາຣ ໔ ປະການຂຶ້ນມາເລີຍ ມີອັນທີ່ຕ່າງກັນ

ເລັກນ້ອຍ ກໍແຕ່ພະລະຄວາມ. -- ມ. ມ. ໑໓/໖໖໓/໗໒໙.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໘໗

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ