ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ເຮົາຕະຖາຄົຕຮູ້ແຈ້ງວັດຖຸ ໖໒ ເຍື່ອງນີ້ແຈ່ມແຈ້ງ ວ່າ ມັນເປັນຖານທີ່ຕັ້ງຂອງທິຕຖິ, ຊຶ່ງເມື່ອໃຜຈັບໄວ້ ຖືໄວ້ເຊັ່ນນັ້ນໆແລ້ວ, ຍ່ອມມີຄະຕິມີພົບເບື້ອງໜ້າເປັນດັ່ງນັ້ນໆ. ຕະຖາຄົຕຮູ້ເຫັນເຫດນັ້ນແຈ່ມແຈ້ງຍິ່ງກວ່າ, ເພາະຮູ້ແຈ້ງຈຶ່ງບໍ່ຢືດໝັ້ນ, ເພາະບໍ່ຢືດໝັ້ນຍ່ອມສະງົບ ເຍືອກເຢັນໃນພາຍໃນສະເພາະຕົນ, ເພາະເປັນຜູ້ຮູ້ແຈ້ງ ຄວາມເກີດ ຄວາມຕັ້ງຢູ່ບໍ່ໄດ້ ຄວາມເປັນສິ່ງຍົວະຍວນໃຈ ຄວາມຕໍ່າຊາມ ແລະອຸບາຍເຄື່ອງຫຼຸດພົ້ນໄປໄດ້ແຫ່ງ ເວທະນາທັງຫຼາຍ ຕະຖາຄົຕຈຶ່ງເປັນຜູ້ຫຼຸດພົ້ນ ບໍ່ຖືໝັ້ນດ້ວຍອຸປາທານ.
໑໘໐ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ທົງຊາບສ່ວນສຸດແລະມັຊຊິມາ ໑
....ບຸກຄົນ໒ ບໍ່ຄວນປະກອບຕົນດ້ວຍຄວາມມົວເມົາໃນກາມະສຸຂ ອັນເປັນສຸຂທີ່ຕໍ່າຊາມ ເປັນຂອງຊາວບ້ານ ປຸຖຸຊົນ ບໍ່ແມ່ນຂອງພຣະອະຣິຍະ ບໍ່ປະກອບດ້ວຍປະໂຍຊນ໌, ແລະບຸກຄົນບໍ່ຄວນປະກອບຕົນໃນຄວາມພຽນ ເຄື່ອງຍັງຕົນໃຫ້ລໍາບາກ ອັນເປັນໄປເພື່ອທຸກຂ໌ ບໍ່ແມ່ນຂອງພຣະອະຣິຍະ ບໍ່ປະກອບດ້ວຍປະໂຍຊນ໌. ຂໍ້ປະຕິບັດທີ່ເປັນມັຊຊິມາປະຕິປະທາ ບໍ່ອຽງໄປຫາສ່ວນສຸດທັງສອງ (ດັ່ງກ່າວມາແລ້ວ) ນີ້ ເປັນສິ່ງທີ່ ຕະຖາຄົຕໄດ້ຕຣັສຮູ້ແລ້ວ ໄດ້ເຫັນແຈ້ງເຮັດໃຫ້ເປັນຈັກຂຸແລ້ວ ໄດ້ເຫັນແຈ້ງເຮັດໃຫ້ເປັນຍານແລ້ວ ເປັນໄປພ້ອມເພື່ອຄວາມສະງົບ ເພື່ອຄວາມຮູ້ຍິ່ງ ເພື່ອຄວາມຮູ້ພ້ອມ ເພື່ອນິບພານ.
ພິກຂຸ ທ. ! ທັມໃດບໍ່ເປັນເຄື່ອງປະກອບຕາມຊຶ່ງຄວາມໂສມະນັດສະ ຂອງຜູ້ມີສຸຂແນບເນື່ອງຢູ່ໃນກາມ ເປັນສຸຂຕໍ່າຊາມ ເປັນຂອງຊາວບ້ານ ປຸຖຸຊົນ ບໍ່ແມ່ນຂອງພຣະອະຣິຍະ ບໍ່ປະກອບດ້ວຍປະໂຍຊນ໌ ; ທັມນັ້ນ ບໍ່ເປັນທຸກຂ໌ ບໍ່ສ້າງຄວາມຄັບແຄ້ນ ບໍ່ສ້າງຄວາມເຫືອດແຫ້ງໃນໃຈ ບໍ່ເຜົາລົນ ແຕ່ເປັນສັມມາປະຕິປະທາ ; ເພາະເຫດນັ້ນ ທັມນັ້ນຊື່ວ່າ ບໍ່ເປັນຂ້າເສິກ.
ພິກຂຸ ທ. ! ທັມໃດບໍ່ເປັນເຄື່ອງປະກອບຕາມຊຶ່ງຄວາມປະກອບ ທີ່ຍັງຕົນໃຫ້ລໍາບາກ ອັນເປັນທຸກຂ໌ ບໍ່ແມ່ນຂອງພຣະອະຣິຍະ ບໍ່ປະກອບດ້ວຍປະໂຍຊນ໌ ; ທັມນັ້ນບໍ່ເປັນທຸກຂ໌ ບໍ່ສ້າງຄວາມຄັບແຄ້ນ ບໍ່ສ້າງຄວາມເຫືອດແຫ້ງໃນໃຈ ບໍ່ເຜົາລົນ ແຕ່ເປັນສັມມາປະຕິປະທາ ; ເພາະເຫດນັ້ນ ທັມນັ້ນຊື່ວ່າ ບໍ່ເປັນຂ້າເສິກ.
໑. ບາລີ ອຸປຣິ. ມ. ໑໔/໔໒໓/໖໕໔. ແລະ ໖໖໓,໖໖໔,໖໖໕,໖໖໖. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.
ແລະ ໑໙/໕໒໙/໑໖໖໖.
໒. ບຸກຄົນໃນບ່ອນນີ້ ຄືບຸກຄົນຜູ້ມຸ່ງໝາຍຕໍ່ນິບພານ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໘໑
ພິກຂຸ ທ. ! ໃນບັນດາທັມເຫຼົ່ານັ້ນ ທັມໃດເປັນມັຊຊິມາປະຕິປະທາ ທີ່ຕະຖາຄົຕໄດ້ຕຣັສຮູ້ແລ້ວ ໄດ້ເຫັນແຈ້ງ ເຮັດໃຫ້ເປັນຈັກຂຸແລ້ວ ໄດ້ຮູ້ແຈ້ງ ເຮັດໃຫ້ເປັນຍານແລ້ວ ຍ່ອມເປັນໄປພ້ອມເພື່ອຄວາມສະງົບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະເພື່ອນິບພານ. ທັມນັ້ນບໍ່ເປັນທຸກຂ໌ ບໍ່ສ້າງຄວາມຄັບແຄ້ນ ບໍ່ສ້າງຄວາມເຫືອດແຫ້ງໃນໃຈ ບໍ່ເຜົາລົນ ແຕ່ເປັນສັມມາປະຕິປະທາ ; ເພາະເຫດນັ້ນ ທັມນັ້ນຊື່ວ່າ ບໍ່ເປັນຂ້າເສິກ.
ກໍຄໍາທີ່ຕະຖາຄົຕກ່າວແລ້ວວ່າ ມັຊຊິມາປະຕິປະທາ ບໍ່ອຽງໄປຫາສ່ວນສຸດທັງສອງ ທີ່ຕະຖາຄົຕໄດ້ຕຣັສຮູ້ແລ້ວ ໆລໆ ນັ້ນ ໝາຍເອົາອັນໃດໜໍ ? ນີ້ໝາຍເອົາອະຣິຍະມັກຄະປະກອບດ້ວຍອົງ ໘ ປະການ ຄື ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.








