ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ຈົ່ງເປັນຜູ້ອັ່ງລົ້ນດ້ວຍປາໂມດ ປາຖນາທັມອັນກະເສມຈາກໂຢຄະເຖີ້ນ.

ທົງຊາບ ທົງເປີດເຜີຍ ແຕ່ບໍ່ທົງຕິດຊຶ່ງໂລກະທັມ ໒

ພິກຂຸ ທ. ! ໂລກະທັມ ມີຢູ່ໃນໂລກ. ຕະຖາຄົຕ ຍ່ອມຕຣັສຮູ້ ຍ່ອມຮູ້ພ້ອມສະເພາະ ຊຶ່ງໂລກະທັມນັ້ນ ; ຄັນຕຣັສຮູ້ແລ້ວ ຮູ້ພ້ອມສະເພາະແລ້ວ ຍ່ອມບອກ ຍ່ອມສະແດງ ຍ່ອມບັນຍັດ ຍ່ອມຕັ້ງຂຶ້ນໄວ້ ຍ່ອມເປີດເຜີຍ ຍ່ອມຈໍາແນກແຈກແຈງ ຍ່ອມເຮັດໃຫ້ເປັນເໝືອນການຫງາຍຂອງທີ່ຂວໍ້າ.

໑. ບາລີ ຈູລະໂຄປາລະສູຕ ມູ. ມ. ໑໒/໔໒໑/໓໙໑. ຕຣັດແກ່ພິກຂຸທັງຫຼາຍ ທີ່ຝັ່ງນໍ້າຄົງຄາ

ໃກ້ເມືອງອຸກກະເວລາ, ແຄວ້ນວັຊຊີ . (ສະເພາະສູຕນີ້ ມີຢູ່ໃນພາກນໍາດ້ວຍແລ້ວ).

໒. ບາລີ ຂັນທ. ສັງ. ໑໗/໑໗໐/໒໔໐. ຕຣັດແກ່ພິກຂຸ ທ.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໗໕

ພິກຂຸ ທ. ! ກໍ ອັນໃດໜໍ ເປັນໂລກະທັມໃນໂລກ ?

ພິກຂຸ ທ. ! ຮູບ ເປັນໂລກະທັມໃນໂລກ. ຕະຖາຄົຕ ຍ່ອມຕຣັສຮູ້ ຍ່ອມຮູ້ພ້ອມສະເພາະ ຊຶ່ງຮູບອັນເປັນໂລກະທັມນັ້ນ ; ຄັນຕຣັສຮູ້ແລ້ວ ຮູ້ພ້ອມສະເພາະແລ້ວ ຍ່ອມບອກ ຍ່ອມສະແດງ ຍ່ອມບັນຍັດ ຍ່ອມຕັ້ງຂຶ້ນໄວ້ ຍ່ອມເປີດເຜີຍ ຍ່ອມຈໍາແນກແຈກແຈງ ຍ່ອມເຮັດໃຫ້ເປັນເໝືອນການຫງາຍຂອງທີ່ຂວໍ້າ.

ພິກຂຸ ທ. ! ບຸກຄົນບາງຄົນ ແມ່ນວ່າເຮົາຕະຖາຄົຕບອກ ສະແດງ ບັນຍັດ ຕັ້ງຂຶ້ນໄວ້ ເປີດເຜີຍ ຈໍາແນກແຈກແຈງ ເຮັດໃຫ້ເປັນເໝືອນການຫງາຍຂອງທີ່ ຂວໍ້າຢູ່ດັ່ງນີ້ ເຂົາກໍຍັງບໍ່ຮູ້ບໍ່ເຫັນ. ພິກຂຸ ທ. ! ກັບບຸກຄົນທີ່ເປັນພາລ ເປັນປຸຖຸຊົນ ເປັນຄົນມືດ ຄົນບໍ່ມີຈັກຂຸ ຄົນບໍ່ຮູ້ບໍ່ເຫັນ ເຊັ່ນນີ້ ເຮົາຈະເຮັດອັນໃດກັບເຂົາໄດ້.

(ໃນກໍຣະນີແຫ່ງ ເວທະນາ, ສັນຍາ, ສັງຂາຣ ແລະ ວິຍານ ກໍໄດ້ຕຣັດໄວ້ດ້ວຍຖ້ອຍຄໍາທີ່ມີຫຼັກເກນໃນການຕຣັດ ຢ່າງດຽວກັນກັບໃນກໍຣະນີແຫ່ງຮູບທີ່ກ່າວແລ້ວນັ້ນທຸກປະການ)

ພິກຂຸ ທ. ! ປຽບເໝືອນດອກບົວອຸບົນ ຫຼືດອກບົວປະທຸມ ຫຼືດອກບົວບຸນທະຣິກກໍດີ ເກີດແລ້ວ ຈະເຣີນແລ້ວໃນນໍ້າ ພົ້ນຈາກນໍ້າແລ້ວ ດໍາຣົງຢູ່ໄດ້ໂດຍບໍ່ປຽກນໍ້າ, ເຊັ່ນໃດ ; ພິກຂຸ ທ. ! ຕະຖາຄົຕກໍເຊັ່ນນັ້ນເໝືອນກັນ ເກີດແລ້ວ ຈະເຣີນແລ້ວໃນໂລກ ຄອບງໍາໂລກແລ້ວ ຢູ່ຢ່າງບໍ່ແປດເປື້ອນດ້ວຍໂລກ.

ທົງຊາບທິຕຖິວັດຖຸທີ່ເລິກເຊິ່ງ ໑

(ທິຕຖິ ໖໒) ໒

ພິກຂຸ ທ. ! ມີທັມທີ່ເລິກ ທີ່ສັຕອື່ນເຫັນໄດ້ຍາກ ຍາກທີ່ສັຕອື່ນຈະຮູ້ຕາມ ເປັນທັມ ງຽບສະງົບ ປານີຕ ບໍ່ເປັນວິໄສທີ່ຈະຢັ່ງລົງງ່າຍແຫ່ງຄວາມຕຶກ ເປັນຂອງລະອຽດ ຮູ້ໄດ້ສະເພາະບັນດິຕວິໄສ, ເຊິ່ງເຮົາຕະຖາຄົຕໄດ້ເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ແລ້ວສອນຜູ້ອື່ນໃຫ້ຮູ້ແຈ້ງ, ເປັນຄຸນວຸດເຄື່ອງນໍາໄປສັນລະເສີນຂອງຜູ້ທີ່ເມື່ອຈະເວົ້າ

໑. ບາລີ ສີ. ທີ. ໙/໑໖/໒໖. ຕຣັດແກ່ພິກຂຸທັງຫຼາຍ ທີ່ສວນອັມພະລັດຖິກາ.

໒. ທິຕຖິວັດຖຸ ຄືຕົ້ນເຫດດັ້ງເດີມອັນຈະເຮັດໃຫ້ເກີດທິຕຖິຕ່າງໆຂຶ້ນ ມີຢູ່ ໖໒ ວັຕຖຸ. ແຕ່ເຂົາເອີ້ນກັນວ່າ

ທິຕຖິ ໖໒ ຊື່ໆ. ໃນບ່ອນນີ້ຫຍໍ້ເອົາມາແຕ່ໃຈຄວາມ ຈາກພຣັມມະຊາລະສູຕ ສີ. ທີ.

໑໗໖ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ສັນລະເສີນເຮົາຕະຖາຄົຕໃຫ້ຖືກຕ້ອງຕົງຕາມທີ່ເປັນຈິງ. ພິກຂຸ ທ. ! ທັມເຫຼົ່ານັ້ນ ເປັນແນວໃດໜໍ ?

ພິກຂຸ ທ.! ໆລໆ ສະມະນະຫຼືພຣາມບາງພວກໃນໂລກນີ້ ໆລໆ (ຕ່າງກໍບັນຍັດ) :

໑. ເພາະລະລຶກຊາດຂອງຕົນເອງໄດ້ຫຼາຍແສນຊາດ ຈຶ່ງບັນຍັດຕົນແລະໂລກວ່າ ທ່ຽງທຸກຢ່າງ.

໒. ເພາະ ” ” ໑໐ ສັງວັຕຕະກັບ-ວິວັຕຕະກັບ (ເປັນຢ່າງສູງ) ” ” ທ່ຽງທຸກຢ່າງ.

໓. ເພາະ ” ” ໔໐ ” ” ( ” ” ) ” ” ທ່ຽງທຸກຢ່າງ.

໔. ເພາະອາໄສຄວາມນຶກຕຶກສະເໝີ ແລ້ວຄະເນເອົາ ” ” ທ່ຽງທຸກຢ່າງ.

(໔ ຢ່າງຂ້າງເທິງນີ້ ເປັນ ພວກສັສສະຕະວາດ - ທ່ຽງທຸກຢ່າງ)

໕. ເພາະລະລຶກພຽງຊາດທີ່ຕົນເຄີຍຈຸຕິໄປຈາກຫົວໜ້າ ຈຶ່ງບັນຍັດຕົນແລະໂລກວ່າທ່ຽງແຕ່ບາງຢ່າງ.

໖. ເພາະ ” ” ເຄີຍເປັນເທບພວກຂິດທາປະໂທສິກາ ” ” ທ່ຽງແຕ່ບາງຢ່າງ.

໗. ເພາະ ” ” ” ມະໂນປະໂທສິກາ ” ” ທ່ຽງແຕ່ບາງຢ່າງ.

໘. ເພາະອາໄສຄວາມນຶກຕຶກສະເໝີ ແລ້ວຄະເນເອົາ ” ” ທ່ຽງແຕ່ບາງຢ່າງ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ