ຄຳສອນພຸດທະ - ໜ້າຈໍໂຫລດ

ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

[ກ່ຽວກັບທັມ ໖ ປະການນີ້ ໃນບ່ອນອື່ນ ມີຫົວຂໍ້ທັມແປກອອກໄປຄື ມີ ຫິຣິ ແລະ ໂອຕຕັບປະ ເຂົ້າມາແທນທີ່ ຄວາມບໍ່ປະມາດແລະການປະຕິສັນຖານ (ສັກກ. ອັງ. ໒໒/໓໖໙/໓໐໔). ໃນສູຕອື່ນ ມີ ຄວາມເປັນຜູ້ວ່າງ່າຍ ແລະ ຄວາມເປັນຜູ້ມີມິຕດີ ມາແທນທີ່ຄວາມເຄົາຣົບໃນຄວາມບໍ່ປະມາດ ແລະຄວາມເຄົາຣົບໃນປະຕິສັນຖານ (ສັກກ. ອັງ. ໒໒/໒໗໓/໓໔໐). ໃນສູຕອື່ນ ມີ ຄວາມເຄົາຣົບໃນສະມາທິ ເພີ້ມເຂົ້າມາຕໍ່ຂໍ້ຄວາມເຄົາຣົບໃນສິກຂາ (ສັຕຕກ. ອັງ. ໒໓/໒໙/໒໙). ໃນສູຕອື່ນ ມີ ສະມາທິ ຫິຣິ ແລະ ໂອຕຕັບປະ ເຖິງ ໓ ຂໍ້ ມາແທນທີ່ຄວາມບໍ່ປະມາດ ແລະການປະຕິສັນຖານ (ສັຕຕກ. ອັງ. ໒໓/໓໐/໓໐). ໃນສູຕອື່ນ ມີຄວາມເຄົາຣົບໃນສະມາທິ ຄວາມເປັນຜູ້ວ່າງ່າຍ ແລະ ຄວາມເປັນຜູ້ມີມິຕດີ ເຖິງ ໓ ຂໍ້ ມາແທນທີ່ຄວາມເຄົາຣົບໃນຄວາມບໍ່ປະມາດ ແລະຄວາມເຄົາຣົບໃນປະຕິສັນຖານ (ສັຕຕກ. ອັງ. ໒໓/໓໐,໓໑໓໑,໓໒).]

ການມາເຝົ້າຂອງຕາຢະນະເທວະບຸຕ ໑

໑. ບາລີ ເທວະປຸຕຕະສັງຢຸຕ ສຄາ. ສັງ. ໑໕/໖໘/໒໔໐. ຕຣັດແກ່ພິກຂຸທັງຫຼາຍທີເຊຕະວັນ. ໃນມື້ຕໍ່ມາຈາກຄືນທີ່ເທວະບຸຕມາເຝົ້າ.

ພິກຂຸ ທ. ! ເມື່ອຄືນນີ້ ຣາຕຣີຜ່ານກາຍໄປຫຼາຍແລ້ວ ເທວະບຸຕຊື່ຕາຢະນະຜູ້ເຄີຍເປັນເຈົ້າລັດທິເດຍຣະຖີໃນກາລກ່ອນ, ມີວັນນະເຮືອງຍິ່ງ ສ່ອງເຊຕະວັນ ທັງໝົດໃຫ້ສະຫວ່າງ ເຂົ້າມາຫາເຮົາເຖິງທີ່ຢູ່ ໄຫວ້ເຮົາແລ້ວຢືນຢູ່ ນະ ທີ່ຄວນ ໄດ້ກ່າວຄໍາຜູກເປັນກາບເຫຼົ່ານີ້ ໃນບ່ອນໃກ້ເຮົາ ວ່າ :-

“ຈົ່ງຕັດກະແສ, ຈົ່ງບາກບັ່ນໄປສູ່ຄຸນເບື້ອງສູງ, ຈົ່ງບັນເທົາກາມ ເສຍເຖີ້ນໜໍ ພຣາມ ! ເພາະມຸນີທີ່ບໍ່ລະກາມ ຍ່ອມເຖິງຄວາມເປັນຄົນລວງໂລກ .

ຖ້າຈະເຮັດກໍຈົ່ງເຮັດຈິງແທ້, ຈົ່ງບາກບັ່ນຕໍ່ສິ່ງນັ້ນໃຫ້ໜັກແໜ້ນ, ເພາະວ່າ ບັນພະຊາທີ່ຮັບຖືໄວ້ຫຼົມໆ ຍ່ອມແພ່ໂທດ ຄືທຸລີຢ່າງໜັກ.

ບໍ່ເຮັດຄວາມຊົ່ວ ດີກວ່າ, ຄວາມຊົ່ວຍ່ອມເຜົາລົນໃນພາຍຫຼັງ. ເຮັດຄວາມດີ ດີກວ່າ - ຄວາມດີຊະນິດທີ່ເຮັດແລ້ວບໍ່ຕາມເຜົາໄໝ້.

ຫຍ້າກຸສະທີ່ຈັບບໍ່ດີແລ້ວດຶງ ຍ່ອມບາດມືຜູ້ຈັບເຊັ່ນໃດ ; ຄວາມເປັນສະມະນະ ທີ່ບຸກຄົນໃດລູບຄໍາຢ່າງຊົ່ວໆ ຍ່ອມລາກຜູ້ນັ້ນໄປນະຣົກ.

ການງານອັນໃດທີ່ຫຍໍ້ຢ່ອນ, ວັຕອັນໃດທີ່ເສົ້າໝອງ, ພຣົມມະຈັນທີ່ລະລຶກຂຶ້ນມາແລ້ວລັງກຽດໂຕເອງໄດ້ ນັ້ນບໍ່ເປັນສິ່ງທີ່ມີຜົລຫຼາຍໄດ້ເລີຍ”.

ກຸສົລກັມ ວິຊຊາ ທັມ ແລະສີລ ເຫຼົ່ານີ້ເປັນຂອງສູງສຸດໃນຊີວິຕ, ສັຕຍ່ອມບໍຣິສຸດໄດ້ເພາະທັມນັ້ນໆ ຫາກເປັນເພາະໂຄຕ ຫຼືຊັບກໍບໍ່ແມ່ນ.

ເພາະສະນັ້ນແລ ບຸຣຸສຜູ້ເປັນບັນດິຕ ເມື່ອຄົ້ນຫາຢູ່ຊຶ່ງປະໂຫຍດຂອງຕົນ ຈົ່ງເລືອກຈ້ອນທັມໂດຍຖີ່ຖ້ວນ, ເມື່ອເປັນເຊັ່ນນັ້ນ ຍ່ອມບໍຣິສຸດໄດ້ເພາະທັມນັ້ນ.

ບາລີ ອະນາຖະປິນດິໂກວາດະສູຕ ອຸປຣິ. ມ. ໑໔/໔໗໒/໗໓໙.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ