ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ພຣາມ ! ເຮົາບໍ່ກ່າວ ສິ່ງທີ່ໄດ້ເຫັນມາ ທຸກສິ່ງ ວ່າເປັນສິ່ງທີ່ຄວນກ່າວ ຫຼືວ່າເປັນສິ່ງທີ່ບໍ່ຄວນກ່າວ ; ເຮົາບໍ່ກ່າວ ສິ່ງທີ່ໄດ້ຟັງມາ ທຸກສິ່ງ ວ່າເປັນສິ່ງທີ່ຄວນກ່າວ ຫຼືວ່າເປັນສິ່ງທີ່ບໍ່ຄວນກ່າວ ; ເຮົາບໍ່ກ່າວ ສິ່ງທີ່ໄດ້ກະທົບມາ ທຸກສິ່ງ ວ່າເປັນສິ່ງທີ່ຄວນກ່າວ ຫຼືວ່າເປັນສິ່ງທີ່ບໍ່ຄວນກ່າວ ; ເຮົາບໍ່ກ່າວ ສິ່ງທີ່ໄດ້ຮູ້ແຈ້ງແກ່ໃຈມາ ທຸກສິ່ງ ວ່າເປັນສິ່ງທີ່ຄວນກ່າວ ຫຼືວ່າເປັນສິ່ງທີ່ບໍ່ຄວນກ່າວ.
ພຣາມ ! ເມື່ອກ່າວສິ່ງໃດທີ່ໄດ້ເຫັນມາ ແລ້ວເຮັດໃຫ້ອະກຸສົລທັມຈະເຣີນ ກຸສົລທັມເສື່ອມ, ເຮົາກ່າວສິ່ງທີ່ໄດ້ເຫັນຊະນິດນັ້ນ ວ່າ ເປັນສິ່ງທີ່ບໍ່ຄວນກ່າວ ; ພຣາມ ! ແຕ່ວ່າ ເມື່ອກ່າວສິ່ງໃດທີ່ໄດ້ເຫັນມາ ແລ້ວເຮັດໃຫ້ອະກຸສົລທັມເສື່ອມ ກຸສົລທັມຈະເຣີນ, ເຮົາກ່າວສິ່ງທີ່ໄດ້ເຫັນຊະນິດນີ້ ວ່າ ເປັນສິ່ງທີ່ຄວນກ່າວ ດັ່ງນີ້.
(ໃນກໍລະນີແຫ່ງ ສິ່ງທີ່ໄດ້ຟັງ ກໍດີ ທີ່ໄດ້ກະທົບ ກໍດີ ທີ່ໄດ້ຮູ້ແຈ້ງແກ່ໃຈ ກໍດີ ກໍຕຣັດໄວ້ດ້ວຍຂໍ້ຄວາມມີລະບຽບອັກສອນເຊັ່ນດຽວກັນກັບ ໃນກໍລະນີແຫ່ງສິ່ງທີ່ໄດ້ເຫັນ ດັ່ງທີ່ໄດ້ກ່າວມາແລ້ວເບື້ອງເທິງທຸກປະການ)
໑. ບາລີ ຈຕຸກກ. ອັງ. ໒໑/໒໓໔/໑໘໓. ຕຣັດແກ່ວັສສະກາຣະພຣາມ ມະຫາອາມາດແຄວ້ນມະຄົດ ທີ່ເວລຸວັນ ໃກ້ເມືອງຣາຊະຄຶ.
ທົງສະແດງສວາກຂາຕະທັມທີ່ມີຜົລ ໖ ອັນດັບ
(ມີສະຫວັນເປັນຢ່າງຕໍ່າສຸດ) ໒
໒. ບາລີ ອະລະຄັດທູປະມະສູຕ ມູ. ມ. ໑໒/໒໘໐/໒໘໘. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.
ພິກຂຸ ທ. ! ທັມ ເປັນທັມອັນເຮົາກ່າວໄວ້ດີແລ້ວ ເປັນທັມອັນເຮັດໃຫ້ເປັນດຸດດັ່ງຂອງຂວໍ້າທີ່ຫງາຍແລ້ວ ເປັນທັມອັນເຮັດໃຫ້ເປັນດຸດດັ່ງຂອງປົກປິດທີ່ເປີດແລ້ວ ເປັນທັມອັນເຮົາຕະຖາຄົຕປະກາດດັງກ້ອງແລ້ວ ເປັນທັມມີສ່ວນເນົ່າເສຍອັນເຮົາຕະຖາຄົຕຕັດສ່ຽນອອກໝົດສິ້ນແລ້ວ. ພິກຂຸ ທ. ! ໃນທັມອັນເຮົາກ່າວໄວ້ດີແລ້ວ .... ມີສ່ວນເນົ່າເສຍອັນເຮົາຕະຖາຄົຕຕັດສ່ຽນອອກໝົດສິ້ນແລ້ວ ເຊັ່ນນີ້, ຄຸນນະທັມສັກແຕ່ວ່າສັດທາ ສັກວ່າຄວາມຮັກ ຂອງບຸກຄົນ ທ. ເຫຼົ່າໃດ ເກີດຂຶ້ນໃນເຮົາ ; ບຸກຄົນ ທ. ເຫຼົ່ານັ້ນທັງໝົດ ມີສະຫວັນເປັນທີ່ໄປໃນເບື້ອງໜ້າ. (ນີ້ຄືຜົລອັນດັບທີຫົກ).
ທົງສົນທະນາກັບເທວະດາ ເລື່ອງອະປະຣິຫານິຢະທັມ ໒
໑. ບາລີ ສັຕຕກ. ອັງ. ໒໓/໗໕/໕໓. ຕຣັດແກ່ພິກຂຸ ທ. ທີ່ພູເຂົາຄິດຊະກູຕ.
໒. ບາລີ ສັກກ. ອັງ. ໒໒/໓໖໘/໓໐໓. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.
ພິກຂຸ ທ. ! ເມື່ອຄືນນີ້ ຣາຕຣີຜ່ານກາຍໄປຫຼາຍແລ້ວ ເທວະດາຕົນໜຶ່ງມີຣັດສະໝີ ເຮືອງຮຸ່ງຍິ່ງ ສ່ອງເຊຕະວັນທັງໝົດໃຫ້ສະຫວ່າງ ໄດ້ເຂົ້າມາຫາເຮົາເຖິງທີ່ຢູ່ ອະພິວາດແລ້ວຢືນຢູ່ ໄດ້ກ່າວຄວາມຂໍ້ນີ້ກັບເຮົາ ວ່າ “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທັມ ທ. ໖ ປະການເຫຼົ່ານີ້ ເປັນໄປເພື່ອຄວາມບໍ່ເສື່ອມແຫ່ງພິກຂຸ. ຫົກປະການເຫຼົ່າໃດໜໍ ? ຫົກປະການຄື ຄວາມເຄົາຣົບໃນພຣະສາສດາ, ຄວາມເຄົາຣົບໃນພຣະທັມ, ຄວາມເຄົາຣົບໃນພຣະສົງຄ໌, ຄວາມເຄົາຣົບໃນສິກຂາ, ຄວາມເຄົາຣົບໃນຄວາມບໍ່ປະມາດ, ຄວາມເຄົາຣົບໃນການປະຕິ ສັນຖານ. ຂ້າແຕ່ພຣະອົງຜູ້ຈະເຣີນ ! ທັມ ທ. ໖ ປະການເຫຼົ່ານີ້ແລ ເປັນໄປເພື່ອຄວາມບໍ່ເສື່ອມແຫ່ງພິກຂຸ” ພິກຂຸ ທ. ! ເທວະດາຕົນນັ້ນກ່າວແນວນີ້ແລ້ວ ອະພິວາດເຮົາ ປະກອບປະທັກຂິນາ ຫາຍໄປໃນບ່ອນນັ້ນແລ້ວ.








