ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ຮູບ ທ. ສຽງ ທ. ກິ່ນ ທ. ຣົສ ທ. ຜັສສະ ທ. ທັມ ທ. ທັງໝົດ ອັນໜ້າປາຖນາ ໜ້າຮັກໄຄ່ ໜ້າພໍໃຈ ຍັງເປັນສິ່ງກ່າວໄດ້ວ່າມີຢູ່ພຽງໃດ ມະນຸສໂລກ ພ້ອມດ້ວຍເທວະໂລກ ກໍຍັງສົມມຸດວ່າ “ນັ້ນສຸຂ” ຢູ່ພຽງນັ້ນ. ຖ້າເມື່ອສິ່ງເຫຼົ່ານັ້ນແຕກດັບລົງໃນບ່ອນໃດ, ສັຕເຫຼົ່ານັ້ນ ກໍສົມ ມຸດວ່າ “ນັ້ນທຸກຂ໌” ໃນບ່ອນນັ້ນ. ສິ່ງທີ່ພຣະອະຣິຍະເຈົ້າ ທ. ເຫັນວ່າເປັນຄວາມສຸຂ ກໍຄືດັບສະນິດແຫ່ງສັກກາຢະທັງຫຼາຍ, ແຕ່ສິ່ງນີ້ກັບປາກົດເປັນຂ້າເສິກໂຕໂຫດຮ້າຍ ແກ່ສັຕ ທ. ຜູ້ເຫັນຢູ່ໂດຍຄວາມເປັນໂລກທັງປວງ. ສິ່ງໃດ ທີ່ສັຕອື່ນກ່າວແລ້ວໂດຍຄວາມເປັນສຸຂ, ພຣະອະຣິຍະເຈົ້າ ທ. ກ່າວສິ່ງນັ້ນ ໂດຍຄວາມເປັນທຸກຂ໌, ສິ່ງໃດ ທີ່ສັຕອື່ນກ່າວແລ້ວໂດຍຄວາມເປັນທຸກຂ໌, ພຣະອະຣິຍະເຈົ້າ ທ. ກ່າວສິ່ງນັ້ນ ໂດຍຄວາມເປັນສຸຂ, ດັ່ງນີ້.
ອາການທີ່ທົງສະແດງທັມ
ບາລີ ຕິກ. ອັງ. ໒໐/໓໕໖/໕໖໕. ຕຣັດແກ່ພິກຂຸທັງຫຼາຍ ທີ່ໂຄຕະມະກະເຈດີ ເວສາລີ.
ພິກຂຸ ທ. ! ເຮົາຍ່ອມສະແດງທັມເພື່ອຄວາມຮູ້ຍິ່ງ ບໍ່ແມ່ນເພື່ອບໍ່ຮູ້ຍິ່ງ, ເຮົາຍ່ອມສະແດງທັມມີເຫດຜົລພ້ອມ ບໍ່ແມ່ນບໍ່ມີເຫດຜົລພ້ອມ, ເຮົາຍ່ອມສະແດງທັມມີຄວາມໜ້າອັດສະຈັນ (ໜ້າຈັບອົກຈັບໃຈ) ບໍ່ແມ່ນບໍ່ມີຄວາມອັດສະຈັນ.
ພິກຂຸ ທ. ! ເຮົາຍ່ອມສະແດງທັມເພື່ອຄວາມຮູ້ຍິ່ງ ມີເຫດຜົລພ້ອມ ມີຄວາມໜ້າອັດສະຈັນ, ບໍ່ແມ່ນສະແດງເພື່ອຄວາມບໍ່ຮູ້ຍິ່ງ ບໍ່ມີເຫດຜົລ ບໍ່ມີຄວາມໜ້າອັດສະຈັນ ຢູ່ດັ່ງນີ້ ໂອວາດ ກໍເປັນສິ່ງທີ່ໃຜໆຄວນເຮັດຕາມ, ອະນຸສາສະນີ ກໍເປັນສິ່ງທີ່ໃຜໆຄວນຝຶກຕາມ.
ພິກຂຸ ທ. ! ພໍແລ້ວ ເພື່ອຄວາມຍິນດີ ຄວາມອີ່ມເອີບໃຈ ຄວາມໂສມະນັສແກ່ພວກເຈົ້າທັງຫຼາຍ ວ່າ “ພຣະຜູ້ມີພຣະພາຄ ເປັນອົງສັມມາສັມພຸດທະເຈົ້າ, ພຣະທັມ ເປັນສິ່ງທີ່ພຣະຜູ້ມີພຣະພາຄ ຕຣັສໄວ້ດີແລ້ວ, ພຣະສົງ ຄືຜູ້ປະຕິບັດດີແລ້ວ” ດັ່ງນີ້.
ການປະກາດພຣະສາສນາ ໑
໑. ບາລີ ມຫາ. ວິ. ໔/໓໙/໓໒. ຕຣັດແກ່ພຣະອະຣະຫັນຕ໌ ໖໐ ອົງຊຸດທໍາອິດທີ່ອິສິປະຕະນະມິຄະທາຍະວັນ.
ພິກຂຸ ທ. ! ເຮົາເປັນຜູ້ພົ້ນແລ້ວຈາກບ້ວງທັງປວງ ທັງທີ່ເປັນຂອງທິບແລະເປັນຂອງມະນຸສ, ແມ່ນວ່າພວກເຈົ້າທັງຫຼາຍ ກໍພົ້ນແລ້ວຈາກບ້ວງທັງປວງທັງທີ່ເປັນ ຂອງທິບແລະຂອງມະນຸສ. ພິກຂຸ ທ. ! ພວກເຈົ້າ ທ. ຈົ່ງທ່ຽວຈາຣິກໄປເພື່ອປະໂຫຍດ ເພື່ອຄວາມສຸຂແກ່ມະຫາຊົນ ເພື່ອຄວາມເອັນດູແກ່ໂລກ ; ເພື່ອປະໂຫຍດ ເພື່ອຄວາມເກື້ອກູນ ເພື່ອຄວາມສຸຂແກ່ເທວະດາແລະມະນຸສ ທ., ຢ່າໄປທາງດຽວກັນເຖິງສອງອົງຄ໌.
ພິກຂຸ ທ. ! ພວກເຈົ້າຈົ່ງສະແດງທັມໃຫ້ງົດງາມໃນເບື້ອງຕົ້ນ ໃຫ້ງົດງາມໃນທ່າມກາງ ໃຫ້ງົດງາມໃນທີ່ສຸດ, ຈົ່ງປະກາດພຣົມມະຈັນໃຫ້ເປັນໄປພ້ອມທັງອັດຖະ ທັງພະຍັນຊະນະ ໃຫ້ບໍຣິສຸດບໍຣິບູນສິ້ນເຊີງ : ສັຕທັງຫຼາຍທີ່ເປັນພວກມີຂີ້ຝຸ່ນໃນດວງຕາແຕ່ເລັກນ້ອຍກໍມີຢູ່. ສັຕພວກນີ້ ຍ່ອມເສື່ອມຈາກຄຸນທີ່ຄວນໄດ້ ເພາະບໍ່ໄດ້ຟັງທັມ, ສັຕຜູ້ຮູ້ທົ່ວເຖິງທັມ ຈັກມີເປັນແນ່ແທ້.
ພິກຂຸ ທ. ! ແມ່ນວ່າເຮົາເອງ ກໍຈັກໄປສູ່ເຂດອຸຣຸເວລາເສນານິຄົມ ເພື່ອສະແດງທັມ.
ທົງມີຫຼັກເກນໃນການກ່າວຜິດຈາກຫຼັກເກນຂອງຄົນທົ່ວໄປ ໑
(ວັສສະກາຣະພຣາມ ໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ແລ້ວກາບທູນວ່າ :-)
“ພຣະໂຄດົມຜູ້ຈະເຣີນ ! ພວກຂ້າພະເຈົ້າມີຖ້ອຍຄໍາແລະຄວາມເຫັນດັ່ງນີ້ວ່າ ຜູ້ໃດໄດ້ເວົ້າຕາມທີ່ເຂົາເຫັນມາ ວ່າ ‘ຂ້າພະເຈົ້າໄດ້ເຫັນມາແນວນີ້’ ກໍດີ ; ກ່າວຕາມທີ່ເຂົາຟັງມາ ວ່າ ‘ຂ້າພະເຈົ້າໄດ້ຟັງມາແນວນີ້’ ກໍດີ ; ກ່າວຕາມທີ່ເຂົາກະທົບ (ທາງດັງ ລີ້ນ ກາຍ) ມາ ວ່າ ‘ຂ້າພະເຈົ້າໄດ້ກະທົບມາແນວນີ້’ ກໍດີ ; ກ່າວຕາມທີ່ເຂົາຮູ້ແຈ້ງແກ່ໃຈມາ ວ່າ ‘ຂ້າພະເຈົ້າໄດ້ຮູ້ແຈ້ງແກ່ໃຈມາແນວນີ້’ ກໍດີ ; ໂທດເພາະການກ່າວເຊັ່ນນັ້ນ ຍ່ອມບໍ່ມີແກ່ເຂົາເຫຼົ່ານັ້ນ, ດັ່ງນີ້.”








