ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ພິກຂຸ ທ. ! ສ່ວນພິກຂຸໃດສັກກາຣະທັມມະຢູ່, ເຄົາຣົບທັມມະຢູ່, ນອບນ້ອມທັມມະຢູ່, ເປັນຜູ້ວ່າງ່າຍ, ເຖິງຄວາມເປັນຜູ້ວ່າງ່າຍຢູ່ ; ນັ້ນແຫຼະເຮົາກ່າວວ່າຜູ້ວ່າງ່າຍແທ້ຈິງ. ພິກຂຸ ທ. ! ເພາະເຫດນັ້ນໃນເລື້ອງນີ້ ເຈົ້າທັງຫຼາຍຈົ່ງເຮັດການສຶກສາສໍານຶກແນວນີ້ວ່າ “ເຮົາຈະເປັນຜູ້ສັກກາຣະທັມມະຢູ່, ເຄົາຣົບທັມມະຢູ່, ນອບນ້ອມທັມມະຢູ່, ເປັນຜູ້ວ່າງ່າຍ, ເຖິງຄວາມເປັນຜູ້ວ່າງ່າຍ” ດັ່ງນີ້.
- ມູ. ມ. ໑໒/໒໕໔/໒໖໖.
ຕັນຫາເປັນເຫດແຫ່ງຄວາມໂສກ
- ທ. ຂຸ. ໒໕/໔໓/໒໖.
ຄວາມໂສກ ຍ່ອມເກີດມາແຕ່ສິ່ງອັນເປັນທີ່ຮັກ, ຄວາມຢ້ານ ຍ່ອມເກີດມາແຕ່ສິ່ງອັນເປັນທີ່ຮັກ; ເມື່ອພົ້ນແລ້ວຈາກສິ່ງເປັນທີ່ຮັກ, ຄວາມໂສກ ຍ່ອມບໍ່ມີ, ແລ້ວຄວາມຢ້ານ ຈະມີມາແຕ່ໃສໜໍ.
ຄວາມໂສກ ຍ່ອມເກີດມາແຕ່ຄວາມຮັກ, ຄວາມຢ້ານ ຍ່ອມເກີດມາແຕ່ຄວາມຮັກ ; ເມື່ອພົ້ນແລ້ວຈາກຄວາມຮັກ, ຄວາມໂສກ ຍ່ອມບໍ່ມີ, ແລ້ວຄວາມຢ້ານ ຈະມີມາແຕ່ໃສໜໍ.
ຄວາມໂສກ ຍ່ອມເກີດມາແຕ່ຄວາມຍິນດີ, ຄວາມຢ້ານ ຍ່ອມເກີດມາແຕ່ຄວາມຍິນດີ; ເມື່ອພົ້ນແລ້ວຈາກຄວາມຍິນດີ, ຄວາມໂສກ ຍ່ອມບໍ່ມີ, ແລ້ວຄວາມຢ້ານຈະມີມາແຕ່ໃສໜໍ.
ຄວາມໂສກ ຍ່ອມເກີດມາແຕ່ຄວາມໃຄ່, ຄວາມຢ້ານ ຍ່ອມເກີດມາແຕ່ຄວາມໃຄ່; ເມື່ອພົ້ນແລ້ວຈາກຄວາມໃຄ່, ຄວາມໂສກຍ່ອມບໍ່ມີ, ແລ້ວຄວາມຢ້ານຈະມີມາແຕ່ໃສໜໍ.
ຄວາມໂສກ ຍ່ອມເກີດມາແຕ່ຕັນຫາ, ຄວາມຢ້ານ ຍ່ອມເກີດມາແຕ່ຕັນຫາ; ເມື່ອພົ້ນແລ້ວຕັນຫາ, ຄວາມໂສກ ຍ່ອມບໍ່ມີ, ແລ້ວຄວາມຢ້ານຈະມີມາແຕ່ໃສໜໍ.
ສັມມາສັງກັບປະ ເຮັດໃຫ້ສັງຄະສາມັກຄີ
ພິກຂຸ ທ. ! ໃນທິດໃດພວກພິກຂຸມີຄວາມພ້ອມພຽງກັນ, ມີຄວາມບັນເທີງຕໍ່ກັນ ແລະ ກັນ, ບໍ່ຜິດຖຽງວິວາດກັນ, ເຂົ້າກັນໄດ້ດີຄັກຄືນໍ້ານົມກັບນໍ້າ ແນມເບິ່ງກັນດ້ວຍສາຍຕາແຫ່ງຄວາມຮັກຢູ່ ; ພິກຂຸ ທ. ! ທິດນັ້ນ ເປັນທີ່ຜາສຸຂແກ່ເຮົາ ເຖິງຈະຕ້ອງຍ່າງໄປ (ຢ່າງອິດເມື່ອຍ) ຈະເມື່ອຍກ່າວໄປຫຍັງເຖິງການທີ່ພຽງແຕ່ນຶກເຖິງ. ໃນກໍລະນີນີ້ ເຮົາເຊື່ອໝັ້ນແກ່ໃຈວ່າ ເປັນເພາະພິກຂຸເຫຼົ່ານັ້ນໄດ້ປະຖິ້ມທັມສາມຢ່າງເສຍແລ້ວ ແລະ ພາກັນມາຖືເຮັດໃຫ້ຫຼາຍໃນທັມສາມຢ່າງ. ທັມສາມຢ່າງ ມີຫຍັງແດ່ທີ່ເຂົາປະຖິ້ມເສຍແລ້ວ ? ສາມຢ່າງຄື :
໑. ກາມະວິຕົກ ຄວາມຕຶກໃນກາມ
໒. ພະຍາປາທະວິຕົກ ຄວາມຕຶກໃນທາງມຸ່ງຮ້າຍ
໓. ວິຫິງສາວິຕົກ ຄວາມຕຶກທີ່ກໍ່ໃຫ້ເກີດຄວາມລໍາບາກ ທັງແກ່ຕົນ ແລະ ຜູ້ອື່ນ.
ທັມ ໓ ຢ່າງເຫຼົ່ານີ້ແລ ທີ່ພວກພິກຂຸເຫຼົ່ານັ້ນປະຖິ້ມເສຍແລ້ວ.
ກໍທັມສາມຢ່າງ ແນວໃດໜໍ ທີ່ພວກພິກຂຸເຫຼົ່ານັ້ນພາກັນມາຖື ເຮັດເພີ່ມພູນໃຫ້ຫຼາຍ ? ສາມຢ່າງຄື :
໑. ເນກຂັມມະວິຕົກ ຄວາມຕຶກໃນການຫຼີກອອກຈາກການພົວພັນໃນກາມ
໒. ອັບພະຍາປາທະວິຕົກ ຄວາມຕຶກໃນການບໍ່ກໍ່ຄວາມມຸ່ງຮ້າຍ
໓. ອະວິຫິງສາວິຕົກ ຄວາມຕຶກໃນການບໍ່ເຮັດຕົນ ແລະ ຜູ້ອື່ນໃຫ້ລໍາບາກ
ທັມ ໓ ຢ່າງເຫຼົ່ານີ້ແລ ທີ່ພວກພິກຂຸເຫຼົ່ານັ້ນປະຖິ້ມເສຍແລ້ວ.
ພິກຂຸ ທ. ! ໃນທິດໃດພວກພິກຂຸມີຄວາມພ້ອມພຽງກັນ, ມີຄວາມບັນເທີງຕໍ່ກັນ ແລະ ກັນ, ບໍ່ຜິດຖຽງວິວາດກັນ, ເຂົ້າກັນ ແລະ ກັນໄດ້ຄັກຄືນໍ້ານົມກັບນໍ້າ ແນມເບິ່ງກັນ ແລະ ກັນດ້ວຍສາຍຕາແຫ່ງຄວາມຮັກຢູ່ ; ພິກຂຸ ທ. ! ທິດນັ້ນເປັນທີ່ຜາສຸຂແກ່ເຮົາ ເຖິງແມ່ນຈະຕ້ອງຍ່າງໄປ (ຢ່າງອິດເມື່ອຍ) ຈະເມື່ອຍກ່າວໄປຫຍັງເຖິງການທີ່ພຽງແຕ່ນຶກເຖິງ. ໃນກໍລະນີນີ້ ເຮົາເຊື່ອໝັ້ນແກ່ໃຈວ່າ ເປັນເພາະພວກພິກຂຸເຫຼົ່ານັ້ນ ໄດ້ປະຖິ້ມທັມສາມຢ່າງເຫຼົ່ານັ້ນເສຍແລ້ວ ແລະ ພາກັນມາຖື ເຮັດໃຫ້ຫຼາຍໃນທັມສາມຢ່າງເຫຼົ່ານີ້ແທນ.
- ຕິກ. ອັງ. ໒໐/໓໕໕/໕໖໔.
(ນີ້ເປັນເຄື່ອງສະແດງວ່າ ສັງຄະສາມັກຄີນັ້ນ ເປັນພຸດທະປະສົງ ແລະ ເປັນທີ່ຖືກພຣະອັດທະຍາໄສ).
ທົງຕ່າງຈາກມະນຸສທໍາມະດາ
ບາລີ ສລາ. ສັງ. ໑໘/໑໕໙/໒໑໖.








