ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ກັບມາເກີດໃນຊາຕໃດໆ ຍ່ອມເປັນຜູ້ມີຮູບຮ່າງງາມ ໜ້າເບິ່ງໜ້າຊົມ ປະກອບດ້ວຍຄວາມເປັນຜູ້ມີຜິວພັນອັນງົດງາມຢ່າງຍິ່ງ ແຕ່ເປັນຄົນເຂັນໃຈຍາກຈົນ ຂາດເຂີນຊັບສົມບັດແລະສັກດາຕໍ່າ.
ດູຣາພະນາງມັນລິກາ ! ມາຕຸຄາມບາງຄົນໃນໂລກນີ້ ບໍ່ເປັນຜູ້ມັກໂກດ ບໍ່ອັ່ງໄປດ້ວຍຄວາມຄັບແຄ້ນໃຈ ຖືກເວົ້າວ່າຫຼາຍ ກໍບໍ່ຄັດເຄືອງ ບໍ່ສູນຄຽດ ບໍ່ກະຟຶດກະຟັດ ບໍ່ແຂງກະດ້າງ ບໍ່ສະແດງຄວາມໂກດ ຄວາມຄັດເຄືອງ ແລະຄວາມບໍ່ພໍໃຈໃຫ້ປາກົດ ແລະເປັນຜູ້ໃຫ້ທານ ຄືເຂົ້າ ນໍ້າ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະປະທີບໂຄມໄຟແກ່ສະມະນະຫລືພຣາມ ແລະເປັນຜູ້ບໍ່ມີໃຈອິດສາຣິດສະຍາ ໃນລາບ ສັກກາຣະ ຄວາມເຄົາຣົບ ຄວາມນັບຖື ການໄຫວ້ ແລະການບູຊາຂອງຜູ້ອື່ນ ບໍ່ຂວາງກັ້ນ ບໍ່ຕັດຮອນ ບໍ່ຜູກຄວາມອິດສາຣິດສະຍາ ຖ້າມາຕຸຄາມນັ້ນຈຸຕິຈາກອັຕຕະພາບນັ້ນ ມາສູ່ຄວາມເປັນເຊັ່ນນີ້ ກັບມາເກີດໃນຊາຕໃດໆ ຍ່ອມເປັນຜູ້ມີຮູບຮ່າງງາມ ໜ້າເບິ່ງໜ້າຊົມ ປະກອບດ້ວຍຄວາມເປັນຜູ້ມີຜິວພັນອັນງົດງາມຢ່າງຍິ່ງ ແລະເປັນຄົນຮັ່ງມີ ມີຊັບຫລາຍ ມີໂພຄະສົມບັດຫລາຍ ແລະມີສັກດາສູງ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ດູຣາພະນາງມັນລິກາ ! ນີ້ແລເປັນເຫດເປັນປັດຈັຍ ໃຫ້ມາຕຸຄາມບາງຄົນໃນໂລກນີ້ ມີິຜິວພັນຂີ້ຮ້າຍ ມີຮູບຮ່າງຂີ້ເລ່ ບໍ່ໜ້າເບິ່ງ ທັງເປັນຄົນເຂັນໃຈ ຍາກຈົນ ຂາດເຂີນຊັບສົມບັດແລະສັກດາຕໍ່າ.
ນີ້ແລເປັນເຫດເປັນປັດຈັຍ ໃຫ້ມາຕຸຄາມບາງຄົນໃນໂລກນີ້ ມີິຜິວພັນຂີ້ຮ້າຍ ມີຮູບຮ່າງຂີ້ເລ່ ບໍ່ໜ້າເບິ່ງ ແຕ່ເປັນຄົນຮັ່ງມີ ມີຊັບຫລາຍ ມີໂພຄະສົມບັດຫລາຍແລະສັກດາສູງ.
ນີ້ແລເປັນເຫດເປັນປັດຈັຍ ໃຫ້ມາຕຸຄາມບາງຄົນໃນໂລກນີ້ ມີຮູບຮ່າງງາມ ໜ້າເບິ່ງໜ້າຊົມ ປະກອບດ້ວຍຄວາມເປັນຜູ້ມີຜິວພັນອັນງົດງາມຢ່າງຍິ່ງ ແຕ່ເປັນຄົນເຂັນໃຈ ຍາກຈົນ ຂາດເຂີນຊັບສົມບັດແລະສັກດາຕໍ່າ.
ນີ້ແລເປັນເຫດເປັນປັດຈັຍ ໃຫ້ມາຕຸຄາມບາງຄົນໃນໂລກນີ້ ມີຮູບຮ່າງງາມ ໜ້າເບິ່ງໜ້າຊົມ ປະກອບດ້ວຍຄວາມເປັນຜູ້ມີຜິວພັນອັນງົດງາມຢ່າງຍິ່ງ ແລະເປັນຄົນຮັ່ງມີ ມີຊັບຫລາຍ ມີໂພຄະສົມບັດຫລາຍ ແລະສັກດາສູງ.
ເມື່ອພຣະຜູ້ມີພຣະພາກຕຣັດເຊັ່ນນີ້ແລ້ວ ພະນາງມັນລິກາເທວີໄດ້ຂາບພຣະຜູ້ມີພຣະພາກວ່າ :
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ໃນຊາຕກ່ອນຂ້ານ້ອຍຄົງຈະເປັນຜູ້ມັກໂກດ ເຕັມໄປດ້ວຍຄວາມແຄ້ນໃຈ ຖືກເວົ້າວ່າແມ່ນເລັກນ້ອຍ ກໍຄັດເຄືອງ
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ສູນຄຽດກະຟຶດກະຟັດ ແຂງກະດ້າງ ສະແດງຄວາມໂກດ ຄວາມຄັດເຄືອງ ແລະຄວາມບໍ່ພໍໃຈໃຫ້ປາກົດ ມາໃນບັດນີ້ ຈຶ່ງມີຜິວພັນຂີ້ຮ້າຍ ມີຮູບຮ່າງຂີ້ເລ່ ບໍ່ໜ້າເບິ່ງ, ແຕ່ໃນຊາຕກ່ອນ ຂ້ານ້ອຍຄົງໄດ້ໃຫ້ທານ ຄື ເຂົ້າ ນໍ້າ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະປະທີບໂຄມໄຟ ມາໃນບັຕນີ້ ຂ້ານ້ອຍຈຶ່ງເປັນຄົນຮັ່ງມີ ມີຊັບຫລາຍ ມີໂພຄະສົມບັດຫລາຍ, ແຕ່ໃນຊາຕກ່ອນ ຂ້ານ້ອຍ ຄົງຈະບໍ່ມີໃຈອິດສາຣິດສະຍາ ໃນລາບ ສັກກາຣະ ຄວາມເຄົາຣົບ ຄວາມນັບຖື ການໄຫວ້ແລະການບູຊາຂອງຜູ້ອື່ນ ບໍ່ຂວາງກັ້ນ ບໍ່ຕັດຮອນ ບໍ່ຜູກຄວາມອິດສາຣິດສະຍາ ມາໃນບັດນີ້ ຂ້ານ້ອຍຈຶ່ງມີສັກດາສູງ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ກໍນາງຂັດຕິຍະແດ່ ນາງພຣາມມະນີແດ່ ນາງຄະຫະບໍດີແດ່ ມີຢູ່ໃນຣາຊະສະກຸນນີ້ ຂ້ານ້ອຍໄດ້ດໍາຣົງຄວາມເປັນໃຫຍ່ກວ່າຍິງເຫຼົ່ານັ້ນ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຕັ້ງແຕ່ມື້ນີ້ໄປ ຂ້ານ້ອຍ ຈະບໍ່ໂກດ ບໍ່ອັ່ງໄປດ້ວຍຄວາມຄັບແຄ້ນໃຈ ເຖິງຈະຖືກດ່າວ່າຫຼາຍ ກໍຈະ ບໍ່ຄັດເຄືຶອງ ບໍ່ສູນຄຽດ ບໍ່ກະຟຶດດະຟັດ ບໍ່ແຂງກະດ້າງ ບໍ່ສະແດງຄວາມໂກດ ຄວາມຄັດເຄືອງ ແລະຄວາມບໍ່ພໍໃຈໃຫ້ປາກົດ ແລະຈະໃຫ້ທານ ຄືເຂົ້າ ນໍ້າ ຜ້າ ຍານພາຫະນະ ດອກໄມ້ຂອງຫອມ ທີ່ນອນ ທີ່ຢູ່ອາໄສ ແລະປະທີບໂຄມໄຟ ແກ່ສະມະນະພຣາມ ຈະບໍ່ມີໃຈອິດສາຣິດສະຍາໃນລາບ ສັກກາຣະ ຄວາມເຄົາຣົບ ການນັບຖື ການໄຫວ້ແລະການບູຊາ ຂອງຜູ້ອື່ນ ຈະບໍ່ຂວາງກັ້ນ ບໍ່ຕັດຮອນ ບໍ່ຜູກຄວາມອິດສາຣິດສະຍາ.








