ຄຳສອນພຸດທະ - ໜ້າຈໍໂຫລດ

ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ເປັນຜູ້ມີປົກກະຕິບໍ່ບຽດບຽນສັດ ດ້ວຍຝ່າມື ດ້ວຍກ້ອນຫີນ ຫຼືທ່ອນໄມ້ ແລະດ້ວຍສາດຕຣາ ເພາະກັມນັ້ນອັນເຂົາໄດ້ອັ່ງລົ້ນ ສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປຈະເຂົ້າເຖິງສຸຄະຕິໂລກສະຫວັນ ຫາກຕາຍໄປບໍ່ເຂົ້າເຖິງສຸຄະຕິ

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ໂລກສະຫວັນ ຖ້າມາເປັນມະນຸດເກີດນະທີ່ໃດໆ ໃນພາຍຫຼັງ ຈະເປັນຄົນທີ່ມີໂຣຄາພະຍາດໜ້ອຍ.

ມານົບ ! ປະຕິປະທາທີ່ ເປັນໄປເພື່ອຄວາມມີໂຣຄາພະຍາດໜ້ອຍນີ້ ຄື : ເປັນຜູ້ມີປົກກະຕິບໍ່ບຽດບຽນສັດ ດ້ວຍຝ່າມື ດ້ວຍກ້ອນຫີນ ຫລືທ່ອນໄມ້ ແລະດ້ວຍສາດຕຣາ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ເປັນຄົນມັກໂກດ ອັ່ງໄປດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າພຽງເລັກນ້ອຍກໍຂັດໃຈ ໂກດແຄ້ນ ພະຍາບາດປອງຮ້າຍ ເຮັດຄວາມໂກດ ຄວາມໂຫດຮ້າຍ ແລະຄວາມຄຽດຊັງໃຫ້ປາກົດ ເພາະກັມນັ້ນອັນເຂົາໄດ້ອັ່ງລົ້ນ ສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນີບາດ ນະຣົກ ຖ້າມາເປັນມະນຸດເກີດນະທີ່ໃດໆ ໃນພາຍຫລັງ ຈະເປັນຄົນມີຜິວພັນຂີ້ຮ້າຍ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີຜິວພັນຂີ້ຮ້າຍນີ້ ຄື : ເປັນຄົນມັກໂກດ ອັ່ງໄປດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າພຽງເລັກນ້ອຍ ກໍຂັດໃຈ ໂກດແຄ້ນ ພະຍາບາດ ປອງຮ້າຍ ເຮັດຄວາມໂກດ ຄວາມໂຫດຮ້າຍ ແລະຄວາມຄຽດຊັງໃຫ້ປາກົດ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ເປັນຄົນບໍ່ມັກໂກດ ບໍ່ອັ່ງໄປດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າຫຼາຍກໍບໍ່ຂັດໃຈ ບໍ່ໂກດແຄ້ນ ບໍ່ພະຍາບາດປອງຮ້າຍ ບໍ່ເຮັດຄວາມໂກດ ຄວາມໂຫດຮ້າຍ ແລະຄວາມຄຽດຊັງໃຫ້ປາກົດ ເພາະກັມນັ້ນອັນເຂົາໄດ້ອັ່ງລົ້ນ ສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປຈະເຂົ້າເຖິງສຸຄະຕິໂລກສະຫວັນ ຫາກຕາຍໄປບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸດ ເກີດນະທີ່ໃດໆ ໃນພາຍຫຼັງ ຈະເປັນຄົນໜ້າເຫຼື້ອມໃສ.

ມານົບ ! ປະຕິປະທາ ທີ່ເປັນໄປເພື່ອຄວາມເປັນຄົນທີ່ໜ້າເຫຼື້ອມໃສນີ້ ຄື : ເປັນຄົນບໍ່ມັກໂກດ ບໍ່ອັ່ງໄປດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າຫຼາຍກໍບໍ່ຂັດໃຈ ບໍ່ໂກດແຄ້ນ ບໍ່ພະຍາບາດປອງຮ້າຍ ບໍ່ເຮັດຄວາມໂກດ ຄວາມໂຫດຮ້າຍ ແລະຄວາມຄຽດຊັງໃຫ້ປາກົດ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ມີໃຈອິດສາຣິດສະຫຍາ ຍ່ອມອິດສາມຸ່ງຮ້າຍ ຜູກໃຈອິດສາໃນລາບສັກກາຣະ ຄວາມເຄົາຣົບ ຄວາມນັບຖື ການໄຫວ້ ການບູຊາຂອງຜູ້ອື່ນ ເພາະກັມນັ້ນ ອັນເຂົາໄດ້ອັ່ງລົ້ນ ສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນີບາດ ນະຣົກ ຖ້າມາເປັນມະນຸດເກີດນະທີ່ໃດໆ ໃນພາຍຫຼັງ ຈະເປັນຄົນທີ່ມີສັກດາໜ້ອຍ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ມານົບ ! ປະຕິປະທາ ທີ່ເປັນໄປເພື່ອຄວາມເປັນຜູ້ທີ່ມີສັກດາໜ້ອຍນີ້ ຄື : ມີໃຈອິດສາຣິດສະຫຍາ ຍ່ອມອິດສາມຸ່ງຮ້າຍ ຜູກໃຈອິດສາໃນລາບສັກກາຣະ ຄວາມເຄົາຣົບ ຄວາມນັບຖື ການໄຫວ້ ການບູຊາຂອງຜູ້ອື່ນ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ເປັນຜູ້ມີໃຈບໍ່ອິດສາຣິດສະຫຍາ ຍ່ອມບໍ່ອິດສາ ບໍ່ມຸ່ງຮ້າຍ ບໍ່ຜູກໃຈອິດສາໃນລາບສັກກາຣະ ຄວາມເຄົາຣົບ ຄວາມນັບຖື ການໄຫວ້ການບູຊາຂອງຜູ້ອື່ນ ເພາະກັມນັ້ນອັນເຂົາ ໄດ້ອັ່ງລົ້ນ ສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປຈະເຂົ້າເຖິງສຸຄະຕິໂລກສະຫວັນ ຫາກຕາຍໄປບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸດ ເກີດນະທີ່ໃດໆ ໃນພາຍຫຼັງ ຈະເປັນຄົນທີ່ມີສັກດາຫລາຍ.

ມານົບ ! ປະຕິປະທາ ທີ່ເປັນໄປເພື່ອຄວາມເປັນຄົນທີ່ມີສັກດາຫລາຍນີ້ ຄື : ມີໃຈບໍ່ອິດສາຣິດສະຫຍາ ຍ່ອມບໍ່ອິດສາ ບໍ່ມຸ່ງຮ້າຍ ບໍ່ຜູກໃຈອິດສາໃນລາບສັກກາຣະ ຄວາມເຄົາຣົບ ຄວາມນັບຖື ການໄຫວ້ການບູຊາຂອງຜູ້ອື່ນ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ