ຄຳສອນພຸດທະ - ໜ້າຈໍໂຫລດ

ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ພິກຂຸທັງຫລາຍ ! ຈັກຂຸ (ຕາ) ... ໂສຕະ (ຫູ) ... ຄານະ (ດັງ) ... ຊິວຫາ (ລີ້ນ) ... ກາຍະ (ກາຍ) ... ມະນະ (ໃຈ) ອັນເຈົ້າທັງຫລາຍ ຈົ່ງເຫັນວ່າເປັນປຸຣານະກັມມະ (ກັມເກົ່າ) ອະພິສັງຂະຕະ (ອັນປັຈຈັຍປຸງແຕ່ງຂຶ້ນ) ອະພິສັນເຈຕະຢິຕະ (ອັນປັຈຈັຍເຮັດໃຫ້ເກີດຄວາມຮູ້ສຶກຂຶ້ນ) ເວທະນີຢະ (ມີຄວາມຮູ້ສຶກຕໍ່ອາຣົມໄດ້).

ພິກຂຸທັງຫລາຍ ! ນີ້ເຮົາເອີ້ນວ່າ ກັມເກົ່າ.

ພິກຂຸທັງຫລາຍ ! ກັມໃໝ່ (ນະວະກັມມະ) ເປັນແນວໃດໜໍ ?

ພິກຂຸທັງຫລາຍ ! ຂໍ້ທີ່ບຸກຄົນເຮັດກັມດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ ໃນກາລະບັດນີ້ ອັນໃດ, ອັນນີ້ເຮົາເອີ້ນວ່າ ກັມໃໝ່.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ພິກຂຸທັງຫລາຍ ! ກັມມະນິໂຣດ (ຄວາມດັບແຫ່ງກັມ)ເປັນແນວໃດໜໍ ?

ພິກຂຸທັງຫລາຍ ! ຂໍ້ທີ່ ບຸກຄົນຖຶກຕ້ອງວິມຸຕຕິ ເພາະຄວາມດັບແຫ່ງກາຢະກັມ ວະຈີກັມ ມະໂນກັມ ອັນໃດ, ອັນນີ້ເອີ້ນວ່າ ກັມມະນິໂຣດ.

ພິກຂຸທັງຫລາຍ ! ກັມມະນິໂຣທະຄາມິນີປະຕິປະທາ (ຂໍ້ປະຕິບັຕໃຫ້ເຖິງຄວາມດັບແຫ່ງກັມ) ເປັນແນວໃດໜໍ ?

ກັມມະນິໂຣທະຄາມິນີປະຕິປະທານັ້ນຄື ອະຣິຍະອັຕຖັງຄິກະມັກຄະ (ອະຣິຍະມັຄມີອົງຄ໌ແປດ) ນີ້ນັ້ນເອງໄດ້ແກ່ :

ສັມມາທິຕຖິ (ຄວາມເຫັນຖືກຕ້ອງ) ສັມມາສັງກັບປະ (ຄວາມດໍາຣິ ຖືກຕ້ອງ) ສັມມາວາຈາ (ການເວົ້າຈາຖືກຕ້ອງ) ສັມມາກັມມັນຕະ (ການເຮັດການງານຖືກຕ້ອງ) ສັມມາອາຊີວະ (ການລ້ຽງຊີວິຕຖືກຕ້ອງ) ສັມມາວາຢາມະ (ຄວາມພຽນຖືກຕ້ອງ) ສັມມາສະຕິ (ຄວາມລະນຶກ ຖືກຕ້ອງ) ສັມມາສະມາທິ (ຄວາມຕັ້ງໃຈໝັ້ນຖືກຕ້ອງ).

ພິກຂຸທັງຫລາຍ ! ນີ້ເອີ້ນວ່າ ກັມມະນິໂຣທະຄາມິນີປະຕິປະທາ.

ພິກຂຸທັງຫລາຍ ! ດ້ວຍປະການດັ່ງນີ້ແລ (ເປັນອັນວ່າ) ກັມເກົ່າ ເຮົາໄດ້ສະແດງແລ້ວແກ່ທ່ານທັງຫລາຍ, ກັມໃໝ່ ເຮົາກໍສະແດງແລ້ວ, ກັມມະນິໂຣດ ເຮົາກໍສະແດງແລ້ວ, ກັມມະນິໂຣທະຄາມິນີປະຕິປະທາ ເຮົາກໍໄດ້ສະແດງແລ້ວ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ພິກຂຸທັງຫລາຍ ! ກິດໃດ ທີ່ສາສະດາຜູ້ເອັນດູ ສະແຫວງຫາປະໂຫຍດເກື້ອກູນ ອາໄສຄວາມເອັນດູແລ້ວຈະຕ້ອງເຮັດແກ່ສາວົກທັງຫຼາຍ, ກິດນັ້ນເຮົາໄດ້ເຮັດແກ່ພວກເຈົ້າ.

ພິກນຂຸທັງຫລາຍ ! ນັ້ນຮົ່ມໄມ້, ນັ້ນເຮືອນຫວ່າງ. ພວກເຈົ້າຈົ່ງພຽນເຜົາກິເລດ, ຢ່າໄດ້ປະມາດ, ຢ່າເປັນຜູ້ທີ່ຕ້ອງໃຈໃນພາຍຫລັງເລີຍ. ນີ້ແລ ເປັນວາຈາເຄື່ອງພໍ່າສອນຂອງເຮົາແກ່ພວກເຈົ້າທັງຫລາຍ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໕໖

ກາຍນີ້ ເປັນ ກັມເກົ່າ

ສະບັບຫລວງ ໑໖/໗໗/໑໘໓.

ພິກຂຸທັງຫລາຍ ! ກາຍນີ້ບໍ່ເເມ່ນຂອງເຈົ້າທັງຫລາຍເເລະບໍ່ແມ່ນຂອງບຸກຄົນເຫລົ່າອື່ນ.

ພິກຂຸທັງຫລາຍ ! ກັມເກົ່າ (ກາຍ) ນີ້ອັນເຈົ້າທັງຫລາຍ ຈົ່ງເຫັນວ່າເປັນສິ່ງປັດຈັຍປຸງແຕ່ງຂຶ້ນ (ອະພິສັງຂະຕະ), ເປັນສິ່ງປັດຈັຍເຮັດໃຫ້ເກີດຄວາມຮູ້ສຶກຂຶ້ນ (ອະພິສັນເຈຕະຢິຕະ), ເປັນສິ່ງມີຄວາມຮູ້ສຶກຕໍ່ອາຣົມໄດ້ (ເວທະນີຢະ).

ພິກຂຸທັງຫລາຍ ! ໃນກໍລະນີຂອງກາຍນັ້ນ ອະຣິຍະສາວົກຜູ້ໄດ້ສະດັບແລ້ວ ຍ່ອມເຮັດໄວ້ໃນໃຈໂດຍລະອຽດເປັນຢ່າງດີ ຊຶ່ງປະຕິຈະສະມຸບບາດນັ້ນແລ ດັ່ງນີ້ວ່າ ດ້ວຍອາການເຊັ່ນນີ້ : ເມື່ອສິ່ງນີ້ມີ ສິ່ງນີ້ຈຶ່ງມີ, ເພາະຄວາມເກີດຂຶ້ນແຫ່ງສິ່ງນີ້ ສິ່ງນີ້ຈຶ່ງເກີດຂຶ້ນ, ເມື່ອສິ່ງນີ້ບໍ່ມີ ສິ່ງນີ້ຍ່ອມບໍ່ມີ, ເພາະຄວາມດັບໄປແຫ່ງສິ່ງນີ້ ສິ່ງນີ້ຈຶ່ງດັບໄປ.

ຂໍ້ນີ້ ໄດ້ແກ່ສິ່ງເຫລົ່ານີ້ຄື : ເພາະມີອະວິຊາເປັນປັດຈັຍ ຈຶ່ງມີສັງຂາຣທັງຫລາຍ, ເພາະມີສັງຂາຣເປັນປັດຈັຍ ຈຶ່ງມີວິນຍານ, ເພາະມີວິນຍານເປັນປັດຈັຍ ຈຶ່ງມີນາມຮູບ, ເພາະມີນາມຮູບເປັນປັດຈັຍ ຈຶ່ງມີສະລາຍະຕະນະ,

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ເພາະມີສະລາຍະຕະນະເປັນປັດຈັຍ ຈຶ່ງມີຜັສສະ, ເພາະມີຜັສສະເປັນປັດຈັຍ ຈຶ່ງມີເວທະນາ, ເພາະມີເວທະນາເປັນປັດຈັຍ ຈຶ່ງມີຕັນຫາ, ເພາະມີຕັນຫາເປັນປັດຈັຍ ຈຶ່ງມີອຸປາທານ, ເພາະອຸປາທານເປັນປັດຈັຍ ຈຶ່ງມີພົບ, ເພາະມີພົບເປັນປັດຈັຍ ຈຶ່ງມີຊາຕ, ເພາະຊາຕເປັນປັດຈັຍ ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັດສະອຸປາຍາສະທັງຫລາຍ ຈຶ່ງເກີດຂຶ້ນຄົບຖ້ວນ : ຄວາມເກີດຂຶ້ນແຫ່ງກອງທຸກນີ້ທັງໝົດນີ້ ຍ່ອມມີດ້ວຍອາການ ເຊັ່ນນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ