ຄຳສອນພຸດທະ - ໜ້າຈໍໂຫລດ

ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ພິກຂຸທັງຫລາຍ ! ອະຍະຣິອັດຖັງຄິກະມັກຄະ (ອະຣິຍະມັຄມີອົງຄ໌ແປດ) ນີ້ນັ້ນເອງ ຄື : ກັມມະນິໂຣທະຄາມິນິປະຕິປະທາ; ໄດ້ແກ່ສິ່ງເຫລົ່ານີ້ຄື : ສັມມາທິດຖິ (ຄວາມເຫັນຖືກຕ້ອງ), ສັມມາສັງກັບປະ (ຄວາມດໍາຣິຖືກຕ້ອງ), ສັມມາວາຈາ (ການເວົ້າຈາຊອບຖືກຕ້ອງ ສັມມາກັມມາຕະ (ການເຮັດການງານຊອບຖືກຕ້ອງ), ສັມມາອາຊີວະ (ການລ້ຽງຊີວິດຖືກຕ້ອງ), ສັມມາວາຢາມະ (ຄວາມພາກພຽນຖືກຕ້ອງ), ສັມມາສະຕິ (ຄວາມລະນຶກຖືກຕ້ອງ), ສັມມາສະມາທິ (ຄວາມຕັ້ງໃຈໝັ້ນຖືກຕ້ອງ).

ພິກຂຸທັງຫລາຍ ! ເມື່ອໃດອະຣິຍະສາວົກ ຍ່ອມຮູ້ແຈ້ງຊຶ່ງກັມ ເຊັ່ນນີ້, ຮູ້ແຈ້ງຊຶ່ງນິທານະສັມພາວະແຫ່ງກັມ ເຊັ່ນນີ້, ຮູ້ແຈ້ງຊຶ່ງເວມັດຕະຕາແຫ່ງກັມ ເຊັ່ນນີ້, ຮູ້ແຈ້ງຊຶ່ງວິບາກແຫ່ງກັມ ເຊັ່ນນີ້, ຮູ້ແຈ້ງຊຶ່ງວິບາກແຫ່ງກັມ ເຊັ່ນນີ້, ຮູ້ແຈ້ງຊຶ່ງກັມມະນິໂຣດ ເຊັ່ນນີ້, ຮູ້ແຈ້ງຊຶ່ງກັມມະນິໂຣທະຄາມິນີປະຕິປະທາ ເຊັ່ນນີ້; ອະຣິຍະສາວົກນັ້ນ ຍ່ອມຮູ້ແຈ້ງຊຶ່ງພຣົມມະຈັນນີ້ ວ່າເປັນເຄື່ອງເຈາະແທງກິເລດ ເປັນຄວາມດັບບໍ່ເຫລືອແຫ່ງກັມ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ພິກຂຸທັງຫລາຍ ! ຂໍ້ທີ່ເຮົາກ່າວແລ້ວວ່າ : ກັມ ເປັນສິ່ງທີ່ບຸກຄົນຄວນຮູ້, ນິທານະສັມພາວະແຫ່ງກັມ ເປັນສິ່ງທີ່ບຸກຄົນຄວນຮູ້, ເວມັຕຕະຕາແຫ່ງກັມ ເປັນສິ່ງທີ່ບຸກຄົນຄວນຮູ້, ວິບາກແຫ່ງກັມ ເປັນສິ່ງທີ່ບຸກຄົນຄວນຮູ້, ກັມມະນິໂຣດ ເປັນສິ່ງທີ່ບຸກຄົນຄວນຮູ້, ກັມມະນິໂຣທະຄາມິນີປະຕິປະທາ ເປັນສິ່ງທີ່ບຸກຄົນຄວນຮູ້ ດັ່ງນີ້ນັ້ນ ເຮົາອາໄສຄວາມຂໍ້ນີ້ກ່າວແລ້ວ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ບົດທີ ໕໔

ກັມແບ່ງຕາມການເຮັດແລະຜົລທີ່ໄດ້ຮັບ

ບຸກຄົນ ໔ ຈໍາພວກ

ສະບັບຫລວງ ໑໕/໑໓໖/໓໙໓.

ພຣະພຸດທະເຈົ້າໄດ້ຕຣັດແກ່ພະເຈົ້າປະເສນທິໂກສົນວ່າ :

ມະຫາຣາຊ ! ບຸກຄົນ ໔ ຈໍາພວກນີ້ ມີປາກົດຢູ່ໃນໂລກ ບຸກຄົນ ໔ ຈໍາພວກນັ້ນ ເປັນແນວໃດໜໍ ? ໔ ຈໍາພວກຄື :-

ບຸກຄົນຜູ້ມືດມາແລ້ວມືດຕໍ່ໄປຈໍາພວກ ໑,

ບຸກຄົນຜູ້ມືດມາແລ້ວສະຫວ່າງຕໍ່ໄປຈໍາພວກ ໑,

ບຸກຄົນຜູ້ສະຫວ່າງມາແລ້ວມືດຕໍ່ໄປຈໍາພວກ ໑,

ບຸກຄົນຜູ້ສະຫວ່າງມາແລ້ວສະຫວ່າງຕໍ່ໄປຈໍາພວກ ໑,

ມະຫາຣາຊ ! ກໍແນວໃດ ຊື່ວ່າ ບຸກຄົນຜູ້ມືດມາແລ້ວມືດຕໍ່ໄປ ?

ມະຫາຣາຊ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເກີດມາພາຍຫລັງໃນຕະກູນອັນຕໍ່າ ຄື ໃນຕະກູນຈັນທານ ຕະກູນນາຍພານ ຕະກູນຈັກສານ ຕະກູນຊ່າງລົດ ຫລື ຕະກູນຖອກຂີ້ເຫຍື່ອ ຊຶ່ງເປັນຄົນຍາກຈົນ ມີເຂົ້າແລະນໍ້າໜ້ອຍ ເປັນຜູ້ຝືດເຄືອງ ມີອາຫານແລະເຄື່ອງນຸ່ງຫົ່ມຫາໄດ້ໂດຍຍາກ

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ເຂົາເປັນຜູ້ມີຜິວພັນຂີ້ຮ້າຍ ບໍ່ໜ້າເບິ່ງ ຕໍ່າເຕ້ຍຕຸກປຸຸກ ຂີ້ໂຣຄ ຕາບອດ ເປັນງ່ອຍພິການ ມີໂຕຕະແຄງໄປທາງຂ້າງ ບໍໍ່ຄ່ອຍຈະມີເຂົ້າ ນໍ້າ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ຂອງຫອມ ເຄື່ອງລູບທາ ບ່ອນນອນ ບ່ອນຢູ່ອາໄສ ແລະປະທີບໂຄມໄຟ ເຂົ້າຊໍ້າປະພຶດທຸຈະຣິຕດ້ວຍກາຍ ວາຈາ ໃຈ ຄັນເຂົາປະພຶດທຸຈະຣິຕດ້ວຍກາຍ ວາຈາ ໃຈ ເມື່ອຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.

ມະຫາຣາຊ ! ບຸຣຸດຍ່ອມໄປຫາຄວາມມືດຕຶບສູ່ຄວາມມືດຕຶບ ຫລື ຍ່ອມໄປຈາກຄວາມມືດມົວສູ່ຄວາມມືດມົວ ຫລື ຍ່ອມໄປຈາກໂລຫິຕອັນເປັນມົນທິນສູ່ໂລຫິຕອັນເປັນມົນທິນ ເຊັ່ນໃດ; ມະຫາຣາຊ ! ຕະຖາຄົດກ່າວບຸກຄົນນີ້ມີອຸປະໄມເຊັ່ນນັ້ນ.

ມະຫາຣາຊ ! ເຊັ່ນນີ້ແລ ບຸກຄົນຊື່ວ່າ ເປັນຜູ້ມືດມາແລ້ວຄົງມືດຕໍ່ໄປ.

ມະຫາຣາຊ ! ກໍແນວໃດ ບຸກຄົນຊື່ວ່າ ເປັນຜູ້ມືດມາແລ້ວ ສະຫວ່າງຕໍ່ໄປ ?

ມະຫາຣາຊ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເກີດມາພາຍຫລັງໃນຕະກູນອັນຕໍ່າຊາມ ຄື ໃນຕະກູນຈັນທານ ຕະກູນນາຍພານ ຕະກູນຈັກສານ ຕະກູນຊ່າງລົດ

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ