ຄຳສອນພຸດທະ - ໜ້າຈໍໂຫລດ

ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

(໔) ພິກຂຸທັງຫລາຍ ! ສັຕຕະບຸຣຸສຢ່າງອື່ນຍັງມີອີກ ຄື ແມ່ນວ່າມີຄົນຖາມເຖິງຄວາມດີຂອງຕົນ ກໍຍັງເອົາມາເປີດເຜີຍໃຫ້ປາກົດ ; ຈະເມື່ອຍກ່າວອິຫຍັງເມື່ອຖືກຄົນຖາມໜໍ ກໍເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງຕົນ ກໍນໍາເອົາບັນຫາໄປຫາທາງເຮັດໃຫ້ຫລຸດໜ້ອຍປ່ຽນແປງ ກ່າວຄວາມດີຂອງຕົນຢ່າງບໍ່ພິສະດານເຕັມທີ່.

ພິກຂຸທັງຫລາຍ ! ຂໍ້ນີ້ຈົ່ງຮູ້ກັນເຖີດວ່າ ຄົນຜູ້ນີ້ເປັນ ສັຕຕະບຸຣຸດ.

ພິກຂຸທັງຫລາຍ ! ບຸກຄົນປະກອບດ້ວຍທັມ ໔ ປະການ ເຫລົ່ານີ້ແລ ເປັນທີ່ຮູ້ກັນວ່າເປັນ ສັຕຕະບຸຣຸດ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໔໘

ການສື່ສານຂອງບຸກຄົນ ໓ ຈໍາພວກທີ່ປາກົດຢູ່ໃນໂລກ

ສະບັບຫລວງ ໒໐/໑໒໑-໑໒໒/໔໖໗

ພິກຂຸທັງຫລາຍ ! ບຸກຄົນ ໓ ຈໍາພວກນີ້ ມີປາກົດຢູ່ໃນໂລກ ; ໓ ຈໍາພວກ ເປັນແນວໃດໜໍ ? ຄື :

ບຸກຄົນທີ່ມີຄໍາເວົ້າເໝັນເໝືອນຄູດ ໑,

ບຸກຄົນທີ່ມີຄໍາເວົ້າຫອມເໝືອນດອກໄມ້ ໑,

ບຸກຄົນທີ່ມີຄໍາເວົ້າຫວານປານນໍ້າຜິ້ງ ໑,

ພິກຂຸທັງຫລາຍ ! ກໍບຸກຄົນທີ່ມີຄໍາເວົ້າເໝັນເໝືອນຄູດ ເປັນແນວໃດໜໍ ? ຄື ບຸກຄົນບາງຄົນໃນໂລກນີ້ ໄປໃນສະພາກໍດີ ໄປໃນບໍຣິສັດກໍດີ ໄປໃນທ່າມກາງໝູ່ຍາຕກໍດີ ໄປໃນທ່າມກາງເສນາກໍດີ ໄປໃນທ່າມກາງຣາຊະສະກຸນກໍດີ ຖືກເຂົາອ້າງເປັນພະຍານ ຖາມວ່າ ທ່ານຜູ້ຈະເຣີນ ທ່ານຮູ້ຈັ່ງໃດ ຈົ່ງກ່າວໄປເຊັ່ນນັ້ນ ເຂົາບໍ່ຮູ້ກໍກ່າວວ່າຮູ້ ຫລືຮູ້ຢູ່ກໍກ່າວວ່າບໍ່ຮູ້ ບໍ່ເຫັນກໍກ່າວວ່າເຫັນ, ຫລືເຫັນກໍກ່າວວ່າບໍ່ເຫັນ, ແກ້ງກ່າວຕົວະທັງໆທີ່ຮູ້ຢູ່ ເພາະເຫດແຫ່ງຕົນແດ່ ເພາະເຫດແຫ່ງຜູ້ອື່ນແດ່ ຫລືເພາະເຫັນແກ່ອາມິດພຽງເລັກນ້ອຍ ດ້ວຍປະການດັ່ງນີ້.

ພິກຂຸທັງຫລາຍ ! ນີ້ເອີ້ນວ່າ ບຸກຄົນທີ່ມີຄໍາເວົ້າເໝັນ ເໝືອນຄູດ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ພິກຂຸທັງຫລາຍ ! ກໍບຸກຄົນທີ່ມີຄໍາເວົ້າຫອມເໝືອນດອກໄມ້ ເປັນແນວໃດໜໍ ? ຄື ບຸກຄົນບາງຄົນໃນໂລກນີ້ ໄປໃນສະພາກໍດີ ໄປໃນບໍຣິສັດກໍດີ ໄປໃນທ່າມກາງໝູ່ຍາຕກໍດີ ໄປໃນທ່າມກາງເສນາກໍດີ ໄປໃນທ່າມກາງຣາຊະກຸນກໍດີ ຖືກເຂົາອ້າງເປັນພະຍານ ຖາມວ່າ ທ່ານຜູ້ຈະເຣີນທ່ານຮູ້ຈັ່ງໃດ ຈົ່ງກ່າວ ໄປເຊັ່ນນັ້ນ ເມື່ອເຂົາບໍ່ຮູ້ກໍກ່າວວ່າບໍ່ຮູ້, ຫຼືຮູ້ກໍກ່າວວ່າຮູ້, ເມື່ອບໍ່ເຫັນກໍກ່າວວ່າບໍ່ເຫັນ, ຫຼືເຫັນກໍກ່າວວ່າເຫັນ, ບໍ່ແກ້ງກ່າວຕົວະ ທັງໆທີ່ຮູ້ຢູ່ ເພາະເຫດແຫ່ງຕົນແດ່ ເພາະເຫດແຫ່ງຜູ້ອື່ນແດ່ ຫຼືເພາະເຫັນແກ່ອາມິດພຽງເລັກນ້ອຍແດ່ ດ້ວຍປະການດັ່ງນີ້.

ພິກຂຸທັງຫລາຍ ! ນີ້ເອີ້ນວ່າ ກໍບຸກຄົນທີ່ມີຄໍາເວົ້າຫອມ ເໝືອນດອກໄມ້.

ພິກຂຸທັງຫລາຍ ! ກໍບຸກຄົນທີ່ມີຄໍາເວົ້າຫວານປານນໍ້າເຜິ້ງ ເປັນແນວໃດໜໍ ? ຄື ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ລະຄໍາຫຍາບ ເວົ້າແຕ່ວາຈາທີ່ບໍ່ມີໂທດ ມ່ວນຫູ ເປັນທີ່ພໍໃຈ ເປັນວາຈາ ຂອງຊາວເມືອງ ເປັນຄໍາເວົ້າທີ່ຄົນທັງຫລາຍຮັກໃຄ່ພໍໃຈ.

ພິກຂຸທັງຫລາຍ ! ນີ້ເອີ້ນວ່າ ບຸກຄົນທີ່ມີຄໍາເວົ້າຫວານປານນໍ້າເຜິ້ງ.

ດູຣາພິກຂຸທັງຫລາຍ ! ບຸກຄົນ ໓ ຈໍາພວກນີ້ແລ ມີປາກົດຢູ່ໃນໂລກ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ບົດທີ ໔໙

ວາຈາສະໃພ້ໃໝ່

ສະບັບຫລວງ ໒໑/໑໐໐/໗໓

ພິກຂຸທັງຫລາຍ ! ປຽບເໝືອນຍິງສະໃພ້ໃໝ່ ອັນເຂົາຫາກໍນໍາມາຊົ່ວຄືນຊົ່ວວັນ ຕະຫລອດເວລາເທົ່ານັ້ນ ກໍຍັງມີຄວາມລະອາຍ ແລະ ຄວາມຢ້ານທີ່ດໍາລົງໄວ້ຢ່າງເຂັ້ມແຂງ ໃນແມ່ຜົວດ້ວຍ ໃນພໍ່ຜົວດ້ວຍ ໃນສາມີດ້ວຍ ແມ່ນໃນທີ່ສຸດຕໍ່ທາສກໍາມະກອນຄົນໃຊ້.

ຄັນຜ່ານໄປໂດຍສະໄໝອື່ນ ເພາະອາໄສຄວາມຄຸ້ນເຄີຍກັນ ຍິງສະໃພ້ນັ້ນ ກໍຮ້າຍທັ່ງໃສ່ແມ່ຜົວແດ່ ພໍ່ຜົວແດ່ ແມ່ນແຕ່ກັບສາມີວ່າ ຫລີກໄປໆ ພວກສູຈະຮູ້ອັນໃດ ນີ້ເຊັ່ນໃດ;

ພິກຂຸທັງຫລາຍ ! ຂໍ້ນີ້ ກໍເຊັ່ນນັ້ນ ພິກຂຸບາງອົງໃນທັມວິນັຍນີ້ ອອກບວດຈາກເຮືອນ ເປັນຜູ້ບໍ່ມີເຮືອນໄດ້ຊົ່ວຄືນຊົ່ວວັນ ຕະຫລອດເວລາພຽງເທົ່ານັ້ນ ຫິຣິແລະໂອຕຕັບປະ ຂອງເຂົານັ້ນ ຍັງດຳລົງຢູ່ຢ່າງເຂັ້ມແຂງ ໃນພິກຂຸ ໃນພິກຂຸນີ ໃນ

ອຸປາສົກ ໃນອຸປາສິກາ ແມ່ນແຕ່ໃນທີ່ສຸດກັບຄົນວັຕແລະສາມະເນນ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ