ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
(໑) ພິກຂຸທັງຫລາຍ ! ອະສັຕຕະບຸຣຸດໃນກໍລະນີນີ້ ຄື ແມ່ນວ່າບໍ່ມີໃຜຖາມເຖິງຄວາມບໍ່ດີຂອງບຸກຄົນອື່ນ ກໍເອົາມາເປີດເຜີຍໃຫ້ປາກົດ ບໍ່ຕ້ອງກ່າວເຖິງເມື່ອຖືກຄົນຖາມ ; ກໍເມື່ອ ຖືກຄົນຖາມເຖິງຄວາມບໍ່ດີຂອງຜູ້ອື່ນ ກໍນຳເອົາບັນຫາໄປເຮັດໃຫ້ ບໍ່ມີທາງຫລີກລ້ຽງຫລຸດໜ້ອຍລົງ ແລ້ວກ່າວຄວາມບໍ່ດີຂອງບຸກຄົນອື່ນຢ່າງເຕັມທີ່ ໂດຍພິສະດານ. ພິກຂຸທັງຫລາຍ ! ຂໍ້ນີ້ຈົ່ງຮູ້ກັນເຖີ້ນວ່າ ຄົນຜູ້ນີ້ເປັນ ອະສັຕຕະບຸຣຸດ.
(໒) ພິກຂຸທັງຫລາຍ ! ອະສັຕຕະບຸຣຸດຢ່າງອື່ນຍັງມີອີກ ຄື ແມ່ນວ່າຖືກຄົນຖາມເຖິງຄວາມດີຂອງຜູ້ອື່ນ ກໍບໍ່ເອົາມາເປີດເຜີຍໃຫ້ປາກົດ ບໍ່ຕ້ອງກ່າວເຖິງເມື່ອບໍ່ຖືກໃຜຖາມ; ກໍເມື່ອຖືກຄົນຖາມເຖິງຄວາມດີຂອງຜູ້ອື່ນ ກໍນຳເອົາບັນຫາໄປເຮັດໃຫ້ຫລຸດໜ້ອຍໄຂວ່ເຂວ ແລ້ວກ່າວຄວາມດີຂອງຜູ້ອື່ນໂດຍບໍພິສະດານເຕັມທີ່. ພິກຂຸທັງຫລາຍ ! ຂໍ້ນີ້ຈົ່ງຮູ້ກັນເຖີ້ນວ່າ ຄົນຜູ້ນີ້ເປັນ ອະສັຕຕະບຸຣຸດ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
(໓) ພິກຂຸທັງຫລາຍ ! ອະສັຕຕະບຸຣຸສຢ່າງອື່ນຍັງມີອີກ ຄື ແມ່ນວ່າຖືກຄົນຖາມເຖິງຄວາມບໍ່ດີຂອງຕົນ ກໍ່ປົກປິດບໍ່ເປີດເຜີຍໃຫ້ປາກົດ ບໍ່ຕ້ອງກ່າວເຖິງເມື່ອບໍ່ຖືກຄົນຖາມ; ກໍ່ເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງຕົນ ກໍ່ນຳເອົາບັນຫາໄປເຮັດໃຫ້ຫລຸດໜ້ອຍໄຂວເຂວ ແລ້ວກ່າວຄວາມບໍ່ດີຂອງຕົນບໍ່ພິສະດານເຕັມທີ່. ພິກຂຸທັງຫລາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນວ່າ ຄົນຜູ້ນີ້ເປັນ ອະສັຕຕະບຸຣຸດ.
(໔) ພິກຂຸທັງຫລາຍ ! ອະສັຕຕະບຸຣຸດຢ່າງອື່ນຍັງມີອີກ ຄື ແມ່ນວ່າບໍ່ຖືກໃຜຖາມເຖິງຄວາມດີຂອງຕົນ ກໍເອົາມາໂອ້ອວດເປີດເຜີຍ ບໍ່ຕ້ອງກ່າວເຖິງເມື່ອຖືກຄົນຖາມ ກໍເມື່ອຖືກຄົນຖາມເຖິງຄວາມດີຂອງຕົນ ກໍບໍ່ນຳເອົາບັນຫາໄປເຮັດໃຫ້ຫລຸດໜ້ອຍຖອຍລົງ ກ່າວຄວາມດີຂອງຕົນຢ່າງເຕັມທີ່ໂດຍພິສະດານ. ພິກຂຸທັງຫລາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນວ່າ ຄົນຜູ້ນີ້ເປັນ ອະສັຕຕະບຸຣຸດ.
ພິກຂຸທັງຫລາຍ ! ບຸກຄົນປະກອບດ້ວຍທັມ ໔ ປະການ ເຫລົ່ານີ້ແລ ເປັນທີ່ຮູ້ຈັກກັນວ່າເປັນ ອະສັຕຕະບຸຣຸດ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໔໗
ວາຈາຂອງສັຕຕະບຸຣຸດ
ສະບັບຫລວງ ໒໑/໑໐໐/໗໓
ພິກຂຸທັງຫລາຍ ! ບຸກຄົນປະກອບດ້ວຍທັມ ໔ ປະການ ເປັນທີ່ຮູ້ກັນວ່າເປັນ ສັຕຕະບຸຣຸດ
ທັມ ໔ ປະການນັ້ນເປັນຢ່າງໃດ ? ໔ ປະການຄື :-
(໑) ພິກຂຸທັງຫລາຍ ! ສັຕຕະບຸຣຸດໃນກໍລະນີນີ້ ແມ່ນວ່າມີຄົນຖາມເຖິງຄວາມບໍ່ດີຂອງຜູ້ອື່ນ ກໍບໍ່ເປີດເຜີຍໃຫ້ປາກົດ ຈະກ່າວອິຫຍັງເມື່ອບໍ່ຖືກໃຜຖາມ ; ກໍເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງຜູ້ອື່ນ ກໍນໍາເອົາບັນຫາໄປເຮັດໃຫ້ຫຼີກລ່ຽງຫຼຸດໜ້ອຍລົງ ກ່າວຄວາມບໍ່ດີຂອງຜູ້ອື່ນ ຢ່າງບໍ່ພິສະດານເຕັມທີ່.
ພິກຂຸທັງຫລາຍ ! ຂໍ້ນີ້ຈົ່ງຮູ້ກັນເຖີ້ນວ່າ ຄົນຜູ້ນີ້ເປັນ ສັຕຕະບຸຣຸດ.
(໒) ພິກຂຸທັງຫລາຍ ! ສັຕຕະບຸຣຸດຢ່າງອື່ນຍັງມີອີກ ຄື ແມ່ນວ່າບໍ່ຖືໃຜຖາມຢູ່ເຖິງຄວາມດີຂອງບຸກຄົນອື່ນ ກໍຍັງເອົາມາເປີດເຜີຍໃຫ້ປາກົດ ຈະຕ້ອງກ່າວອິຫຍັງເມື່ອຖືກຄົນຖາມ ກໍເມື່ອຖືກຄົນຖາມເຖິງຄວາມດີຂອງຜູ້ອື່ນ ກໍບໍ່ນໍາເອົາບັນຫາໄປເຮັດໃຫ້ຫລີກລ່ຽງຫລຸດໜ້ອຍລົງ ກ່າວຄວາມດີຂອງຜູ້ອື່ນຢ່າງບໍຣິບູນເຕັມທີ່ ໂດຍພິສະດານ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ພິກຂຸທັງຫລາຍ ! ຂໍ້ນີ້ຈົ່ງຮູ້ກັນເຖີ້ນວ່າ ຄົນຜູ້ນີ້ເປັນ ສັຕຕະບຸຣຸດ.
(໓) ພິກຂຸທັງຫລາຍ ! ສັຕຕະບຸຣຸສຢ່າງອື່ນຍັງມີອີກ ຄື ແມ່ນວ່າບໍ່ຖືກໃຜຖາມເຖິງຄວາມບໍ່ດີຂອງຕົນ ກໍຍັງເອົາມາເປີດເຜີຍເຮັດໃຫ້ປາກົດ ; ຈະເມື່ອຍກ່າວເຖິວຍັງເມື່ອຖືກຄົນຖາມ ກໍເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງຕົນ ກໍບໍ່ນໍາເອົາບັນຫາໄປຫາທາງເຮັດໃຫ້ຫລຸດໜ້ອຍປ່ຽນແປງ ແຕ່ກ່າວຄວາມບໍ່ດີຂອງຕົນຢ່າງພິສະດານເຕັມທີ່.
ພິກຂຸທັງຫລາຍ ! ຂໍ້ນີ້ຈົ່ງຮູ້ກັນເຖີ້ນວ່າ ຄົນຜູ້ນີ້ເປັນ ສັຕຕະບຸຣຸດ.








