ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ຜູ້ໃດບໍ່ພໍໃຈຮັກໃຄ່ໃນພັນຣະຍາຕົນ, ກັບໄປທ່ຽວເພີດ ເພີນກັບຍິງແພດສະຫຍາ ແລະລັກລອບຫລິ້ນຊູ້ກັບພັນຣະຍາຂອງຜູ້ອື່ນ, ເພາະເຫດນັ້ນແລ ທ່ານຈົ່ງຮູ້ຂໍ້ນັ້ນຕາມຄວາມເປັນຈິງວ່າ ນີ້ເປັນທານແຫ່ງຄວາມເສື່ອມປະການທີ ໙.
ຊາຍແກ່ເຖົ້າຊະຣາແລ້ວ, ໄດ້ນໍາເອົາຍິງສາວນ້ອຍມາເປັນພັນຣະຍາ, ເຂົານອນບໍ່ຫລັບເພາະຄວາມຫຶງຫວງ ແລະຫ່ວງອາໄລໃນຍິງນັ້ນ, ເພາະເຫດນັ້ນແລ ທ່ານຈົ່ງຮູ້ຂໍ້ນັ້ນຕາມຄວາມເປັນຈິງວ່າ ນີ້ເປັນທາງແຫ່ງຄວາມເສື່ອມປະການທີ ໑໐.
ຊາຍໃດຕັ້ງຍິງນັກເລງໃຊ້ຈ່າຍຟູມເຟືອຍມາເປັນແມ່ເຮືອນ, ຫລືຍິງໃດຕັ້ງຊາຍນັກເລງໃຊ້ຈ່າຍຟູມເຟືອຍມາເປັນພໍໍ່ເຮືອນ, ເພາະເຫດນັ້ນແລ ທ່ານຈົ່ງຮູ້ຂໍ້ນັ້ນຕາມຄວາມເປັນຈິງວ່າ ນີ້ເປັນທາງແຫ່ງຄວາມເສື່ອມປະການທີ ໑໑.
ຜູ້ໃດເກີດໃນຕະກຸນກະສັຕມີໂພຄະໜ້ອຍ, ແຕ່ມີຄວາມຢາກເປັນໃຫຍ່ ປາຖະໜາຣາຊະສົມບັຕ, ເພາະເຫດນັ້ນແລ ທ່ານຈົ່ງຮູ້ຂໍ້ນັ້ນຕາມຄວາມເປັນຈິງວ່າ ນີ້ເປັນທານແຫ່ງຄວາມເສື່ອມປະການທີ .
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ຜູ້ເປັນບັນດິຕສົມບູນດ້ວຍທັດສະນະອັນປະເສີດ, ໄດ້ເຫັນເຫຕຄວາມເສື່ອມທັງຫລາຍນັ້ນແລ້ວ, ທ່ານຍ່ອມເວັ້ນສິ່ງເຫຼົ່ານີ້ເສຍ, ເມື່ອເປັນເຊັ່ນນັ້ນ ທ່ານຈຶ່ງພົບແລະເສບແຕ່ໂລກ ຊຶ່ງມີແຕ່ຄວາມຈະເຣີນຝ່າຍດຽວ ດ້ວຍປະການດັ້ງນີ້ແລ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ບົດທີ ໓໕
ເຫດເສື່ອມແລະເຫດຈະເຣີນແຫ່ງຊັບ ໔ ປະການ
ສະບັບຫລວງ ໒໓/໒໙໑-໒໙໓/໑໔໕
ພະຍັກຄະປັດຊະ ! ປາກທາງແຫ່ງຄວາມເສື່ອມ ໔ ປະການ ຂອງໂພຄະຊັບທີ່ເກີດຂຶ້ນພ້ອມແລ້ວຢ່າງນີ້ມີຢູ່ ຄື:
(໑) ຄວາມເປັນນັກເລງຍິງ
(໒) ເປັນນັກເລງສຸຣາ
(໓) ເປັນນັກເລງຫລິ້ນການພະນັນ
(໔) ແລະມີມິດສະຫາຍໝູ່ເພື່ອນຊົ່ວຊາມ
ພະຍັກຄະປັດຊະ ! ປຽບເໝືອນທາງນໍ້າເຂົ້າ ໔ ທາງ ທາງນໍ້າອອກ ໔ ທາງຂອງບຶງໃຫຍ່ມີຢູ່, ບຸຣຸດປິດທາງນ້ຳເຂົ້າເຫລົ່ານັ້ນເສຍ ແລະເປີດທາງນ້ຳອອກເຫຼົ່ານັ້ນດ້ວຍ ທັງຝົນກໍບໍ່ຕົກລົງມາຕາມທີ່ຄວນ. ພະຍັກຄະປັດຊະ ! ເມື່ອເປັນເຊັ່ນນັ້ນ ມີແຕ່ຄວາມເຫືອດແຫ້ງເທົ່ານັ້ນ ທີ່ຫວັງໄດ້ສໍາລັບບຶງໃຫຍ່ນັ້ນ ຄວາມເຕັມປ່ຽມຍ່ອມບໍ່ມີທາງທີ່ຈະຫວັງໄດ້ ນີ້ເຊັ່ນໃດ ພະຍັກຄະ ປັດຊະ ! ຜົລທີ່ຈະເກີດຂຶ້ນກໍເຊັ່ນນັ້ນ ສໍາລັບໂພຄະຊັບທີີ່ເກີດຂຶ້ນພ້ອມແລ້ວເຊັ່ນນີ້ ທີ່ມີປາກທາງແຫ່ງຄວາມເສື່ອມ ໔ ປະການ ຄື ຄວາມເປັນນັກເລງຍິງ ເປັນນັກເລງສຸຣາ ເປັນນັກເລງຫລິ້ນການພະນັນ ແລະມີມິຕສະຫາຍໝູ່ເພື່ອນຊົ່ວຊາມ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ພະຍັກຄະປັດຊະ ! ປາກທາງແຫ່ງຄວາມຈະເຣີນ ໔ ປະການ ຂອງໂພຄະຊັບທີ່ເກີດຂຶ້ນພ້ອມແລ້ວຢ່າງນີ້ມີຢູ່ ຄື :
(໑) ຄວາມບໍ່ເປັນນັກເລງຍິງ
(໒) ບໍ່ເປັນນັກເລງສຸຣາ
(໓) ບໍ່ເປັນນັກເລງຫລິ້ນການພະນັນ
(໔) ແລະມີມິຕສະຫາຍໝູ່ເພື່ອນທີ່ດີງາມ.
ພະຍັກຄະປັດຊະ ! ປຽບເໝືອນທາງນໍ້າເຂົ້າ ໔ ທາງ ທາງນໍ້າອອກ ໔ ທາງ ຂອງບຶງໃຫຍ່, ບຸຣຸດເປີດທາງນໍ້າເຂົ້າເຫລົ້ານັ້ນດ້ວຍ ແລະປິດທາງນໍ້າອອກເຫລົ່ານັ້ນເສຍ ທັງຝົນກໍຕົກລົງມາຕາມທີ່ຄວນດ້ວຍ.
ພະຍັກຄະປັດຊະ ! ເມື່ອເປັນເຊັ່ນນັ້ນ ມີແຕ່ຄວາມເຕັມປ່ຽມເທົ່ານັ້ນທີ່ຫວັງໄດ້ ສໍາລັບບຶງໃຫຍ່ນັ້ນ ຄວາມເຫືອດແຫ້ງເປັນອັນບໍ່ຕ້ອງຫວັງ ນີ້ເຊັ່ນໃດ;
ພະຍັກຄະປັດຊະ ! ຜົລທີ່ຈະເກີດຂຶ້ນກໍເຊັ່ນນັ້ນ ສໍາລັບໂພຄະຊັບທີ່ເກີດຂຶ້ນພ້ອມແລ້ວເຊັ່ນນີ້ ທີ່ມີປາກທາງແຫ່ງຄວາມຈະເຣີນ ໔ ປະການຄື : ຄວາມບໍ່ເປັນນັກເລງຍິງ ບໍ່ເປັນນັກເລງສຸຣາ ບໍ່ເປັນນັກເລງຫລິ້ນການພະນັນ ແລະມີມິຕສະຫາຍໝູ່ເພື່ອນທີ່ດີງາມ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ພະຍັກຄະປັດຊະ ! ທັມທັງ ໔ ປະການເຫລົ່ານີ້ແລ ເປັນທັມທີ່ເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸຂຂອງກຸລະບຸຕໃນທິຕຖະທັມ (ໃນປັດຈຸບັນ).
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ບົດທີ ໓໖
ຫລັກການດໍາຣົງຊີບເພື່ອປະໂຫຍດສຸຂໃນວັນນີ້
ສະບັບຫລວງ ໒໓/໒໘໙/໑໔໔
"ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພວກຂະນ້ອຍເປັນຄະຣືຫັດ ບໍຣິໂພກກາມ ແອອັດຢູ່ດ້ວຍບຸຕ ຄອງເຮືອນ ໃຊ້ສອຍຈັນຫອມມາຈາກແຄວ້ນກາສີ ທັດຊົງພວງດອກໄມ້ຂອງຫອມເຄື່ອງລູບທາ ຍິນດີໃນຄຳແລະເງິນຢູ່.








