ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
໑. ພາໃຫ້ເປັນນັກເລງຫລິ້ນການພະນັນ
໒. ພາໃຫ້ເປັນນັກເລງເຈົ້າຊູ້
໓. ພາໃຫ້ເປັນນັກເລງສຸຣາ
໔. ພາໃຫ້ເປັນຄົນຫລອກລວງຜູ້ອື່ນດ້ວຍຂອງປອມ
໕. ພາໃຫ້ເປັນຄົນຄົດໂກງເຂົາຊຶ່ງໆໜ້າ
໖. ພາໃຫ້ເປັນຄົນຫົວແຂງເຈົ້າເລ່ (ຄົນວ່າຍາກສອນຍາກ)
ຄະຫະບໍດີບຸຕ ! ເຫລົ່ານີ້ແລ ຄື ໂທດ ໖ ປະການ ໃນການປະກອບເນື່ອງໆ ຊຶ່ງການຄົບຄົນຊົ່ວເປັນມິຕ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ໂທດຂອງຄວາມກຽດຄ້ານ ໖ ປະການ
ຄະຫະບໍດີບຸຕ ! ໂທດໃນການປະກອບເນື່ອງໆ ຊຶ່ງຄວາມກຽດຄ້ານມີ ໖ ປະການຄື :-
໑. ມັກອ້າງວ່າ ໜາວຫລາຍ ແລ້ວບໍ່ເຮັດວຽກເຮັດງານ
໒. ມັກອ້າງວ່າ ຮ້ອນຫລາຍ ແລ້ວບໍ່ເຮັດວຽກເຮັດງານ
໓. ມັກອ້າງວ່າ ໃກ້ຈະຄໍ່າແລ້ວ ເລີຍບໍ່ເຮັດວຽກເຮັດງານ
໔. ມັກອ້າງວ່າ ຍັງເຊົ້າຢູ່ ແລ້ວບໍ່ເຮັດວຽກເຮັດງານ
໕. ມັກອ້າງວ່າ ຫິວຫລາຍ ແລ້ວບໍ່ເຮັດວຽກເຮັດງານ
໖. ມັກອ້າງວ່າ ກະຫາຍຫລາຍ ແລ້ວບໍ່ເຮັດວຽກເຮັດງານ
ເມື່ອເຂົາມັກຫາຂໍ້ອ້າງ ຜັດຜ່ອນຕໍ່ການງານຢູ່ເຊັ່ນນີ້ ໂພຄະຊັບທີ່ຍັງບໍ່ເກີດກໍຈະບໍ່ເກີດຂຶ້ນ ທີ່ເກີດຂຶ້ນແລ້ວກໍຈະເຖິງຊຶ່ງຄວາມເສື່ອມໄປໝົດ.
ຄະຫະບໍດີບຸຕ ! ເຫລົ່ານີ້ແລ ຄື ໂທດ ໖ ປະການ ໃນການປະກອບເນື່ອງໆ ຊຶ່ງຄວາມກຽດຄ້ານ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໓໔
ທາງແຫ່ງຄວາມເສື່ອມ
ສະບັບຫລວງ ໒໕/໒໖໗/໓໐໓-໓໐໔
ສະໄໝໜຶ່ງ ພຣະພຸດທະເຈົ້າປະທັບຢູ່ ພະວິຫານເຊຕະວັນ ອາຣາມ ຂອງທ່ານອະນາຖະບິນດິກະເສດຖີ ໃກ້ນະຄອນສາວັຕຖີ ໃນທີ່ນັ້ນແລ ເມື່ອປະຖົມມະຍາມຜ່ານໄປ ເທວະດາຕົນໜຶ່ງ ມີຣັດສະໝີທີ່ງົດງາມ ສ່ອງພະວິຫານເຊຕະວັນທັງໝົດໃຫ້ສະຫວ່າງແຈ້ງ ເຂົ້າໄປເຝົ້າພຣະພຸດທະເຈົ້າເຖິງທີ່ຢູ່ ຂາບອະພິວາດແລ້ວ ຢືນຢູ່ນະທີ່ຄວນສ່ວນເບື້ອງໜຶ່ງ ຄັນແລ້ວໄດຂາບທູນພຣະພຸດທະເຈົ້າວ່າ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍມາເພື່ອຈະຖາມເຖິງຄົນຜູ້ເສື່ອມ ແລະຄົນຜູ້ຈະເຣີນກັບທ່ານພຣະໂຄດົມ ຈຶ່ງຂໍທູນຖາມວ່າ ອັນໃດເປັນທາງຂອງຄົນເສື່ຶອມ ພຣະຜູ້ມີພຣະພາກຕຣັດຕອບວ່າ :
ຜູ້ຮູ້ດີເປັນຜູ້ຈະເຣີນ ຜູ້ຮູ້ຊົ່ວເສື່ອມເປັນຜູ້ເສື່ອມ, ຜູ້ໃດຮັກທັມເປັນຜູ້ຈະເຣີນ ຜູ້ກຽດຊັງທັມເປັນຜູ້ເສື່ອມ, ເພາະເຫດນັ້ນແລ ທ່ານຈົ່ງຮູ້ຂໍ້ນັ້ນຕາມຄວາມເປັນຈິງວ່າ ນີ້ເປັນທາງແຫ່ງຄວາມເສື່ອມປະການທີ ໑.
ເຂົານັ້ນສ້າງຄວາມຮັກໃນອະສັຕຕະບຸຣຸດ, ບໍ່ສ້າງຄວາມຮັກໃນສັຕຕະບຸຣຸດ, ເຂົາມັກພໍໃຈໃນທັມອະສັຕຕະບຸຣຸດ, ເພາະເຫດນັ້ນແລ ທ່ານຈົ່ງຮູ້ຂໍ້ນັ້ນຕາມຄວາມເປັນຈິງວ່າ ນີ້ເປັນທາງແຫ່ງຄວາມເສື່ອມປະການທີ ໒.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ຜູ້ໃດເປັນຜູ້ມັກນອນຫລັບ, ມັກລົມກັນ, ບໍ່ຂະຫຍັນ ກຽດຄ້ານຕໍ່ການງານ, ແລະເປັນຄົນມັກໂກດ, ເພາະເຫດນັ້ນແລ ທ່ານຈົ່ງຮູ້ຂໍ້ນັ້ນຕາມຄວາມເປັນຈິງວ່າ ນີ້ເປັນທາງແຫ່ງຄວາມເສື່ອມປະການທີ ໓.
ຜູ້ໃດມີຄວາມສາມາດຢູ່, ບໍ່ລ້ຽງດູມານດາບິດາຜູ້ແກ່ຊະຣາແລ້ວ, ເພາະເຫດນັ້ນແລ ທ່ານຈົ່ງຮູ້ຂໍ້ນັ້ນຕາມຄວາມເປັນຈິງວ່າ ນີ້ເປັນທາງແຫ່ງຄວາມເສື່ອມປະການທີ ໔.
ຜູ້ໃດຫລອກສະມະນະພຣາມ, ຫລອກແມ່ນແຕ່ວະນິພົກຄົນຂໍທານອື່ນໃດດ້ວຍມຸສາວາດ, ເພາະເຫດນັ້ນແລ ທ່ານຈົ່ງຮູ້ຂໍ້ນັ້ນຕາມຄວາມເປັນຈິງວ່າ ນີ້ເປັນທາງແຫ່ງຄວາມເສື່ອມປະການທີ ໕.
ຜູ້ໃດມີຊັບມີເງີິນຄໍາ, ມີຂອງເຫລືອກິນເຫລືອໃຊ້, ເຂົາບໍຣິໂພກສິ່ງດີໆ ນັ້ນແຕ່ຜູ້ດຽວ, ເພາະເຫດນັ້ນແລ ທ່ານຈົ່ງຮູ້ຂໍ້ນັ້ນຕາມຄວາມເປັນຈິງວ່າ ນີ້ເປັນທາງແຫ່ງຄວາມເສື່ອມປະການທີ ໖.
ຜູ້ໃດຍິ່ງເພາະຊາຕກໍາເນີດ, ຍິ່ງເພາະຊັບ ຍິ່ງເພາະໂຄຕ, ແລ້ວດູໝິ່ນຊຶ່ງຍາຕຂອງຕົນ, ເພາະເຫດນັ້ນແລ ທ່ານຈົ່ງຮູ້ຂໍ້ນັ້ນຕາມຄວາມເປັນຈິງວ່າ ນີ້ເປັນທາງແຫ່ງຄວາມເສື່ອມປະການທີ ໗.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ຜູ້ໃດເປັນນັກເລງຍິງ, ນັກເລງສຸຣາ, ແລະນັກເລງຫລິ້ນການພະນັນ, ເຂົາໃດທໍາລາຍຊັບທີ່ຫາໄດ້ມາ ໃຫ້ວິນາດຈິບຫາຍໄປ, ເພາະເຫດນັ້ນແລ ທ່ານຈົ່ງຮູ້ຂໍ້ນັ້ນຕາມຄວາມເປັນຈິງວ່າ ນີ້ເປັນທາງແຫ່ງຄວາມເສື່ອມປະການທີ ໘.








