ທານ
ໜ້າ/ 70
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ເຫຕໃຫ້ຄ້າຂາຍໄດ້ກຳໄລ ຫຼື ຂາດທຶນ ໘໗
- ບາລີ ຈຕຸກກ. ອັງ. ໒໑/໑໐໕/໗໙.
ຂ້າແຕ່ພະອົງຄ໌ຜູ້ຈະເຣີນ ! ອິຫຍັງໜໍເປັນເຫຕປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ທໍາການຄ້າຂາຍຂາດທຶນ ອິຫຍັງເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ ທໍາການຄ້າຂາຍບໍ່ໄດ້ກຳໄລຕາມທີ່ປະ ສົງ ອິຫຍັງເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ ທໍາການຄ້າຂາຍໄດ້ກຳໄລຕາມທີ່ປະສົງ ອິຫຍັງເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ ທໍາການຄ້າຂາຍໄດ້ກຳໄລຍິ່ງກວ່າທີ່ປະສົງ.
(໑) ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະມະນະຫຼືພຣາມແລ້ວ ຍ່ອມປະວາຣະນາວ່າ “ຂໍທ່ານຈົ່ງບອກປັຈຈັຍທີ່ທ່ານປະສົງ” ເຂົາພັດບໍ່ຖວາຍປັຈຈັຍທີ່ເຂົາປະວາຣະນາຖ້າເຂົາເຄື່ອນຈາກອັຕຕະພາບນັ້ນມາສູ່ຄວາມເປັນຢ່າງນີ້ ເຂົາເຮັດການຄ້າຂາຍຢ່າງໃດໆ ເຂົາຍ່ອມຂາດທຶນ.
(໒) ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ເຂົ້າໄປຫາສະມະນະ ຫຼືພຣາມແລ້ວ ຍ່ອມປະວາຣະນາວ່າ “ຂໍທ່ານຈົ່ງບອກປັຈຈັຍທີ່ທ່ານປະສົງ” ແຕ່ເຂົາຖວາຍປັຈຈັຍທີ່ປະວາຣະນາໄວ້ບໍ່ເປັນໄປຕາມປະສົງ ຖ້າເຂົາເຄື່ອນຈາກອັຕຕະພາບນັ້ນມາສູ່ຄວາມເປັນຢ່າງນີ້ ເຂົາເຮັດການຄ້າຂາຍຢ່າງໃດໆ ເຂົາຍ່ອມບໍ່ໄດ້ກຳໄລຕາມທີ່ປະສົງ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
(໓) ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະມະນະຫຼືພຣາມແລ້ວ ຍ່ອມປະວາຣະນາວ່າ “ຂໍທ່ານຈົ່ງບອກປັຈຈັຍທີ່ຕ້ອງປະສົງ” ເຂົາຖວາຍປັຈຈັຍທີ່ປະວາຣະນາໄວ້ຕາມທີ່ຕາມປະສົງ ຖ້າເຂົາເຄື່ອນຈາກອັຕຕະພາບນັ້ນມາສູ່ຄວາມເປັນມະນຸສນີ້ ເຂົາເຮັດການຄ້າຂາຍຢ່າງໃດໆ ເຂົາຍ່ອມໄດ້ກຳໄລຕາມທີ່ປະສົງ.
(໔) ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະມະນະຫຼືພຣາມແລ້ວ ຍ່ອມປະວາຣະນາວ່າ “ຂໍທ່ານຈົ່ງບອກປັຈຈັຍທີ່ຕ້ອງປະສົງ” ເຂົາຖວາຍປັຈຈັຍທີ່ປະວາຣະນາໄວ້ຍິ່ງກວ່າທີ່ປະສົງ ຖ້າເຂົາເຄື່ອນຈາກອັຕຕະພາບນັ້ນມາສູ່ຄວາມເປັນມະນຸສນີ້ ເຂົາເຮັດການຄ້າຂາຍຢ່າງໃດໆ ເຂົາຍ່ອມໄດ້ກຳໄລຍິ່ງກວ່າທີ່ປະສົງ.
ສາຣີບຸຕ ! ນີ້ແລ ເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ທຳການຄ້າຂາຍຂາດທຶນ ນີ້ເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ທຳການຄ້າຂາຍບໍ່ໄດ້ກຳໄລຕາມທີ່ປະສົງ ນີ້ເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ທຳການຄ້າຂາຍໄດ້ກຳໄລຕາມທີ່ປະສົງ ນີ້ເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ທຳການຄ້າຂາຍໄດ້ກຳໄລຍິ່ງກວ່າທີ່ປະສົງ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ເຫຕແຫ່ງຄວາມຈະເຣີນຂຶ້ນ
ແລະຄວາມຖືກທຳລາຍແຫ່ງຕະກູລ ໘໘
- ບາລີ ສລາ. ສັງ. ໑໘/໔໐໐/໖໒໒.
ຄາມະນິ ! ຕະຫຼອດເວລາລ່ວງກາຍມາ ໙໑ ກັປ ນັບແຕ່ກັບນີ້ ເຮົາ ລະລຶກບໍ່ໄດ້ວ່າ ເຮົາເຄີຍເຂົ້າໄປທຳລາຍຕະກູລໃດໆ ເພາະການຮັບເອົາເຂົ້າສຸກມາ ໂດຍທີ່ແທ້ນັ້ນ ຕະກູລໃດໆ ທີ່ ເປັນຕະກູລຮັ່ງມີ ມີຊັພຫຼາຍ ມີໂພຄະຫຼາຍ ມີຄໍາແລະເງິນຫຼາຍ ຕະກູລທັງປວງນັ້ນ ຈະເຣີນຂຶ້ນເພາະການໃຫ້ທານ ເພາະສັຈຈະແລະສັນຍະມະ (ການບີບບັງຄັບໃຈ).
ຄາມະນິ ! ເຫຕປັຈຈັຍ ໘ ຢ່າງເພື່ອການທຳລາຍແຫ່ງຕະກູລ ຄື
(໑) ຕະກູລທັງຫຼາຍເຖິງຄວາມຖືກທຳລາຍ ເພາະພຣະຣາຊາ
(໒) ຕະກູລທັງຫຼາຍເຖິງຄວາມຖືກທຳລາຍ ເພາະໂຈຣ
(໓) ຕະກູລທັງຫຼາຍເຖິງຄວາມຖືກທຳລາຍ ເພາະໄຟ
(໔) ຕະກູລທັງຫຼາຍເຖິງຄວາມຖືກທຳລາຍ ເພາະນ້ຳ








