ທານ
ໜ້າ/ 70
ຜູ້ໃດຍ່ອມຈະເຣີນເມຕຕາຈິຕໃນເວລາເຊົ້າ ໂດຍທີ່ສຸດແມ່ນແຕ່ພຽງຊົ່ວກາລຢອດນ້ຳນົມແຫ່ງແມ່ງົວ ຫຼືຜູ້ໃດຍ່ອມຈະເຣີນເມຕຕາຈິຕໃນເວລາທ່ຽງ ໂດຍທີ່ສຸດແມ່ນແຕ່ພຽງຊົ່ວກາລຢອດນ້ຳນົມແຫ່ງແມ່ງົວ ຫຼືຜູ້ໃດຍ່ອມຈະເຣີນເມຕຕາຈິຕໃນເວລາຄ່ຳ ໂດຍທີ່ສຸດແມ່ນແຕ່ພຽງຊົ່ວກາລຢອດນ້ຳນົມແຫ່ງແມ່ງົວ ການຈະເຣີນເມຕຕາຈິຕນີ້ມີຜົລຫຼາຍກວ່າທານ ທີ່ບຸກຄົນໃຫ້ແລ້ວ ໓ ເທື່ອ ໃນມື້ໜຶ່ງນັ້ນ
ເພາະເຫຕນັ້ນໃນເລື່ອງນີ້ ເຈົ້າທັງຫຼາຍຈົ່ງສຶກສາຢ່າງນີ້ວ່າ ເຮົາຈັກຈະເຣີນເມຕຕາເຈໂຕວິມຸຕ ຝຶກໃຫ້ຫຼາຍ ຝຶກໃຫ້ເປັນດຸດດັ່ງຍານທີ່ທຽມດີແລ້ວ ຝຶກໃຫ້ເປັນຂອງທີ່ອາສັຍໄດ້ ຝຶກໃຫ້ໝັ້ນຄົງ ປະພຶຕສັ່ງສົມເນື່ອງໆ ປາຣົບສະໝ່ຳສະເໝີດ້ວຍດີ.
ພິກຂຸທັງຫຼາຍ ! ເຈົ້າທັງຫຼາຍຈົ່ງສຶກສາຢ່າງນີ້ແລ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຜົລຂອງການຈະເຣີນເມຕຕາ ໘໑
- ບາລີ ນິທານ. ສັງ. ໑໖/໓໐໘/໖໖໘-໙.
ພິກຂຸທັງຫຼາຍ ! ຫອກມີໃບອັນຄົມ ຖ້າບຸຣຸສຈະມາກ່າວວ່າ ເຮົາຈັກງໍເຂົ້າ ຈັກພັບ ຈັກມ້ວນຊຶ່ງຫອກມີໃບອັນຄົມນີ້ດ້ວຍຝ່າມືຫຼືດ້ວຍກຳມື ດັ່ງນີ້ ເຈົ້າຈະສຳຄັນຄວາມຂໍ້ນັ້ນເປັນຢ່າງໃດ ບຸຣຸສນັ້ນເປັນຜູ້ສາມາດເພື່ອຈະງໍເຂົ້າ ເພື່ອຈະພັບ ເພື່ອຈະມ້ວນຊຶ່ງຫອກມີໃບອັນຄົມນັ້ນ ດ້ວຍຝ່າມືຫຼືດ້ວຍກຳມືໄດ້ຫຼືໜໍ.
ເປັນໄປບໍ່ໄດ້ ຂ້ານ້ອຍ.
ຂໍ້ນັ້ນເພາະເຫຕໃດ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ເພາະວ່າການທີ່ຈະງໍເຂົ້າ ຈະພັບແລະຈະມ້ວນ ຊຶ່ງຫອກມີໃບຄົມ ດ້ວຍຝ່າມືຫຼືດ້ວຍກຳມື ເຮັດບໍ່ໄດ້ງ່າຍ ກໍແຫຼະບຸຣຸສນັ້ນຍ່ອມເປັນຜູ້ມີສ່ວນແຫ່ງຄວາມອິດເມື່ອຍລຳບາກຝ່າຍດຽວ.
ພິກຂຸທັງຫຼາຍ ! ເຊັ່ນໃດກໍເຊັ່ນນັ້ນ ເມື່ອພິກຂຸໃດຈະເຣີນເມຕຕາເຈໂຕວິມຸຕ ຝຶກໃຫ້ຫຼາຍ ຝຶກໃຫ້ເປັນປະດຸດດັ່ງຍານ ຝຶກໃຫ້ເປັນທີ່ຕັ້ງອາສັຍໃຫ້ໝັ້ນຄົງ ສັ່ງສົມ ປາຣົບດ້ວຍດີ ຖ້າອະມະນຸສຈະກະທຳຈິຕຂອງພິກຂຸນັ້ນໃຫ້ຟຸ້ງຊ່ານ ອະມະນຸສນັ້ນຍ່ອມເປັນຜູ້ມີສ່ວນແຫ່ງຄວາມອິດເມື່ອຍ ລຳບາກຝ່າຍດຽວ ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າທັງຫຼາຍຈົ່ງສຶກສາຢ່າງນີ້ວ່າ ເຮົາຈັກຈະເຣີນເມຕຕາເຈໂຕວິມຸຕ ຝຶກໃຫ້ຫຼາຍ ຝຶກໃຫ້ເປັນດຸດດັ່ງຍານທີ່ທຽມດີແລ້ວ ຝຶກໃຫ້ເປັນຂອງທີ່ອາໄສໄດ້ ຝຶກໃຫ້ໝັ້ນຄົງປະພຶຕສັ່ງສົມເນື່ອງໆ ປາຣົບສະໝໍ່າສະເໝີດ້ວຍດີ.
ພິກຂຸທັງຫຼາຍ ! ເຈົ້າທັງຫຼາຍຈົ່ງສຶກສາຢ່າງນີ້ແລ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ວິທີການຈະເຣີນເມຕຕາ
ແລະການຈະເຣີນພຣົມມະວິຫາຣ ໘໒
- ບາລີ ມູ. ມ. ໑໒/໕໑໔/໔໘໒.
- ບາລີ ອັຕຖກ. ອັງ. ໒໓/໓໐໙/໑໖໐.
- ບາລີ ເອກາທສກ. ອັງ. ໒໔/໓໗໐/໒໒໒.
ເຂົາຈົ່ງສຶກສາຢ່າງນີ້ວ່າ ຈິຕຂອງເຮົາຈັກຕັ້ງໝັ້ນ ດຳຣົງຢູ່ດ້ວຍດີໃນພາຍໃນ ແລະທັມອັນເປັນບາບອະກຸສົລທີ່ເກິດຂຶ້ນແລ້ວຈັກບໍ່ຄອບງຳຈິຕໄດ້ ເມື່ອໃດຈິຕຂອງເຂົາເປັນຈິຕຕັ້ງໝັ້ນ ດຳຣົງຢູ່ດ້ວຍດີແລ້ວໃນພາຍໃນ ແລະທັມອັນເປັນບາບອະກຸສົລທີ່ເກິດຂຶ້ນແລ້ວບໍ່ຄອບງຳຈິຕໄດ້ ເມື່ອນັ້ນ ເຂົາຈົ່ງສຶກສາຢ່າງນີ້ວ່າ ເຮົາຈັກຈະເຣີນຝຶກໃຫ້ຫຼາຍຊຶ່ງເມຕຕາເຈໂຕວິມຸຕ ກະຣຸນາເຈໂຕວິມຸຕ ມຸທິຕາເຈໂຕວິມຸຕ ອຸເປກຂາເຈໂຕວິມຸຕ ຝຶກໃຫ້ເປັນດຸດດັ່ງຍານ ຝຶກໃຫ້ເປັນທີ່ຕັ້ງ ໃຫ້ໝັ້ນຄົງ ປາຣົບສັ່ງສົມດີແລ້ວ.








