ທານ
ໜ້າ/ 70
ກໍປັນຍານີ້ ຄືຄວາມຮູ້ໃນຄວາມສິ້ນທຸກຂ໌ທັງປວງ ເປັນປັນຍາອັນປະເສີດຍິ່ງ ຄວາມຫຼຸດພົ້ນຂອງເຂົານັ້ນ ຈັດວ່າຕັ້ງຢູ່ໃນສັຈຈະ ເປັນຄຸນບໍ່ກຳເຣີບ ພິກຂຸ ! ເພາະສິ່ງທີ່ເປົ່າປະໂຍຊນ໌ເປັນທຳມະດານັ້ນຂອງທຽມ ສ່ວນສິ່ງທີ່ບໍ່ລືມເລືອນເປັນທຳມະດາໄດ້ແກ່ນິບພານນັ້ນຂອງຈິງ ສະນັ້ນ ຜູ້ເຖິງພ້ອມດ້ວຍສັຈຈະຢ່າງນີ້ຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍສັຈຈະ ອັນເປັນທັມຄວນຕັ້ງໄວ້ໃນໃຈຢ່າງຍິ່ງ ດ້ວຍປະການຢ່າງນີ້
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ກໍສັຈຈະນີ້ຄືນິບພານ ມີຄວາມບໍ່ລືມເລືອນເປັນທຳມະດາ ເປັນ ສັຈຈະອັນປະເສີດຍິ່ງ ອັນໜຶ່ງ ບຸກຄົນນັ້ນແລຍັງບໍ່ຮູ້ໃນກາລກ່ອນ ຈຶ່ງເປັນອັນອັ່ງລົ້ນສະມາທານອຸປະທິເຂົ້າໄວ້ ອຸປະທິເຫຼົ່ານັ້ນອັນເຂົາລະໄດ້ແລ້ວ ຖອນຮາກຂຶ້ນແລ້ວເຮັດໃຫ້ເໝືອນຕານຍອດກຸດແລ້ວ ເຖິງຄວາມເປັນອີກບໍ່ໄດ້ ມີຄວາມບໍ່ເກີດຕໍ່ໄປເປັນທຳມະດາ ເພາະສະນັ້ນ ຜູ້ເຖິງພ້ອມດ້ວຍການສະລະຢ່າງນີ້ຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍຈາຄະ (ການບໍຣິຈາກ) ອັນເປັນທັມຄວນຕັ້ງໄວ້ໃນໃຈຢ່າງຍິ່ງ ດ້ວຍປະການຢ່າງນີ້
ກໍຈາຄະນີ້ ຄືຄວາມສະລັດຄືນຊຶ່ງອຸປະທິທັງປວງ ເປັນຈາຄະ ອັນປະເສີດຍິ່ງ ອັນໜຶ່ງ ບຸກຄົນນັ້ນແລຍັງບໍ່ຮູ້ໃນກາລກ່ອນ ຈຶ່ງມີຄວາມໂລພ (ອະພິຊຊາ) ຄວາມພໍໃຈ (ສັນທະ) ຣາຄະກ້າ (ສາຣາຄະ) ຄວາມອາຄາຕ (ອາຄາຕະ) ຄວາມພະຍາບາດ (ພະຍາປາທະ) ຄວາມຄິດປະທຸສະຮ້າຍ (ສັມປະໂທໂສ) ຄວາມບໍ່ຮູ້ (ອະວິຊຊາ) ຄວາມຫຼົງພ້ອມ (ສັມໂມໂຫ) ຄວາມຫຼົງງົມງາຍ (ສັມປະໂມໂຫ) ອະກຸສົລທັມນັ້ນໆ ເປັນອັນເຂົາລະໄດ້ແລ້ວ ຖອນຮາກຂຶ້ນແລ້ວ ເຮັດໃຫ້ເໝືອນຕານຍອດກຸດແລ້ວ ເຖິງຄວາມເປັນອີກບໍ່ໄດ້ ມີຄວາມບໍ່ເກີດຕໍ່ໄປເປັນທຳມະດາ ເພາະສະນັ້ນ ຜູ້ເຖິງພ້ອມດ້ວຍຄວາມສະຫງົບຢ່າງນີ້ຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍອຸປະສະມະ (ຄວາມສະງົບ) ອັນເປັນທັມຄວນຕັ້ງໄວ້ໃນໃຈຢ່າງຍິ່ງປະການນີ້
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ກໍອຸປະສະມະນີ້ ຄື ຄວາມເຂົ້າໄປສະງົບຣາຄະ ໂທສະ ໂມຫະ ເປັນອຸປະສະມະອັນປະເສີດຢ່າງຍິ່ງ ຂໍ້ທີ່ເຮົາກ່າວດັ່ງນີ້ວ່າບໍ່ຄວນປະມາດປັນຍາ ຈົ່ງຕາມຮັກສາສັຈຈະ ຈົ່ງເພີ່ມພູນ ຈາຄະ ຈົ່ງສຶກສາສັນຕິເທົ່ານັ້ນ ນັ້ນເຮົາອາໄສເນື້ອຄວາມນີ້ກ່າວແລ້ວ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ສິ່ງທີ່ປະເສີດກວ່າທານ ໗໙
- ບາລີ ສຄາຖ. ສັງ. ໑໕/໓໐/໑໐໑.
ກໍການໃຫ້ທານດ້ວຍສັດທາ
ອັນບັນດິຕສັນເສີນແລ້ວໂດຍສ່ວນຫຼາຍ
ກໍແຕ່ບົດແຫ່ງທັມ (ນິບພານ) ນັ້ນແຫຼະ
ປະເສີດກວ່າການໃຫ້ທານທັງຫຼາຍ
ເພາະວ່າສັບບຸຣຸສທັງຫຼາຍຜູ້ມີປັນຍາ
ໃນກາລກ່ອນກໍດີ ໃນກາລກ່ອນກວ່າອີກກໍດີ
ບັນລຸຊຶ່ງນິບພານແລ້ວ.
ພາກຜະນວກ (ຕື່ມ)
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຈະເຣີນເມຕຕາຈິຕມີຜົລຫຼາຍກວ່າໃຫ້ທານ ໘໐
- ບາລີ ນິທານ. ສັງ. ໑໖/໓໐໘/໖໖໗.
ພິກຂຸທັງຫຼາຍ ! ຜູ້ໃດຍ່ອມໃຫ້ທານປະມານ ໑໐໐ ໝໍ້ໃຫຍ່ໃນ ເວລາເຊົ້າ ຜູ້ໃດຍ່ອມໃຫ້ທານປະມານ ໑໐໐ ໝໍ້ໃຫຍ່ໃນເວລາທ່ຽງ ຜູ້ໃດຍ່ອມໃຫ້ທານປະມານ ໑໐໐ ໝໍ້ໃຫຍ່ໃນເວລາຄ່ຳ








