ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ບຸກຄົນທີ່ຟັງແລ້ວຊົງຈຳທັມໄວ້ກໍມີ ໒ ຈຳພວກ ຄື ພວກໜຶ່ງພິຈາຣະນາເນື້ອຄວາມແຫ່ງທັມທີ່ຊົງຈຳໄວ້ ພວກໜຶ່ງບໍ່ພິຈາຣະນາເນື້ອຄວາມແຫ່ງທັມທີ່ຊົງຈຳໄວ້ ບຸກຄົນທີ່ບໍ່ພິຈາຣະນາເນື້ອຄວາມແຫ່ງທັມທີ່ຊົງຈຳໄວ້ ຍ່ອມຖືກຕິຕຽນດ້ວຍເຫຕນັ້ນໆ ບຸກຄົນທີ່ພິຈາຣະນາເນື້ອຄວາມແຫ່ງທັມທີ່ຊົງຈຳໄວ້ຍ່ອມໄດ້ຮັບຄວາມສັນເສີນດ້ວຍເຫຕນັ້ນໆ.

ບຸກຄົນທີ່ພິຈາຣະນາເນື້ອຄວາມແຫ່ງທັມທີ່ຊົງຈຳໄວ້ກໍມີ ໒ ຈຳພວກ ຄືພວກໜຶ່ງຮູ້ອັຕຖະຮູ້ທັມແລ້ວປະຕິບັຕທັມສົມຄວນແກ່ທັມ ພວກໜຶ່ງຫາຮູ້ອັຕຖະຮູ້ທັມແລ້ວປະຕິບັຕທັມສົມຄວນແກ່ທັມບໍ່ ບຸກຄົນທີ່ຫາຮູ້ອັຕຖະຮູ້ທັມປະຕິບັຕທັມສົມຄວນແກ່ທັມບໍ່ ຍ່ອມຖືກຕິຕຽນດ້ວຍເຫຕນັ້ນໆ ບຸກຄົນທີ່ຮູ້ອັຕຖະຮູ້ທັມແລ້ວປະຕິບັຕທັມສົມຄວນແກ່ທັມ ຍ່ອມໄດ້ຮັບຄວາມສັນເສີນດ້ວຍເຫຕນັ້ນໆ.

ບຸກຄົນທີ່ຮູ້ອັຕຖະຮູ້ທັມແລ້ວ ປະຕິບັຕທັມສົມຄວນແກ່ທັມກໍມີ ໒ ຈຳພວກ ຄື ພວກໜຶ່ງປະຕິບັຕເພື່ອປະໂຍຊນ໌ຂອງຕົນ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ບໍ່ປະຕິບັຕເພື່ອປະໂຍຊນ໌ຂອງຜູ້ອື່ນ ພວກໜຶ່ງປະຕິບັຕທັງເພື່ອປະໂຍຊນ໌ຕົນແລະເພື່ອປະໂຍຊນ໌ຜູ້ອື່ນ ບຸກຄົນທີ່ປະຕິບັຕເພື່ອປະໂຍຊນ໌ຕົນບໍ່ປະຕິບັຕເພື່ອປະໂຍຊນ໌ຜູ້ອື່ນ ຍ່ອມຖືກຕິຕຽນດ້ວຍເຫຕນັ້ນໆ ບຸກຄົນທີ່ປະຕິບັຕທັງເພື່ອປະໂຍຊນ໌ຕົນແລະເພື່ອປະໂຍຊນ໌ຜູ້ອື່ນ ຍ່ອມໄດ້ຮັບຄວາມສັນເສີນດ້ວຍເຫຕນັ້ນໆ.

ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ຮູ້ຈັກບຸກຄົນໂດຍສ່ວນ ໒ ຢ່າງນີ້ ສະນັ້ນ ເຮົາຈຶ່ງຮຽກວ່າເປັນປຸກຄະລະປະໂຣປະຣັນຍູ ພິກຂຸເປັນທັມມັນຍູ ອັຕຖັນຍູ ອັຕຕັນຍູ ມັຕຕັນຍູ ກາລັນຍູ ປະຣິສັນຍູ ປຸກຄະລະປະໂຣປະຣັນຍູ ດ້ວຍອາການຢ່າງນີ້.

ພິກຂຸທັງຫຼາຍ ! ພິກຂຸປະກອບດ້ວຍທັມ ໗ ປະການນີ້ແລ ເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ລັກສະນະຂອງພິກຂຸຜູ້ມີສີລ ໗໓

- ບາລີ ສີ. ທີ. ໙/໘໙-໙໒/໑໑໔-໑໒໑.

ມະຫາຣາຊ ! ອີກຢ່າງໜຶ່ງ ເມື່ອສະມະນະຫຼືພຣາມບາງພວກ ສັນໂພຊະນະທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິຕໂດຍມິຈສາຊີບດ້ວຍເດຣັຈສານວິຊາເຫັນປານນີ້ ຄື ທຳນາຍອະວັຍຍະວະ ທຳນາຍຈຸດຕຳໜິ ທຳນາຍລາງດີລາງຮ້າຍ ທຳນາຍຝັນ ທຳນາຍລັກສະນະ ທຳນາຍໜູກັດຜ້າ ທຳພິທີບູຊາໄຟ ທຳພິທີເບີກຟ້າວຽນທຽນ ທຳພິທີຫວ່ານແກບບູຊາໄຟ ທຳພິທີຫວ່ານຮໍາບູຊາໄຟ ທຳພິທີຫວ່ານເຂົ້າສານບູຊາໄຟ ທຳພິທີເຕີມເນີຍບູຊາໄຟ ທຳພິທີເຕີມນ້ຳມັນບູຊາໄຟ ທຳພິທີເສກເປົ່າບູຊາໄຟ ທຳພຼີກັມດ້ວຍເລືອດ ເປັນໝໍດູອະວັຍຍະວະ ດູລັກສະນະທີ່ເຮືອນ ດູລັກສະນະທີ່ນາ ເປັນໝໍປຸກເສກ ເປັນໝໍຜີ ເປັນໝໍລົງເລກຍັນຕ໌ຄຸ້ມກັນບ້ານເຮືອນ ເປັນໝໍງູ ເປັນໝໍຢາພິດ ເປັນໝໍແມງເງົາ ເປັນໝໍປິ່ນປົວແຜໜູກັດ ເປັນໝໍທາຍສຽງນົກ ເປັນໝໍທາຍສຽງກາ ເປັນໝໍທາຍອາຍຸ ເປັນໝໍເສກກັນລູກສອນ (ຫຼືກັນລູກປືນ) ເປັນໝໍທາຍສຽງສັຕ.

ສ່ວນພິກຂຸໃນທັມວິນັຍນີ້ ເວັ້ນຂາດຈາກການລ້ຽງຊີວິຕໂດຍມິຈສາຊີບດ້ວຍເດຣັຈສານວິຊາເຫັນປານນີ້ເສຍແລ້ວ ແມ່ນວ່ານີ້ກໍເປັນສີລຂອງເຂົາປະການໜຶ່ງ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ