ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ຢາກັບເຄື່ອງໃຊ້ໃນການປິ່ນປົວພະຍາດ ເຮົາກໍຈະບໍ່ຮຽກວ່າເປັນມັຕຕັນຍູ ແຕ່ເພາະພິກຂຸຮູ້ຈັກປະມານໃນການຮັບຈີວອຣ ບິນດະບາຕ ເສນາສະນະ ແລະຢາກັບເຄື່ອງໃຊ້ໃນການປິ່ນປົວພະຍາດ ສະນັ້ນ ເຮົາຈຶ່ງຮຽກວ່າເປັນມັຕຕັນຍູ ພິກຂຸເປັນທັມມັນຍູ ອັຕຖັນຍູ ອັຕຕັນຍູ ມັຕຕັນຍູດ້ວຍອາການຢ່າງນີ້.

ພິກຂຸທັງຫຼາຍ ! ພິກຂຸຜູ້ກາລັນຍູເປັນແນວໃດ ຄືພິກຂຸຍ່ອມຮູ້ຈັກກາລວ່າ ນີ້ເປັນກາລຮຽນ ນີ້ເປັນກາລສອບຖາມ ນີ້ເປັນກາລປະກອບຄວາມພຽນ ນີ້ເປັນກາລອອກຫຼີກເວັ້ນ ຫາກພິກຂຸຍ່ອມບໍ່ຮູ້ຈັກກາລວ່າ ນີ້ເປັນກາລຮຽນ ນີ້ເປັນກາລສອບຖາມ ນີ້ເປັນກາລປະກອບຄວາມພຽນ ນີ້ເປັນກາລອອກຫຼີກເວັ້ນ ເຮົາກໍຈະບໍ່ຮຽກວ່າເປັນກາລັນຍູ ແຕ່ເພາະພິກຂຸຮູ້ຈັກກາລວ່າ ນີ້ເປັນກາລຮຽນ ນີ້ເປັນກາລສອບຖາມ ນີ້ເປັນກາລປະກອບຄວາມພຽນ ນີ້ເປັນກາລອອກຫຼີກເວັ້ນ ສະນັ້ນ ເຮົາຈຶ່ງຮຽກວ່າເປັນກາລັນຍູ ພິກຂຸເປັນທັມມັນຍູ ອັຕຖັນຍູ ອັຕຕັນຍູ ມັຕຕັນຍູ ກາລັນຍູ ດ້ວຍອາການຢ່າງນີ້.

ພິກຂຸທັງຫຼາຍ ! ພິກຂຸຜູ້ປະຣິສັນຍູເປັນແນວໃດ ຄືພິກຂຸຍ່ອມຮູ້ຈັກບໍຣິສັທວ່າ ນີ້ບໍຣິສັທກະສັຕ ນີ້ບໍຣິສັທຄະຫະບໍດີ ນີ້ບໍຣິສັທສະມະນະ ໃນບໍຣິສັທນັ້ນ ເຮົາຄວນເຂົ້າໄປຫາຢ່າງນີ້ ຄວນຢືນຢ່າງນີ້ ຄວນເຮັດຢ່າງນີ້ ຄວນນັ່ງຢ່າງນີ້ ຄວນນິ້ງຢ່າງນີ້

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຫາກພິກຂຸ ບໍ່ຮູ້ຈັກບໍຣິສັທວ່າ ນີ້ບໍຣິສັທກະສັຕ... ຄວນນິ້ງຢ່າງນີ້ ເຮົາກໍຈະບໍ່ຮຽກວ່າເປັນປະຣິສັນຍູ ແຕ່ເພາະພິກຂຸຮູ້ຈັກບໍຣິສັທວ່າ ນີ້ບໍຣິສັທກະສັຕ... ຄວນນິ້ງຢ່າງນີ້ ສະນັ້ນ ເຮົາຈຶ່ງຮຽກວ່າເປັນປະຣິສັນຍູ ພິກຂຸເປັນທັມມັນຍູ ອັຕຖັນຍູ ອັຕຕັນຍູ ມັຕຕັນຍູ ກາລັນຍູ ປະຣິສັນຍູ ດ້ວຍອາການຢ່າງນີ້.

ພິກຂຸທັງຫຼາຍ ! ພິກຂຸຜູ້ປຸກຄະລະປະໂຣປະຣັນຍູເປັນແນວໃດ ພິກຂຸເປັນຜູ້ຮູ້ຈັກບຸກຄົນໂດຍສ່ວນ ໒ ຄື ບຸກຄົນ ໒ ຈຳພວກ ຄືພວກໜຶ່ງຕ້ອງການເຫັນພຣະອະຣິຍະ ພວກໜຶ່ງບໍ່ຕ້ອງການເຫັນພຣະອະຣິຍະ ບຸກຄົນທີ່ບໍ່ຕ້ອງການເຫັນພຣະອະຣິຍະ ຍ່ອມຖືກຕິຕຽນດ້ວຍເຫຕນັ້ນໆ ບຸກຄົນທີ່ຕ້ອງການເຫັນພຣະອະຣິຍະ ຍ່ອມໄດ້ຮັບຄວາມສັນເສີນດ້ວຍເຫຕນັ້ນໆ.

ບຸກຄົນທີ່ຕ້ອງການເຫັນພຣະອະຣິຍະກໍມີ ໒ ຈຳພວກ ຄືພວກໜຶ່ງຕ້ອງການຈະຟັງສັທທັມ ພວກໜຶ່ງບໍ່ຕ້ອງການຟັງສັທທັມ ບຸກຄົນທີ່ບໍ່ຕ້ອງການຟັງສັທທັມ ຍ່ອມຖືກຕິຕຽນດ້ວຍເຫຕນັ້ນໆ ບຸກຄົນທີ່ຕ້ອງການຟັງສັທທັມ ຍ່ອມໄດ້ຮັບຄວາມສັນເສີນດ້ວຍເຫຕນັ້ນໆ.

ບຸກຄົນທີ່ຕ້ອງການຟັງສັທທັມກໍມີ ໒ ຈຳພວກ ຄື ພວກໜຶ່ງຕັ້ງໃຈຟັງທັມ ພວກໜຶ່ງບໍ່ຕັ້ງໃຈຟັງທັມ ບຸກຄົນທີ່ບໍ່ຕັ້ງໃຈຟັງທັມ ຍ່ອມຖືກຕິຕຽນດ້ວຍເຫຕນັ້ນໆ ບຸກຄົນທີ່ຕັ້ງໃຈຟັງທັມ ຍ່ອມໄດ້ຮັບຄວາມສັນເສີນດ້ວຍເຫຕນັ້ນໆ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ບຸກຄົນທີ່ຕັ້ງໃຈຟັງທັມກໍມີ ໒ ຈຳພວກ ຄື ພວກໜຶ່ງຟັງແລ້ວຊົງຈຳທັມໄວ້ ພວກໜຶ່ງຟັງແລ້ວບໍ່ຊົງຈຳທັມໄວ້ ບຸກຄົນທີ່ຟັງແລ້ວບໍ່ຊົງຈຳທັມໄວ້ ຍ່ອມຖືກຕິຕຽນດ້ວຍເຫຕນັ້ນໆ ບຸກຄົນທີ່ຟັງແລ້ວຊົງຈຳທັມໄວ້ ຍ່ອມໄດ້ຮັບຄວາມສັນເສີນດ້ວຍເຫຕນັ້ນໆ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ