ທານ
ໜ້າ/ 70
ຈະບໍ່ໃຫ້ທານແກ່ສະມະນະຫຼືພຣາມຜູ້ຫຸງຫາກິນບໍ່ໄດ້ ບໍ່ສົມຄວນ ແຕ່ໃຫ້ທານດ້ວຍຄິດວ່າ ເຮົາຈັກເປັນຜູ້ຈຳແນກແຈກທານ ເໝືອນຣືສີແຕ່ເທື່ອກ່ອນ ຄື ອັຕຖະກະຣືສີ ວາມະກະຣືສີ ວາມະເທວະຣືສີ ເວສະສາມິຕະຣະຣືສີ ຍະມະທັກຄິຣືສີ ອັງຄີຣະສະຣືສີ ພາຣະທະວາສະຣືສີ ວາເສຕຖະຣືສີ ກັສສະປະຣືສີ ແລະພະຄຸຣືສີ ບູຊາມະຫາຍັນ ເຂົາໃຫ້ທານ ຄື ເຂົ້າ ນ້ຳ ... ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່ານິມມານະຣະດີ ເຂົາສິ້ນກັມ ສິ້ນລິດ ສິ້ນຍົສ ໝົດຄວາມເປັນໃຫຍ່ແລ້ວຍັງເປັນຜູ້ກັບມາ ຄື ມາສູ່ຄວາມເປັນຢ່າງນີ້.
ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົລ ... ບໍ່ໄດ້ໃຫ້ທານດ້ວຍຄິດວ່າ ເຮົາຈັກເປັນຜູ້ຈຳແນກແຈກທານ ເໝືອນຢ່າງຣືສີແຕ່ເທື່ອກ່ອນ ຄື ອັຕຖະກະຣືສີ ... ພະຄຸຣືສີ ແຕ່ໃຫ້ທານດ້ວຍຄິດວ່າ ເມື່ອເຮົາໃຫ້ທານຢ່າງນີ້ ຈິຕຈະເຫຼື້ອມໃສ ເກີດຄວາມພູມໃຈແລະໂສມະນັສ
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ເຂົາໃຫ້ທານ ຄື ເຂົ້າ ນ້ຳ .... ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າປະຣະນິມມິຕະວະສະວັສດີ ເຂົາສິ້ນກັມ ສິ້ນລິດ ສິ້ນຍົສ ໝົດຄວາມເປັນໃຫຍ່ແລ້ວ ຍັງເປັນຜູ້ກັບມາ ຄື ມາສູ່ຄວາມເປັນຢ່າງນີ້.
ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົລ ... ບໍ່ໄດ້ໃຫ້ທານດ້ວຍຄິດວ່າ ເມື່ອເຮົາໃຫ້ທານຢ່າງນີ້ ຈິຕຈະເຫຼື້ອມໃສ ເກີດຄວາມປື້ມໃຈແລະໂສມະນັສ ແຕ່ໃຫ້ທານເປັນເຄື່ອງປະດັບຈິຕ ປຸງແຕ່ງຈິຕ (ຈິຕຕາລັງກາຣັງ ຈິຕຕະປະຣິກຂາຣັງ) ເຂົາໃຫ້ທານ ຄື ເຂົ້າ ນ້ຳ .... ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າພຣົມມະກາຍິກາ ເຂົາສິ້ນກັມ ສິ້ນລິດ ສິ້ນຍົສ ໝົດຄວາມເປັນໃຫຍ່ແລ້ວ ເປັນຜູ້ບໍ່ຕ້ອງກັບມາ ຄື ບໍ່ມາສູ່ຄວາມເປັນຢ່າງນີ້.
ສາຣີບຸຕ ! ນີ້ແລ ເປັນເຫຕ ເປັນປັຈຈັຍໃຫ້ທານເຊັ່ນນັ້ນ
ທີ່ບຸກຄົນບາງຄົນໃນໂລກນີ້ໃຫ້ແລ້ວ ມີຜົລຫຼາຍ ບໍ່ມີອານິສົງສ໌ຫຼາຍ ແລະເປັນເຫຕເປັນປັຈຈັຍເຊັ່ນນັ້ນ ທີ່ບຸກຄົນບາງຄົນໃນໂລກນີ້ໃຫ້ແລ້ວ ມີຜົລຫຼາຍ ມີອານິສົງສ໌ຫຼາຍ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຜົລຂອງທານກັບຜູ້ຮັບ ໕໗
- ບາລີ ອຸປຣິ. ມ. ໑໔/໔໕໘-໔໖໒/໗໑໑-໗໑໙.
ອານົນທ໌ ! ບຸກຄົນໃຫ້ທານໃນສັດເດຣັດສານ ຍ່ອມຫວັງຜົລທັກຂິນາໄດ້ຮ້ອຍເທົ່າ
ໃຫ້ທານໃນປຸຖຸຊົນຜູ້ທຸສີລ ຍ່ອມຫວັງຜົລທັກຂິນາໄດ້ພັນເທົ່າ
ໃຫ້ທານໃນປຸຖຸຊົນຜູ້ມີສີລ ຍ່ອມຫວັງຜົລທັກຂິນາໄດ້ແສນເທົ່າ
ໃຫ້ທານໃນບຸກຄົນພາຍນອກຜູ້ປາສະຈາກຄວາມກຳໜັດໃນກາມ ຍ່ອມຫວັງຜົລທັກຂິນາໄດ້ແສນໂກຕເທົ່າ
ໃຫ້ທານໃນທ່ານຜູ້ປະຕິບັຕເພື່ອເຮັດໂສດາປັຕຕິຜົລໃຫ້ແຈ້ງ ຍ່ອມຫວັງຜົລທັກຂິນານັບບໍ່ໄດ້ ປະມານບໍ່ໄດ້ ບໍ່ຕ້ອງກ່າວເຖິງການໃຫ້ທານໃນພຣະໂສດາບັນ ໃນທ່ານຜູ້ປະຕິບັຕເພື່ອເຮັດສະກະທາຄາມິຜົລໃຫ້ແຈ້ງ ໃນພຣະສະກະທາຄາມີ ໃນທ່ານຜູ້ປະຕິບັຕເພື່ອເຮັດອະນາຄາມິຜົລໃຫ້ແຈ້ງ ໃນພຣະອະນາຄາມີ ໃນທ່ານຜູ້ປະຕິບັຕເພື່ອເຮັດອະຣະຫັນຕະຜົລໃຫ້ແຈ້ງ ໃນສາວົກຂອງຕະຖາຄົຕຜູ້ເປັນພຣະອະຣະຫັນຕ໌ ໃນພຣະປັຈເຈກະພຸດທະ ແລະໃນຕະຖາຄົຕອະຣະຫັນຕະສັມມາສັມພຸດທະ.
ອານົນທ໌ ! ກໍທັກຂິນາທີ່ໃຫ້ແລ້ວໃນສົງຄ໌ມີ ໗ ຢ່າງ ຄື
ໃຫ້ທານໃນສົງຄ໌ ໒ ຝ່າຍ ມີພຣະພຸດທະເຈົ້າເປັນປະມຸກຂ໌ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງຄ໌ ປະການທີ ໑
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)








