ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ພິກຂຸທັງຫຼາຍ ! ທັກຂິນາທີ່ປະກອບດ້ວຍອົງຄ໌ ໖ ປະການ ຍ່ອມມີດ້ວຍປະການຢ່າງນີ້ແລ ການຖືປະມານບຸນຍ໌ແຫ່ງທັກຂິນາທີ່ປະກອບດ້ວຍອົງຄ໌ ໖ ປະການຢ່າງນີ້ ວ່າກອງບຸນຍ໌ກອງກຸສົລມີປະມານເທົ່ານີ້ ນຳສຸຂມາໃຫ້ ມີອາຣົມທີ່ເລີດ ມີສຸຂເປັນຜົລ ເປັນໄປເພື່ອສະຫວັນ ເປັນໄປເພື່ອສິ່ງໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ເພື່ອປະໂຍຊນ໌ເກື້ອກູລ ເພື່ອສຸຂ ດັ່ງນີ້ ບໍ່ແມ່ນເຮັດໄດ້ງ່າຍ ໂດຍທີ່ແທ້ບຸນຍ໌ແຫ່ງທັກຂິນານັ້ນ ຍ່ອມເຖິງການນັບວ່າເປັນກອງບຸນຍ໌ ກອງກຸສົລທີ່ຈະນັບບໍ່ໄດ້ ປະມານບໍ່ໄດ້ ເປັນກອງບຸນຍ໌ໃຫຍ່ແທ້ ປຽບເໝືອນການຖືເອົາປະມານແຫ່ງນ້ຳ ໃນມະຫາສະມຸດວ່າ ເທົ່ານີ້ອາຫະກະ ເທົ່ານີ້ຮ້ອຍອາຫະກະ ເທົ່ານີ້ພັນອາຫະກະ ຫຼືເທົ່ານີ້ແສນອາຫະກະ ບໍ່ແມ່ນທຳໄດ້ງ່າຍ ໂດຍທີ່ແທ້ ນ້ຳໃນມະຫາສະມຸດຍ່ອມເຖິງການນັບວ່າ ເປັນວັງນ້ຳທີ່ຈະນັບບໍ່ໄດ້ ປະມານບໍ່ໄດ້ ເປັນວັງນ້ຳໃຫຍ່ ສະນັ້ນ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

(ຄາຖາຜະນວກທ້າຍພຣະສູຕ)

ຜູ້ໃຫ້ ກ່ອນແຕ່ຈະໃຫ້ເປັນຜູ້ດີໃຈ ກຳລັງໃຫ້ຢູ່ຍ່ອມຍັງຈິຕໃຫ້ເຫຼື້ອມໃສ ຄັນໃຫ້ແລ້ວຍ່ອມພູມໃຈ ນີ້ເປັນຄວາມເຖິງພ້ອມ

ແຫ່ງຍັນ

ຜູ້ຮັບເປັນຜູ້ສັງລວມ ປະພຶຕພຣົມມະຈັນທັງຫຼາຍ ຄືທ່ານຜູ້ປາສະຈາກຣາຄະ ປາສະຈາກໂທສະ ປາສະຈາກໂມຫະ ບໍ່ມີອາສະວະ ຍ່ອມເປັນເຂຕທີ່ສົມບູນແຫ່ງການໃຫ້ ທາຍົກຕ້ອນຮັບປະຕິຄາຫົກດ້ວຍຕົນເອງ ຖວາຍທານດ້ວຍມືຕົນເອງ ຍັນນັ້ນຍ່ອມມີຜົລຫຼາຍ ເພາະຕົນແລະເພາະຜູ້ອື່ນ

ຜູ້ມີປັນຍາ ມີສັທທາ ເປັນບັນດິຕ ມີໃຈພົ້ນຈາກຄວາມຂີ້ຖີ່ ຄັນບຳເພັນທານຢ່າງນີ້ແລ້ວ ຍ່ອມເຂົ້າເຖິງໂລກທີ່ເປັນສຸຂ ບໍ່ມີຄວາມບຽດບຽນ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ອົງຄ໌ປະກອບຂອງທານ

ທີ່ໃຫ້ແລ້ວມີຜົລຫຼາຍ (ນັຍທີ ໒) ໕໕

- ບາລີ ຈຕຸກກ. ອັງ. ໒໑/໑໐໔/໗໘.

ພິກຂຸທັງຫຼາຍ ! ກໍຄວາມບໍຣິສຸດແຫ່ງທັກຂິນານີ້ມີ ໔ ຢ່າງ ໔ ຢ່າງເປັນແນວໃດ ຄື

(໑) ທັກຂິນາບາງຢ່າງບໍຣິສຸດຝ່າຍທາຍົກ (ຜູ້ໃຫ້)

ບໍ່ບໍຣິສຸດຝ່າຍປະຕິຄາຫົກ (ຜູ້ຮັບ)

(໒) ບາງຢ່າງບໍຣິສຸດຝ່າຍປະຕິຄາຫົກ

ບໍ່ບໍຣິສຸດຝ່າຍທາຍົກ

(໓) ບາງຢ່າງຝ່າຍທາຍົກກໍບໍ່ບໍຣິສຸດ

ຝ່າຍປະຕິຄາຫົກກໍບໍ່ບໍຣິສຸດ

(໔) ບາງຢ່າງບໍຣິສຸດທັງຝ່າຍທາຍົກແລະຝ່າຍປະຕິຄາຫົກ

ພິກຂຸທັງຫຼາຍ ! ກໍທັກຂິນາຊື່ວ່າບໍຣິສຸດຝ່າຍທາຍົກ ບໍ່ບໍຣິສຸດຝ່າຍປະຕິຄາຫົກ ເປັນແນວໃດ.

ພິກຂຸທັງຫຼາຍ ! ໃນຂໍ້ນີ້ທາຍົກມີສີລ ມີທັມງາມ ປະຕິຄາຫົກເປັນຜູ້ທຸສີລ ມີທັມອັນບາບ ຢ່າງນີ້ແລ ທັກຂິນາຊື່ວ່າ ບໍຣິສຸດຝ່າຍທາຍົກ ບໍ່ບໍຣິສຸດຝ່າຍປະຕິຄາຫົກ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພິກຂຸທັງຫຼາຍ ! ກໍທັກຂິນາຊື່ວ່າບໍຣິສຸດຝ່າຍປະຕິຄາຫົກບໍ່ບໍຣິສຸດຝ່າຍທາຍົກ ເປັນແນວໃດ.

ພິກຂຸທັງຫຼາຍ ! ໃນຂໍ້ນີ້ທາຍົກເປັນຜູ້ທຸສີລ ມີທັມອັນເປັນບາບ ປະຕິຄາຫົກເປັນຜູ້ມີສີລ ມີທັມງາມ ຢ່າງນີ້ແລ ທັກຂິນາຊື່ວ່າ ບໍຣິສຸດຝ່າຍປະຕິຄາຫົກ ບໍ່ບໍຣິສຸດຝ່າຍທາຍົກ.

ພິກຂຸທັງຫຼາຍ ! ກໍທັກຂິນາຊື່ວ່າຝ່າຍທາຍົກກໍບໍ່ບໍຣິສຸດ ຝ່າຍປະຕິຄາຫົກກໍບໍ່ບໍຣິສຸດ ເປັນແນວໃດ.

ພິກຂຸທັງຫຼາຍ ! ໃນຂໍ້ນີ້ທາຍົກກໍເປັນຜູ້ທຸສີລ ມີທັມອັນເປັນບາບ ປະຕິຄາຫົກກໍເປັນຜູ້ທຸສີລ ມີທັມອັນເປັນບາບຢ່າງນີ້ແລ ທັກຂິນາຊື່ວ່າ ຝ່າຍທາຍົກກໍບໍ່ບໍຣິສຸດ ຝ່າຍປະຕິຄາຫົກກໍບໍ່ບໍຣິສຸດ.

ພິກຂຸທັງຫຼາຍ ! ກໍທັກຂິນາຊື່ວ່າບໍຣິສຸດທັງຝ່າຍທາຍົກ ແລະຝ່າຍປະຕິຄາຫົກ ເປັນແນວໃດ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ