ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ນາໃນກໍລະນີນີ້ ພື້ນທີ່ຫຼຸບໆ ໂນນໆ ເຕັມໄປດ້ວຍກ້ອນຫິນແລະຂີ້ແຮ່ ດິນເຄັມ ໄຖໃຫ້ເລິກບໍ່ໄດ້ ບໍ່ມີທາງນ້ຳເຂົ້າ ບໍ່ມີທາງນ້ຳອອກ ບໍ່ມີເໝືອງ ບໍ່ມີຫົວຄັນນາ ນີ້ເຊັ່ນໃດ.

ພິກຂຸທັງຫຼາຍ ! ຂໍ້ນີ້ກໍເຊັ່ນນັ້ນຄືກັນ ທານທີ່ບຸກຄົນໃຫ້ໃນສະມະນະພຣາມທີ່ປະກອບດ້ວຍອົງຄ໌ ໘ ຢ່າງເຫຼົ່ານີ້ ເປັນທານບໍ່ມີຜົລຫຼາຍ ບໍ່ມີອານິສົງສ໌ຫຼາຍ ບໍ່ມີຄວາມຮຸ່ງເຮືອງຫຼາຍ ບໍ່ແຜ່ໄພສານຫຼາຍ ປະກອບດ້ວຍອົງຄ໌ ໘ ຢ່າງເປັນແນວໃດ ຄື

ສະມະນະພຣາມໃນກໍລະນີນີ້ ເປັນຜູ້ມີມິຈສາທິຕຖິ ມີມິຈສາສັງກັປປະ ມີມິຈສາວາຈາ ມີມິຈສາກັມມັນຕະ ມີມິຈສາອາຊີວະ ມີມິຈສາວາຍາມະ ມີມິຈສາສະຕິ ມີມິຈສາສະມາທິ ພິກຂຸທັງຫຼາຍ ! ທານທີ່ບຸກຄົນໃຫ້ໃນສະມະນະພຣາມທີ່ປະກອບດ້ວຍອົງຄ໌ ໘ ຢ່າງ ຢ່າງນີ້ ເປັນທານບໍ່ມີຜົລຫຼາຍ ບໍ່ມີອານິສົງສ໌ຫຼາຍ ບໍ່ມີຄວາມຮຸ່ງເຮືອງຫຼາຍ ບໍ່ແຜ່ໄພສານຫຼາຍ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພິກຂຸທັງຫຼາຍ ! ພືດທີ່ຫວ່ານລົງໃນນາທີ່ປະກອບດ້ວຍລັກສະນະ ໘ ຢ່າງ ຍ່ອມໃຫ້ຜົລຫຼາຍ ໃຫ້ຄວາມພໍໃຈຫຼາຍ ໃຫ້ກຳໄລຫຼາຍ ປະກອບດ້ວຍລັກສະນະ ໘ ຢ່າງ ເປັນແນວໃດ ຄື

ນາໃນກໍລະນີນີ້ ພື້ນທີ່ບໍ່ຫຼຸບໆ ໂນນໆ ບໍ່ເຕັມໄປດ້ວຍກ້ອນຫິນແລະຂີ້ແຮ່ ດິນບໍ່ເຄັມ ໄຖໃຫ້ເລິກໄດ້ ມີທາງນ້ຳເຂົ້າ ມີທາງນ້ຳອອກ ມີເໝືອງ ມີຫົວຄັນນາ ນີ້ເຊັ່ນໃດ.

ພິກຂຸທັງຫຼາຍ ! ຂໍ້ນີ້ກໍເຊັ່ນນັ້ນຄືກັນ ທານທີ່ບຸກຄົນໃຫ້ໃນສະມະນະພຣາມທີ່ປະກອບດ້ວຍອົງຄ໌ ໘ ຢ່າງເຫຼົ່ານີ້ ເປັນທານມີຜົລຫຼາຍ ມີອານິສົງສ໌ຫຼາຍ ມີຄວາມຮຸ່ງເຮືອງຫຼາຍ ແຜ່ໄພສານຫຼາຍ ປະກອບດ້ວຍອົງຄ໌ ໘ ຢ່າງ ເປັນແນວໃດ ຄື

ສະມະນະພຣາມໃນກໍລະນີນີ້ ເປັນຜູ້ມີສັມມາທິຕຖິ ມີສັມມາສັງກັປປະ ມີສັມມາວາຈາ ມີສັມມາກັມມັນຕະ ມີສັມມາອາຊີວະ ມີສັມມາວາຍາມະ ມີສັມມາສະຕິ ມີສັມມາສະມາທິ ພິກຂຸທັງຫຼາຍ ! ທານທີ່ບຸກຄົນໃຫ້ໃນສະມະນະພຣາມທີ່ປະກອບດ້ວຍອົງຄ໌ ໘ ຢ່າງ ຢ່າງນີ້ເປັນທານມີຜົລຫຼາຍ ມີອານິສົງສ໌ຫຼາຍ ມີຄວາມຮຸ່ງເຮືອງຫຼາຍ ແຜ່ໄພສານຫຼາຍ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜູ້ຮັບທານ ກັບຜົລທີ່ໄດ້ (ນັຍທີ ໑) ໕໒

- ບາລີ ມູ. ມ. ໑໒/໔໓໓/໔໐໓.

ລຳດັບນັ້ນສັຈຈະກະນິຄົນຖ໌ຮູ້ວ່າ ພຣະຜູ້ມີພຣະພາຄຊົງຮັບນິມົນແລ້ວຈຶ່ງບອກພວກເຈົ້າລິຈສະວີເຫຼົ່ານັ້ນວ່າ ເຈົ້າລິຈສະວີທັງຫຼາຍຈົ່ງຟັງຂ້າພະເຈົ້າ ພຣະໂຄດົມ ພ້ອມດ້ວຍພິກຂຸສົງຄ໌ ຂ້າພະເຈົ້າ ນິມົນແລ້ວເພື່ອສັນໃນມື້ອື່ນນີ້ ພວກທ່ານຈະນຳອາຫາຣໃດມາເພື່ອຂ້າພະເຈົ້າ ຈົ່ງເລືອກອາຫາຣທີ່ຄວນແກ່ພຣະໂຄດົມເຖີ້ນ.

ເມື່ອພົ້ນຣາຕຣີນັ້ນແລ້ວ ເຈົ້າລິຈສະວີເຫຼົ່ານັ້ນ ໄດ້ນຳພັຕຕາຫາຣປະມານຫ້າຮ້ອຍເຍື່ອງໄປໃຫ້ແກ່ສັຈຈະກະນິຄົນຖ໌ ສັຈຈະກະນິຄົນຖ໌ໃຫ້ຈັດຂອງຫຍ້ຳ ຂອງສັນອັນປານີຕໃນອາຣາມຂອງຕົນສຳເລັດແລ້ວ ຈຶ່ງໃຫ້ທູນບອກກາລແດ່ພຣະຜູ້ມີພຣະພາຄ ວ່າ ຂ້າແຕ່ພຣະໂຄດົມ ເວລານີ້ເປັນກາລອັນຄວນ ພັຕຕາຫາຣສຳເລັດແລ້ວ.

ຄັ້ງນັ້ນໃນເວລາເຊົ້າ ພຣະຜູ້ມີພຣະພາຄຊົງຄອງອັນຕຣະວາສົກແລ້ວ ຊົງຖືບາຕ ຈີວອຣສະເດັດໄປສູ່ອາຣາມແຫ່ງສັຈຈະກະນິຄົນຖ໌ ປະທັບເທິງອາສະນະທີ່ປູລາດໄວ້ຖວາຍ ພ້ອມດ້ວຍພິກຂຸສົງຄ໌.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ