ທານ
ໜ້າ/ 70
ຄະຫະບໍດີ ! ເຖິງແມ່ນພິກຂຸຈະເປັນ ຜູ້ຢູ່ໃກ້ບ້ານກໍດີ...ບິນດະບາຕເປັນວັຕ ກໍດີ... ສັນໃນທີ່ນິມົນ ກໍດີ... ຖືຜ້າບັງສະກຸນເປັນວັຕ ກໍດີ...ນຸ່ງຫົ່ມຄະຫະບໍດີຈີວອຣກໍດີ...ຖ້າເປັນຜູ້ຟຸ້ງຊ້ານ ຖືຕົວ ປີ້ນປ່າຍ ເວົ້າຫຼາຍ ມີວາຈາບໍ່ແນ່ນອນ ມີສະຕິລືມຫຼົງ ປາສະຈາກສັມປະຊັນຍະ ບໍ່ມີສະມາທິ ມີຈິຕໝູນໄປຜິດ ມີອີນຊີອັນປ່ອຍແລ້ວ: ດ້ວຍອາການຢ່າງນີ້ ພິກຂຸນັ້ນ ຄວນຖືກຕິຕຽນດ້ວຍອົງຄ໌ນັ້ນໆ.
ຄະຫະບໍດີ ! ເຖິງແມ່ນພິກຂຸຈະເປັນ ຜູ້ຢູ່ໃກ້ບ້ານກໍດີ...ບິນດະບາຕເປັນວັຕ ກໍດີ... ສັນໃນທີ່ນິມົນ ກໍດີ... ຖືຜ້າບັງສະກຸນເປັນວັຕ ກໍດີ...ນຸ່ງຫົ່ມຄະຫະບໍດີຈີວອຣກໍດີ...ຖ້າເປັນຜູ້ບໍ່ຟຸ້ງຊ້ານ ບໍ່ຖືຕົວ ບໍ່ປີ້ນປ່າຍ ບໍ່ເວົ້າຫຼາຍ ມີວາຈາແນ່ນອນ ມີສະຕິຕັ້ງໝັ້ນ ມີສັມປະຊັນຍະ ມີສະມາທິ ມີເອກັກຄະຕາຈິຕ ສັງລວມອີນຊີ: ດ້ວຍອາການຢ່າງນີ້ ພິກຂຸນັ້ນອັນໃຜໆ ຄວນສັນລະເສີນດ້ວຍອົງຄ໌ນັ້ນໆ.
ເອົາລະ ຄະຫະບໍດີ ! ທ່ານຈົ່ງຖວາຍທານໃນສົງຄ໌ເທີ້ນ ເມື່ອຖວາຍທານໃນສົງຄ໌ຢູ່, ຈິຕຈັກເຫຼື້ອມໃສ; ທ່ານເປັນຜູ້ມີຈິຕອັນເຫຼື້ອມໃສແລ້ວ ພາຍຫຼັງແຕ່ການຕາຍເພາະການທຳລາຍແຫ່ງກາຍ ຈັກເຂົ້າເຖິງສຸຄະຕິໂລກສະຫວັນ.
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ນັບແຕ່ວັນນີ້ໄປ ຂ້ານ້ອຍ ຈະຖວາຍທານໃນສົງຄ໌”.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ບໍ່ຄວນຫ້າມຜູ້ອື່ນໃຫ້ທານ ໕໐
- ບາລີ ຕິກ. ອັງ. ໒໐/໒໐໕/໔໙໗.
ວັຈສະ ! ຜູ້ໃດຫ້າມຜູ້ອື່ນຊຶ່ງໃຫ້ທານ ຜູ້ນັ້ນຊື່ວ່າ ເປັນອະມິຕ ຜູ້ກະທຳອັນຕະລາຍສິ່ງ ໓ ສິ່ງຄື:
ທຳອັນຕະລາຍຕໍ່ບຸນຍ໌ຂອງທາຍົກ (ຜູ້ໃຫ້ທານ),
ທຳອັນຕະລາຍຕໍ່ລາບຂອງປະຕິຄາຫົກ (ຜູ້ຮັບທານ),
ແລະຕົນເອງກໍຂຸດຮາກຕົວເອງ ກຳຈັດຕົວເອງເສຍຕັ້ງແຕ່ເລີ່ມແລ້ວ.
ວັຈສະ ! ຜູ້ໃດຫ້າມຜູ້ອື່ນຊຶ່ງໃຫ້ທານ ຊື່ວ່າ ເປັນອະມິຕ ຜູ້ກະທຳອັນຕະລາຍສິ່ງ ໓ ສິ່ງ ດັ່ງນີ້ແລ.
ວັຈສະ ! ເຮົາເອງຍ່ອມກ່າວຢ່າງນີ້ວ່າ “ຜູ້ໃດຖອກນ້ຳລ້າງໝໍ້ ຫຼືນ້ຳລ້າງຊາມກໍຕາມ ລົງໃນຂຸມບໍ່ນ້ຳຄໍາ ຫຼືທາງນ້ຳເປິເປື້ອນ ຊຶ່ງມີສັຕມີຊີວິຕເກີດຢູ່ໃນນັ້ນດ້ວຍຄິດວ່າ ສັຕໃນນັ້ນຈະໄດ້ອາໄສລ້ຽງຊີວິຕ ດັ່ງນີ້ແລ້ວ ເຮົາກໍຍັງກ່າວວ່າ ນັ້ນເປັນທາງມາແຫ່ງບຸນຍ໌ ເພາະການກະທຳແມ່ນແຕ່ເຊັ່ນນັ້ນ ບໍ່ຕ້ອງກ່າວເຖິງການໃຫ້ທານແກ່ມະນຸສດ້ວຍກັນ” ດັ່ງນີ້.
ອີກຢ່າງໜຶ່ງ ເຮົາກ່າວວ່າທານທີ່ໃຫ້ແກ່ຜູ້ມີສີລ ເປັນທານມີຜົລຫຼາຍ. ທານທີ່ໃຫ້ແກ່ຜູ້ທຸສີລຫາເປັນຢ່າງນັ້ນບໍ່ ແລະຜູ້ມີສີລນັ້ນເປັນຜູ້ລະເສຍເຊິ່ງອົງຄ໌ ໕ ແລະປະກອບຢູ່ດ້ວຍອົງຄ໌ ໕.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ລະອົງຄ໌ ໕ ຄື:
ລະກາມະສັນທະ(ພໍໃຈໃນກາມະຄຸນ), ລະພະຍາບາດ (ຄວາມອາຄາຕ), ລະຖີນະມິດທະ (ຫົດຫູ່ຊຶມເຫງົາ), ລະອຸດທັຈຈະ ກຸກກຸຈຈະ (ຟຸ້ງຊ້ານລຳຄານ), ລະວິຈິກິຈສາ (ລັງເລສົງໄສ)
ປະກອບດ້ວຍອົງຄ໌ ໕ ຄື:
ປະກອບດ້ວຍກອງສີລຊັ້ນອະເສຂະ (ຊັ້ນພຣະອະຣະຫັນຕ໌).
ປະກອບດ້ວຍກອງສະມາທິຊັ້ນອະເສຂະ
ປະກອບດ້ວຍກອງປັນຍາຊັ້ນອະເສຂະ
ປະກອບດ້ວຍກອງວິມຸຕຊັ້ນອະເສຂະ
ປະກອບດ້ວຍກອງວິມຸຕຕິຍານທັສສະນະຊັ້ນອະເສຂະ.
ເຮົາກ່າວວ່າທານທີ່ໃຫ້ໃນບຸກຄົນຜູ້ລະອົງຄ໌ຫ້າແລະປະກອບດ້ວຍອົງຄ໌ຫ້າ ດ້ວຍອາການຢ່າງນີ້ ມີຜົລຫຼາຍ ດັ່ງນີ້.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ນາດີ ຫຼື ນາຂີ້ຮ້າຍ ໕໑
- ບາລີ ອັຕຖກ. ອັງ. ໒໓/໒໔໑/໑໒໔.
ພິກຂຸທັງຫຼາຍ ! ພືດທີ່ຫວ່ານລົງໃນນາທີ່ປະກອບດ້ວຍລັກສະ ນະ ໘ ຢ່າງຍ່ອມບໍ່ໃຫ້ຜົລຫຼາຍ ບໍ່ໃຫ້ຄວາມພໍໃຈຫຼາຍ ບໍ່ໃຫ້ກຳໄລຫຼາຍ ປະກອບດ້ວຍລັກສະນະ ໘ ຢ່າງເປັນແນວໃດ ຄື








