ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ພິກຂຸທັງຫຼາຍ ! ສ່ວນບຸກຄົນບາງຄົນໃນໂລກນີ້ ຍ່ອມໃຫ້ທານ ຄື ເຂົ້າ ນ້ຳ... ແລະປະທີບໂຄມໄຟແກ່ສະມະນະຫຼືພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ຟັງມາວ່າເທວະດາຊັ້ນດາວະດຶງ ... ເທວະດາຊັ້ນຍາມາ... ເທວະດາຊັ້ນດຸສິຕ...

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ເທວະດາຊັ້ນນິມມານະຣະດີ... ເທວະດາຊັ້ນປະຣະນິມມິຕະວະສະວັຕຕີ ມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂ ເຂົາຈຶ່ງມີຄວາມປາຖນາຢ່າງນີ້ວ່າ “ໂອໜໍ ! ເມື່ອຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນປະຣະນິມມິຕະວະສະວັຕຕີ” ເຂົາຕັ້ງຈິຕນັ້ນ ອະທິຖານຈິຕນັ້ນ ຈະເຣີນຈິຕນັ້ນ ຈິຕຂອງເຂົານຶກນ້ອມໄປໃນທາງທີ່ຕໍ່າ ບໍ່ຈະເຣີນຍິ່ງຂຶ້ນ ພາຍຫຼັງແຕ່ການຕາຍ ເພາະການທຳລາຍແຫ່ງກາຍ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນປະຣະນິມມິຕະວະສະວັຕຕີ ແຕ່ຂໍ້ນັ້ນເຮົາກ່າວວ່າເປັນຂອງຜູ້ມີສີລ ບໍ່ແມ່ນຂອງຜູ້ທຸສີລ.

ພິກຂຸທັງຫຼາຍ ! ຄວາມປາຖນາແຫ່ງໃຈຂອງບຸກຄົນຜູ້ມີສີລ ຍ່ອມສຳເລັດໄດ້ ເພາະຈິຕບໍຣິສຸດ.

ພິກຂຸທັງຫຼາຍ ! ສ່ວນບຸກຄົນບາງຄົນໃນໂລກນີ້ ຍ່ອມໃຫ້ທານ ຄື ເຂົ້າ ນ້ຳ ... ແລະປະທີບໂຄມໄຟແກ່ສະມະນະຫຼືພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ຟັງມາວ່າເທວະດາຊັ້ນພຣົມມະກາຍິກາ ມີອາຍຸຍືນ ມີວັນນະ ເຕັມດ້ວຍຄວາມສຸຂ ເຂົາຈຶ່ງມີຄວາມປາຖນາຢ່າງນີ້ວ່າ “ໂອໜໍ ! ເມື່ອຕາຍໄປຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນພຣົມມະກາຍິກາ” ເຂົາຕັ້ງຈິຕນັ້ນ ອະທິຖານຈິຕນັ້ນ ຈະເຣີນຈິຕນັ້ນ ຈິຕຂອງເຂົານຶກນ້ອມໄປໃນທາງທີ່ຕໍ່າ ບໍ່ຈະເຣີນຍິ່ງຂຶ້ນ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພາຍຫຼັງແຕ່ການຕາຍເພາະການທຳລາຍແຫ່ງກາຍ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນພຣົມມະກາຍິກາ ແຕ່ຂໍ້ນັ້ນເຮົາກ່າວວ່າເປັນຂອງຜູ້ມີສີລ ບໍ່ແມ່ນຂອງຜູ້ທຸສີລ.

ພິກຂຸທັງຫຼາຍ ! ຄວາມປາຖນາແຫ່ງໃຈຂອງບຸກຄົນຜູ້ມີສີລ ຍ່ອມສຳເລັດໄດ້ ເພາະຈິຕປາສະຈາກຣາຄະ.

ພິກຂຸທັງຫຼາຍ ! ນີ້ແລ ເຫຕເກີດຂຶ້ນແຫ່ງທານ ໘ ປະການ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜົລ/ອານິສົງສ໌

ຂອງທານແບບຕ່າງໆ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜົລແຫ່ງທານ ໓໓

- ບາລີ ນວກ. ອັງ. ໒໓/໔໐໕/໒໒໔.

ຄະຫະບໍດີ ! ບຸກຄົນໃຫ້ທານອັນເສົ້າໝອງຫຼືປານີຕກໍຕາມ ແຕ່ໃຫ້ທານນັ້ນໂດຍບໍ່ເຄົາຣົບ ບໍ່ໃຫ້ດ້ວຍຄວາມນອບນ້ອມ ບໍ່ໃຫ້ດ້ວຍມືຕົນເອງ ໃຫ້ຂອງທີ່ເຫຼືອ ໃຫ້ໂດຍບໍ່ຄຳນຶງຜົລທີ່ຈະມາເຖິງ

ຜົລຂອງທານນັ້ນ ບັງເກີດໃນທີ່ໃດໆ ຈິຕຂອງຜູ້ໃຫ້ທານຍ່ອມບໍ່ນ້ອມໄປເພື່ອບໍຣິໂພກອາຫາຣຢ່າງດີ ຍ່ອມບໍ່ນ້ອມໄປເພື່ອບໍຣິໂພກຜ້າຢ່າງດີ ຍ່ອມບໍ່ນ້ອມໄປເພື່ອບໍຣິໂພກຍານຢ່າງດີ ຍ່ອມບໍ່ນ້ອມໄປເພື່ອບໍຣິໂພກກາມະຄຸນ ໕ ຢ່າງດີ ແມ່ນແຕ່ບໍຣິວານຊົນຂອງຜູ້ໃຫ້ທານນັ້ນຄື ບຸຕ ພັນຣະຍາ ຂ້າທາສ ຄົນໃຊ້ຄົນທໍາງານ ກໍບໍ່ເຊື່ອຟັງ ບໍ່ງ່ຽງຫູຟັງ ສົ່ງຈິຕໄປທີ່ອື່ນເສຍ.

ຂໍ້ນັ້ນເພາະເຫຕໃດ ທັງນີ້ເປັນເພາະຜົລແຫ່ງກັມທີ່ຕົນກະທຳໂດຍບໍ່ເຄົາຣົບ.

ຄະຫະບໍດີ! ບຸກຄົນໃຫ້ທານອັນເສົ້າໝອງຫຼືປານີຕກໍຕາມ ແຕ່ໃຫ້ທານນັ້ນໂດຍເຄົາຣົບ ໃຫ້ດ້ວຍຄວາມນອບນ້ອມ ໃຫ້ດ້ວຍມືຕົນເອງ ໃຫ້ຂອງທີ່ບໍ່ເຫຼືອ ໃຫ້ໂດຍຄຳນຶງຜົລທີ່ຈະມາເຖິງ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ