ຄູ່ມືໂສດາບັນ
ໜ້າ/ 82
*** ໃນບ່ອນນີ້ໄດຍົກເອົາມາ ໒ ນັຍຍະ ຈາກ ໔ ນັຍຍະ ຂອງມູລເຫຕສີ່ປະການ ທີ່ເຮັດໃຫ້ພຣະສັດທັມຕັ້ງຢູ່ໄດ້ ບໍ່ລືມເລືອນຫາຍຈົນເສື່ອມສູນໄປ.
- ບາລີ ຈຕຸກກ. ອັງ. ໒໑/໑໙໗/໑໖໐.
໑. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວຢ່າງນີ້ວ່າ ຜູ້ມີອາຍຸ ຂ້າພະເຈົ້າ ໄດ້ສະດັບຮັບຟັງມາສະເພາະພຣະພັກພຣະຜູ້ມີພຣະພາຄວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...
໒. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວຢ່າງນີ້ວ່າ ໃນອາວາສຊື່ນັ້ນມີສົງຄ໌ຢູ່ພ້ອມດ້ວຍພຣະເຖຣະ ພ້ອມດ້ວຍປາໂມກຂ໌ ຂ້າພະເຈົ້າໄດ້ສະດັບຮັບຟັງມາສະເພາະໜ້າສົງຄ໌ນັ້ນວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...
໓. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວຢ່າງນີ້ວ່າ ໃນອາວາສຊື່ນັ້ນມີພຣະຜູ້ເປັນເຖຣະຢູ່ຈໍານວນຫຼາຍ ເປັນພະຫຸສູຕ ຮຽນຄັມພີ ຊົງທັມ ຊົງວິນັຍ ຊົງມາຕິກາ ຂ້າພະເຈົ້າ ໄດ້ສະດັບຮັບຟັງມາສະເພາະໜ້າພຣະເຖຣະເຫຼົ່ານັ້ນວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...
໔. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວຢ່າງນີ້ວ່າ ໃນອາວາສຊື່ນັ້ນມີພຣະຜູ້ເປັນເຖຣະຢູ່ອົງຄ໌ໜຶ່ງ ເປັນພະຫຸສູຕ ຮຽນຄັມພີ ຊົງທັມ ຊົງວິນັຍ ຊົງມາຕິກາ ຂ້າພະເຈົ້າ ໄດ້ສະດັບຮັບຟັງມາສະເພາະໜ້າພຣະເຖຣະອົງຄ໌ນັ້ນວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...
ພວກເຈົ້າຢ່າຟ້າວຮັບຮອງ, ຢ່າຟ້າວຂັດຄ້ານຄໍາກ່າວຂອງຜູ້ນັ້ນ ຈົ່ງຮຽນບົດແລະພະຍັນຊະນະເຫຼົ່ານັ້ນໃຫ້ດີ ຈົ່ງກຳນົດເນື້ອຄວາມນັ້ນໃຫ້ດີ ແລ້ວນຳໄປສອບສວນໃນສູຕ ນຳໄປທຽບຄຽງເບິ່ງໃນວິນັຍ.
ຖ້າບົດແລະພະຍັນຊະນະເຫຼົ່ານັ້ນ ສອບສວນລົງໃນສູຕກໍບໍ່ໄດ້ ທຽບຄຽງເຂົ້າໃນວິນັຍກໍບໍ່ໄດ້ ຈົ່ງແນ່ໃຈວ່າ “ນີ້ບໍ່ແມ່ນຄຳສອນຂອງພຣະຜູ້ມີພຣະພາຄເຈົ້າພຣະອົງຄ໌ນັ້ນແນ່ນອນ. ພິກຂຸຕົນນັ້ນຈື່ຈຳມາຜິດ” ພວກເຈົ້າທັງຫຼາຍຈົ່ງປະຖິ້ມຄຳເຫຼົ່ານັ້ນເສຍ.
ຖ້າບົດແລະພະຍັນຊະນະເຫຼົ່ານັ້ນ ສອບສວນລົງໃນສູຕກໍໄດ້ ທຽບຄຽງເຂົ້າໃນວິນັຍກໍໄດ້ ຈົ່ງແນ່ໃຈວ່າ “ນີ້ເປັນຄຳສອນຂອງພຣະຜູ້ມີພຣະພາຄເຈົ້າພຣະອົງຄ໌ນັ້ນແທ້ແນ່ນອນ. ແລະພິກຂຸອົງຄ໌ນັ້ນຈື່ຈຳມາຢ່າງດີແລ້ວ” ພວກເຈົ້າຈົ່ງຈໍາມະຫາປະເທສ....ນີ້ໄວ້...
- ບາລີ ມຫາ. ທີ. ໑໐/໑໔໔/໑໑໓ - ໖.
ອານົນທ໌ ! ຄວາມຄິດອາດມີແກ່ພວກເຈົ້າຢ່າງນີ້ວ່າ ທັມວິນັຍຂອງພວກເຮົາ ມີພຣະສາສດາລ່ວງລັບໄປເສຍແລ້ວ ພວກເຮົາບໍ່ມີພຣະສາສດາ ດັ່ງນີ້ ອານົນທ໌ ! ຂໍ້ນີ້ພວກເຈົ້າຢ່າຄິດຢ່າງນັ້ນ ອານົນທ໌ ! ທັມກໍດີ ວິນັຍກໍດີ ທີ່ເຮົາສະແດງແລ້ວ ບັນຍັຕແລ້ວ ແກ່ພວກເຈົ້າທັງຫຼາຍ ທັມວິນັຍນັ້ນ ຈັກເປັນສາສດາຂອງພວກເຈົ້າທັງຫຼາຍ ໂດຍກາລລ່ວງລັບໄປແຫ່ງເຮົາ.
ອານົນທ໌ ! ໃນກາລບັດນີ້ກໍດີ ໃນກາລລ່ວງລັບໄປແຫ່ງເຮົາກໍດີ ໃຜກໍຕາມຈັກຕ້ອງມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ ເປັນຢູ່ ອານົນທ໌ ! ພິກຂຸພວກໃດເປັນຜູ້ໃຝ່ໃນສິກຂາ ພິກຂຸພວກນັ້ນຈັກເປັນຜູ້ຢູ່ໃນຖານະອັນເລີດທີ່ສຸດແລ.
ອານົນທ໌ ! ຄວາມຂາດສູນແຫ່ງກັລລະຍານະວັຕນີ້ ມີໃນຍຸກແຫ່ງບຸຣຸສໃດ ບຸຣຸສນັ້ນຊື່ວ່າ ເປັນບຸຣຸສຄົນສຸດທ້າຍແຫ່ງບຸຣຸສທັງຫຼາຍ.... ເຮົາຂໍກ່າວຢໍ້າກັບພວກເຈົ້າວ່າ.... ພວກເຈົ້າທັງຫຼາຍຢ່າເປັນບຸຣຸສຄົນສຸດທ້າຍຂອງເຮົາເລີຍ.
- ບາລີ ມຫາ. ທີ. ໑໐/໑໗໘/໑໔໑.
- ບາລີ ມ. ມ. ໑໓/໔໒໗/໔໖໓.
- ບາລີ ມຫາວາຣ. ສັງ. ໑໙/໒໑໗/໗໔໐.
ສາຣີບຸຕ ! ທີ່ມັກກ່າວກັນວ່າ ໂສດາບັນ
ໂສດາບັນ ດັ່ງນີ້ ເປັນແນວໃດໜໍ ສາຣີບຸຕ ?
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ !
ທ່ານຜູ້ໃດ ເປັນຜູ້ປະກອບພ້ອມແລ້ວ ດ້ວຍອະຣິຍະມັຄມີອົງຄ໌ແປດນີ້ຢູ່ ຜູ້ເຊັ່ນນັ້ນແລ ຂ້ານ້ອຍຮຽກວ່າເປັນພຣະໂສດາບັນ
ຜູ້ມີຊື່ຢ່າງນີ້ໆ ມີໂຄຕຢ່າງນີ້ໆ ຂ້ານ້ອຍ !”.
ສາຣີບຸຕ ! ຖືກແລ້ວ ຖືກແລ້ວ
ຜູ້ທີ່ປະກອບພ້ອມແລ້ວ
ດ້ວຍອະຣິຍະມັຄມີອົງຄ໌ແປດນີ້ຢູ່








