ຄູ່ມືໂສດາບັນ
ໜ້າ/ 82
ເຖິງເຮົາເອງກໍເອີ້ນຜູ້ເຊັ່ນນັ້ນວ່າເປັນ ພຣະໂສດາບັນ
ຜູ້ມີຊື່ຢ່າງນີ້ໆ ມີໂຄຕຢ່າງນີ້ໆ.
ມະຫາວາຣ. ສັງ. ໑໙/໔໓໕/໑໔໓໒-໑໔໓໓.
ຄະຫະບໍດີ ! ໃນກາລໃດ ພັຍເວຣຫ້າປະການ
ອັນອະຣິຍະສາວົກເຮັດໃຫ້ສະງົບລະງັບໄດ້ແລ້ວ ດ້ວຍ,
ອະຣິຍະສາວົກປະກອບພ້ອມແລ້ວ ດ້ວຍໂສຕາປັຕຕິຍັງຄະສີ່ ດ້ວຍ,
ອະຣິຍະຍາຍະທັມ ເປັນທັມທີ່ອະຣິຍະສາວົກເຫັນແລ້ວດ້ວຍດີ
ແທງຕະຫຼອດແລ້ວດ້ວຍດີດ້ວຍປັນຍາ ດ້ວຍ;
ໃນກາລນັ້ນ ອະຣິຍະສາວົກນັ້ນ
ເມື່ອຫວັງຢູ່ກໍພະຍາກອນຕົນດ້ວຍຕົນນັ້ນແຫຼະວ່າ
“ເຮົາເປັນຜູ້ມີນະຣົກສິ້ນແລ້ວ ມີກຳເນິດເດຣັຈສານສິ້ນແລ້ວ
ມີເປຕວິສັຍສິ້ນແລ້ວ ມີອະບາຍທຸຄະຕິວິນິບາຕສິ້ນແລ້ວ,
ເຮົາເປັນຜູ້ເຖິງແລ້ວຊຶ່ງກະແສ (ແຫ່ງນິບພານ)
ມີຄວາມບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ຕໍ່ນິບພານ
ມີການຕຣັສຮູ້ພ້ອມເປັນເບື້ອງໜ້າ” ດັ່ງນີ້.
- ບາລີ ທສກ. ອັງ. ໒໔/໑໙໕/໙໒.








