ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ພິກຂຸທັງຫຼາຍ ! ໃນກໍລະນີນີ້ຄື ພິກຂຸທັງຫຼາຍໃນບໍຣິສັດໃດ ເມື່ອສຸຕຕັນຕະທັງຫຼາຍ ທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄຳຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄຳກ່າວຂອງສາວົກ ເມື່ອມີຜູ້ນຳເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາກໍບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ ບໍ່ເຂົ້າໄປຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະບໍ່ສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ເມື່ອສຸຕຕັນຕະເຫຼົ່າໃດ ທີ່ເປັນຄຳຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ເມື່ອມີຜູ້ນຳສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ພວກເຂົາຍ່ອມຟັງດ້ວຍດີ ຍ່ອມງ່ຽງຫູຟັງ ຍ່ອມເຂົ້າໄປຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຍ່ອມສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ພວກເຂົາພາກັນຮ່ຳຮຽນທັມທີ່ເປັນຕະຖາຄົຕພາສິຕນັ້ນແລ້ວ ກໍສໍ້ຖາມ ທວນຖາມແກ່ກັນແລະກັນ ເຮັດໃຫ້ເປີດເຜີຍແຈ່ມແຈ້ງອອກມາວ່າ ຂໍ້ນີ້ພະຍັນຊະນະເປັນຢ່າງໃດ ອັຕຖະເປັນຢ່າງໃດ ດັ່ງນີ້ ເຂົາເຫຼົ່ານັ້ນເປີດເຜີຍສິ່ງທີ່ຍັງບໍ່ເປີດເຜີຍໄດ້ ຫງາຍຂອງທີ່ຂວໍ້າຢູ່ໃຫ້ຫງາຍຂຶ້ນໄດ້ ບັນເທົາຄວາມສົງສັຍໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງຄວາມສົງສັຍ ມີຢ່າງຕ່າງໆໄດ້. ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ປະຕິປຸຈສາວິນີຕາ ປະຣິສາ ໂນ ອຸກກາຈິຕະວິນີຕາ.

ພິກຂຸທັງຫຼາຍ ! ເຫຼົ່ານີ້ແລບໍຣິສັດ ໒ ຈໍາພວກນັ້ນ. ພິກຂຸທັງຫຼາຍ ! ບໍຣິສັດທີ່ເລີດ ໃນບັນດາບໍຣິສັດທັງສອງພວກນັ້ນ ຄື ບໍຣິສັດປະຕິປຸຈສາ ວິນີຕາ ປະຣິສາ ໂນ ອຸກກາຈິຕະວິນີຕາ (ບໍຣິສັດທີ່ອາສັຍການສືບສວນທົບທວນກັນເອົາເອງເປັນເຄື່ອງນໍາພາໄປ ບໍ່ອາສັຍຄວາມເຊື່ອຈາກບຸກຄົນພາຍນອກເປັນເຄື່ອງນໍາພາໄປ) ແລ.

- ບາລີ ທຸກ. ອັງ. ໒໐/໙໑-໙໒/໒໙໒.

ພິກຂຸທັງຫຼາຍ ! ພິກຂຸທັງຫຼາຍ ຈັກບໍ່ບັນຍັຕສິ່ງທີ່ບໍ່ເຄີຍບັນຍັຕ ຈັກບໍ່ເລີກຖອນສິ່ງທີ່ບັນຍັຕໄວ້ແລ້ວ ຈັກສະມາທານສຶກສາໃນສິກຂາບົດທີ່ບັນຍັຕໄວ້ແລ້ວຢ່າງເຄັ່ງຄັດ ຢູ່ພຽງໃດ ຄວາມຈະເຣີນກໍເປັນສິ່ງທີ່ພິກຂຸທັງຫຼາຍຫວັງໄດ້ ບໍ່ມີຄວາມເສື່ອມເລີຍ ຢູ່ພຽງນັ້ນ.

- ບາລີ ມຫາ. ທີ. ໑໐/໙໐/໗໐.

ພິກຂຸ ທ.! ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ໄດ້ກະທຳມັຄທີ່ຍັງບໍ່ເກີດ ໃຫ້ເກີດຂຶ້ນ ໄດ້ກະທຳມັຄທີ່ຍັງບໍ່ມີໃຜຮູ້ໃຫ້ມີຄົນຮູ້ ໄດ້ກະທຳມັຄທີ່ຍັງບໍ່ມີໃຜກ່າວ ໃຫ້ເປັນມັຄທີ່ກ່າວກັນແລ້ວ ຕະຖາຄົຕເປັນມັຄຄັນຍູ (ຮູ້ມັຄ) ເປັນມັຄຄະວິທູ (ຮູ້ແຈ້ງມັຄ) ເປັນມັຄຄະໂກວິໂທ (ສະຫຼາດໃນມັຄ). ພິກຂຸ ທ.! ສ່ວນສາວົກທັງຫຼາຍ ໃນກາລນີ້ ເປັນ ມັຄຄານຸຄາ (ຜູ້ກ້າວເດີນຕາມມັຄ) ເປັນຜູ້ເດີນຕາມມາໃນພາຍຫຼັງ.

ພິກຂຸ ທ.! ນີ້ແລ ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງ ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ກັບພິກຂຸ ຜູ້ປັນຍາວິມຸຕ.

- ບາລີ ຂັນທ. ສັງ. ໑໗/໘໑/໑໒໕.

ພິກຂຸທັງຫຼາຍ ! ພວກພິກຂຸໃນທັມວິນັຍນີ້ ຮໍ່າຮຽນສູຕອັນຖືກັນມາຖືກ ດ້ວຍບົດພະຍັນຊະນະທີ່ໃຊ້ກັນຖືກ ຄວາມໝາຍແຫ່ງບົດພະຍັນຊະນະທີ່ໃຊ້ກັນກໍຖືກ ຍ່ອມມີນັຍອັນຖືກຕ້ອງເຊັ່ນດຽວກັນນັ້ນ. ພິກຂຸທັງຫຼາຍ ! ນີ້ເປັນມູລເຫຕກໍລະນີທີໜຶ່ງ ເຊິ່ງເຮັດໃຫ້ພຣະສັດທັມຕັ້ງຢູ່ໄດ້ບໍ່ລືມເລືອນຫາຍຈົນເສື່ອມສູນໄປ....

ພິກຂຸທັງຫຼາຍ ! ພວກພິກຂຸເຫຼົ່າໃດ ເປັນພະຫຸສູຕ ຄ່ອງແຄ່ວໃນຫຼັກ ພຣະພຸດທະວະຈະນະ ຊົງທັມ ຊົງວິນັຍ ຊົງມາຕິກາ (ແມ່ບົດ) ພວກພິກຂຸເຫຼົ່ານັ້ນ ເອົາໃຈໃສ່ ບອກສອນເນື້ອຄວາມແຫ່ງສູຕທັງຫຼາຍແກ່ຄົນອື່ນໆ ເມື່ອທ່ານເຫຼົ່ານັ້ນລ່ວງລັບໄປ ສູຕທັງຫຼາຍ ກໍບໍ່ຂາດຜູ້ເປັນມູລຮາກ (ອາຈາຣຍ໌) ມີທີ່ອາສັຍສືບກັນຕໍ່ໄປ. ພິກຂຸທັງຫຼາຍ ! ນີ້ເປັນມູລເຫຕກໍລະນີທີສາມ ເຊິ່ງເຮັດໃຫ້ພຣະສັດທັມຕັ້ງຢູ່ໄດ້ບໍ່ລືມເລືອນຫາຍຈົນເສື່ອມສູນໄປ..

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ