ຄູ່ມືໂສດາບັນ
ໜ້າ/ 82
ອະຣິຍະສາວົກນັ້ນປະກອບດ້ວຍະຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າ... ໃນພຣະທັມ... ໃນພຣະສົງຄ໌... ປະກອບດ້ວຍສີລທີ່ພຣະອະຣິຍະເຈົ້າຮັກໃຄ່ແລ້ວ... ເປັນໄປເພື່ອສະມາທິ.
ພຣາມແລະຄະຫະບໍດີທັງຫຼາຍ ! ເມື່ອໃດ ອະຣິຍະສາວົກປະກອບດ້ວຍະສັດທັມ ໗ ປະການນີ້ ເມື່ອນັ້ນອະຣິຍະສາວົກນັ້ນຫວັງຢູ່ ດ້ວຍຖານະເປັນທີ່ຕັ້ງແຫ່ງຄວາມຫວັງ ໔ ປະການນີ້ ຍ່ອມພະຍາກອນຕົນດ້ວຍຕົນເອງໄດ້ວ່າ ເຮົາມີນະຣົກ ກຳເນີດເດຍຣັຈສານ ວິສັຍແຫ່ງເປຕ ອະບາຍ ທຸຄະຕິ ວິນິບາຕ ດັບສິ້ນແລ້ວ ເຮົາເປັນພຣະໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທັມມະດາ ເປັນຜູ້ທ່ຽງແທ້ທີ່ຈະຕຣັສຮູ້ໃນເບື້ອງໜ້າ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຄຸນສົມບັດພຣະໂສດາບັນ (ນັຍທີ ໔) ໔໘
(ໂສຕາປັຕຕິຍັງຄະ ໔ ຈຳແນກດ້ວຍອາການ ໑໐)
- ບາລີ ມຫາວາຣ. ສັງ. ໑໙/໔໗໙/໑໕໔໙.
ກໍສະມັຍນັ້ນ ທ່ານອະນາຖະບິນດິກະຄະຫະບໍດີປ່ວຍ ໄດ້ຮັບທຸກຂ໌ ເປັນໄຂ້ໜັກ ເມື່ອນັ້ນ ທ່ານອະນາຖະບິນດິກະຄະຫະບໍດີເອີ້ນບຸຣຸສຜູ້ໜຶ່ງມາສັ່ງວ່າ ບຸຣຸສຜູ້ຈະເຣີນ ! ທ່ານຈົ່ງໄປເຖີ້ນ ຈົ່ງເຂົ້າໄປຫາທ່ານພຣະສາຣີບຸຕ ຄັນແລ້ວ ຈົ່ງໄຫວ້ບາທາທັງສອງຂອງທ່ານພຣະສາຣີບຸຕດ້ວຍຫົວ ຕາມຄຳຂອງເຮົາວ່າ ຂ້າແຕ່ທ່ານຜູ້ຈະເຣີນ ! ອະນາຖະບິນທິກະຄະຫະບໍດີປ່ວຍ ໄດ້ຮັບທຸກຂ໌ ເປັນໄຂ້ໜັກ ເຂົາຂໍກາບບາທາທັງສອງຂອງທ່ານພຣະສາຣີບຸຕດ້ວຍຫົວ ແລະທ່ານຈົ່ງຮຽນຢ່າງນີ້ວ່າ ຂ້າແຕ່ທ່ານຜູ້ຈະເຣີນ ! ໄດ້ໂຜດເຖີ້ນ ຂໍທ່ານພຣະສາຣີບຸຕຈົ່ງອາສັຍຄວາມອະນຸເຄາະເຂົ້າໄປຍັງນິເວດຂອງທ່ານອະນາຖະບິນດິກະຄະຫະບໍດີເຖີ້ນ
ບຸຣຸສນັ້ນຮັບຄຳຂອງທ່ານອະນາຖະບິນດິກະຄະຫະບໍດີແລ້ວ ເຂົ້າໄປຫາທ່ານພຣະສາຣີບຸຕເຖິງທີ່ຢູ່ ອະພິວາດແລ້ວ ນັ່ງ ນະ ທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ຮຽນວ່າ ຂ້າແຕ່ທ່ານຜູ້ຈະເຣີນ ! ທ່ານອະນາຖະບິນດິກະຄະຫະບໍດີປ່ວຍ ໄດ້ຮັບທຸກຂ໌ ເປັນໄຂ້ໜັກ ເພິ່ນຂໍກາບຕີນທັງສອງຂອງທ່ານພຣະສາຣີບຸຕດ້ວຍຫົວ ແລະເພິ່ນສັ່ງມາຢ່າງນີ້ວ່າ ຂ້າແຕ່ທ່ານຜູ້ຈະເຣີນ ! ໄດ້ໂຜດເຖີ້ນ ຂໍທ່ານພຣະສາຣີບຸຕຈົ່ງອາສັຍຄວາມອະນຸເຄາະເຂົ້າໄປຍັງນິເວດຂອງທ່ານອະນາຖະບິນດິກະຄະຫະບໍດີເຖີ້ນ. ທ່ານພຣະສາຣີບຸຕ ຮັບນິມົນດ້ວຍດຸສະນີພາບ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ເທື່ອນັ້ນ ເວລາເຊົ້າ ທ່ານພຣະສາຣີບຸຕນຸ່ງແລ້ວ ຖືບາຕແລະຈີວອນ ມີທ່ານພຣະອານົນທ໌ເປັນປັສສາສະມະນະ ເຂົ້າໄປຍັງນິເວດຂອງທ່ານອະນາຖະບິນດິກະຄະຫະບໍດີ ແລ້ວນັ່ງເທິງອາສະນະທີ່ເຂົາປູໄວ້ ຄັນແລ້ວໄດ້ຖາມທ່ານອະນາຖະບິນດິກະຄະຫະບໍດີວ່າ ຄະຫະບໍດີ ! ທ່ານພໍອົດທົນໄດ້ຫຼື ພໍຍັງອັຕຕະພາບໃຫ້ເປັນໄປໄດ້ຫຼືບໍ່ ທຸກຂະເວທະນາຄາຍລົງ ບໍ່ກຳເລີບຂຶ້ນແລຫຼື ຄວາມທຸເລົາໄຄແນ່ຍ່ອມປາກົດ ຄວາມກຳເລີບບໍ່ປາກົດແລຫຼື ?
ຂ້າແຕ່ທ່ານຜູ້ຈະເຣີນ ! ຂ້າພະເຈົ້າອົດທົນບໍ່ໄດ້ ຍັງອັຕຕະພາບໃຫ້ເປັນໄປບໍ່ໄດ້ ທຸກຂະເວທະນາຂອງຂ້າພະເຈົ້າກຳເລີບໜັກ ບໍ່ທຸເລົາລົງເລີຍ ຄວາມກຳເລີບຍ່ອມປາກົດ ຄວາມທຸເລົາບໍ່ປາກົດ.








