ຄູ່ມືໂສດາບັນ
ໜ້າ/ 82
ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄືໃນກາລໃດແລ ອະຣິຍະສາວົກ ມາຮູ້ແຈ້ງຊຶ່ງອາຫານ ຊຶ່ງເຫຕເປັນແດນເກີດແຫ່ງອາຫານ ຊຶ່ງຄວາມດັບບໍ່ເຫຼືອແຫ່ງອາຫານ ຊຶ່ງຂໍ້ປະຕິບັດໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາຫານ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕ ແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ອາຫານ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງອາຫານ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງອາຫານ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາຫານ ເປັນແນວໃດໜໍ ?
ທ່ານຜູ້ມີອາຍຸທັງຫຼາຍ ! ອາຫານ ໔ ຢ່າງເຫຼົ່ານີ້ ຍ່ອມເປັນໄປເພື່ອຄວາມດຳຣົງຢູ່ຂອງພູຕະສັຕທັງຫຼາຍ ຫຼືວ່າເພື່ອອະນຸເຄາະແກ່ສັມພະເວສີທັງຫຼາຍ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ອາຫານ ໔ ຢ່າງ ແນວໃດໜໍ ? ສີ່ຢ່າງ ຄື: -
ກະພະລີກາຣາຫານ (ທີ່ຫຍາບແດ່ ລະອຽດແດ່) ເປັນທີໜຶ່ງ,
ຜັສສາຫານ ເປັນທີສອງ,
ມະໂນສັນເຈຕະນາຫານ ເປັນທີສາມ,
ວິນຍານາຫານ ເປັນທີສີ່.
ຄວາມກໍ່ຂຶ້ນພ້ອມແຫ່ງອາຫານ ຍ່ອມມີເພາະຄວາມກໍ່ຂຶ້ນພ້ອມແຫ່ງຕັນຫາ.
ຄວາມດັບບໍ່ເຫຼືອແຫ່ງອາຫານ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງຕັນຫາ.
ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງເປັນຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາຫານ; ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິດຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອາຫານຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງອາຫານ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາຫານ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາຫານ
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ຖອນອະນຸສັຍແຫ່ງທິຕຖິແລະມານະວ່າ ເຮົາມີເຮົາເປັນ ໄດ້ໂດຍ ປະການທັງປວງ ລະອະວິຊຊາແລ້ວ ເຮັດວິຊຊາໃຫ້ເກີດຂຶ້ນ ທ່ານເຮັດທີ່ສຸດແຫ່ງທຸກຂ໌ໄດ້ ໃນທິຕຖະທັມນີ້ ນັ້ນແລ.
ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນພຽງເທົ່ານີ້ແລ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ຄ. ໝວດເນື່ອງດ້ວຍອະຣິຍະສັຈສີ່
“ທ່ານຜູ້ມີອາຍຸທັງຫຼາຍ ! ກໍປະຣິຍາຍແມ່ນຢ່າງອື່ນ ຍັງມີອີກບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກເປັນຜູ້ມີສັມມາທິຕຖິ ທິຕຖິຂອງທ່ານດຳເນີນໄປຕົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”
ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນກາລໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງທຸກຂ໌ ຊຶ່ງເຫຕເປັນແດນເກີດແຫ່ງທຸກຂ໌ ຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງ ຄວາມດັບບໍ່ເຫຼືອແຫ່ງທຸກຂ໌. ທ່ານຜູ້ມີອາຍຸທັງຫຼາຍ !
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ








