ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ດ້ວຍເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.

ທ່ານຜູ້ມີອາຍຸທັງຫຼາຍ ! ທຸກຂ໌ ເປັນແນວໃດໜໍ ?

ແມ່ນຄວາມເກີດ ກໍເປັນທຸກຂ໌, ແມ່ນຄວາມແກ່ ກໍເປັນທຸກຂ໌, ແມ່ນຄວາມຕາຍ ກໍເປັນທຸກຂ໌, ແມ່ນຄວາມໂສກ ຄວາມລໍ່າໄລລຳພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ ກໍເປັນທຸກຂ໌, ການປະສົບກັບສິ່ງບໍ່ເປັນທີ່ຮັກທີ່ພໍໃຈ ກໍເປັນທຸກຂ໌, ຄວາມພັດພາກຈາກສິ່ງເປັນທີ່ຮັກທີ່ພໍໃຈ ກໍເປັນທຸກຂ໌, ປາຖນາສິ່ງໃດບໍ່ໄດ້ສິ່ງນັ້ນ ກໍເປັນທຸກຂ໌; ກ່າວໂດຍຫຍໍ້ອຸປາທານຂັນທ໌ທັງຫ້າ ເປັນທຸກຂ໌. ທ່ານຜູ້ມີອາຍຸທັງຫຼາຍ ! ນີ້ເອີ້ນວ່າ ທຸກຂ໌.

ທ່ານຜູ້ມີອາຍຸທັງຫຼາຍ ! ເຫຕເປັນແດນເກີດແຫ່ງທຸກຂ໌

ເປັນແນວໃດໜໍ ?

ຕັນຫາ ນີ້ໃດ ອັນເປັນເຄື່ອງເຮັດໃຫ້ມີພົບໃໝ່ ອັນປະກອບຢູ່ດ້ວຍຄວາມກຳໜັດ ດ້ວຍອຳນາດຄວາມເພີນ ເປັນເຄື່ອງເຮັດໃຫ້ເພີດເພີນຢ່າງຍິ່ງໃນອາຣົມນັ້ນໆ, ໄດ້ແກ່

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ກາມະຕັນຫາ ພະວະຕັນຫາ ວິພາວະຕັນຫາ. ທ່ານຜູ້ມີອາຍຸທັງຫຼາຍ ! ນີ້ເອີ້ນວ່າ ເຫຕເປັນແດນເກີດແຫ່ງທຸກຂ໌.

ທ່ານຜູ້ມີອາຍຸທັງຫຼາຍ ! ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ?

ຄວາມຈາງຄາຍດັບບໍ່ເຫຼືອແຫ່ງຕັນຫາ ນີ້ນັ້ນເອງ ເປັນຄວາມສະລະຖິ້ມ ເປັນຄວາມໂຍນຄືນ ເປັນຄວາມປ່ອຍ ເປັນຄວາມເຮັດບໍ່ໃຫ້ມີທີ່ອາສັຍ ຊຶ່ງຕັນຫານັ້ນ ອັນໃດ; ທ່ານຜູ້ມີອາຍຸທັງຫຼາຍ ! ນີ້ເອີ້ນວ່າ ຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ທ່ານຜູ້ມີອາຍຸທັງຫຼາຍ ! ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ?

ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດ ນີ້ນັ້ນເອງ ໄດ້ແກ່ ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິດຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ. ທ່ານຜູ້ມີອາຍຸທັງຫຼາຍ ! ນີ້ເອີ້ນວ່າ ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງທຸກຂ໌ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງທຸກຂ໌ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ຖອນອະນຸສັຍແຫ່ງທິຕຖິແລະມານະວ່າ ເຮົາມີ ເຮົາເປັນ ໄດ້ໂດຍປະການທັງປວງ ລະອະວິຊຊາແລ້ວ ເຮັດວິຊຊາໃຫ້ເກີດຂຶ້ນ ທ່ານເຮັດທີ່ສຸດແຫ່ງທຸກຂ໌ໄດ້ ໃນທິຕຖະທັມນີ້ ນັ້ນແລ.

ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນພຽງເທົ່ານີ້ແລອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ງ. ໝວດເນື່ອງດ້ວຍປະຕິຈຈະສະມຸບປັນນະທັມ

ຕາມຫຼັກແຫ່ງປະຕິຈຈະສະມຸປບາດ

ງ. ໑ ກ່ຽວກັບຊະຣາມໍຣະນະ

“ທ່ານຜູ້ມີອາຍຸທັງຫຼາຍ ! ກໍປະຣິຍາຍແມ່ນຢ່າງອື່ນ ຍັງມີອີກບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກເປັນຜູ້ມີສັມມາທິຕຖິ ທິຕຖິຂອງທ່ານດຳເນີນໄປຕົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ